• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມສືບຕໍ່ປະກອບສ່ວນຢ່າງມີປະສິດທິຜົນເຂົ້າໃນການປະຕິບັດບັນດາເປົ້າໝາຍແລະວິໄສທັດລວມຂອງ GMS

ບັນດາປະເທດ GMS ສຸມໃສ່ສະກັດກັ້ນ, ຄວບຄຸມ ແລະ ຍູ້ໂລກລະບາດໂຄວິດ-19 ໃຫ້ຖອຍໄປ, ພ້ອມທັງສ້າງກົນໄກສົມທົບກັນເພື່ອຮັບມືກັບບັນດາພະຍາດຕິດແປດໃນອະນາຄົດ…
(ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິງ)

ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີ ລາຊະອານາຈັກ ກຳປູເຈຍ Samdech Techo Hun Sen, ວັນທີ 9 ກັນຍາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດການຮ່ວມມືອະນຸພາກພື້ນ ແມ່ນ້ຳຂອງເປີດກ້ວາງຄັ້ງທີ 7 (GMS)  ແບບທາງໄກ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິງ ໄດ້ເນັ້ນໜັກເຖິງບົດບາດຍຸດທະສາດຂອງເຂດອະນຸພາກພື້ນແມ່ນ້ຳຂອງ ເປີດກ້ວາງໃນວິວັດການເຊື່ອມໂຍງເຂົ້າກັບສາກົນ ແລະ ເພີ່ມທະວີການເຕີບໂຕເສດຖະກິດຢ່າງແຮງຂອງອາຊີ. ດ້ວຍທັດສະນະ GMS ຄວນມີວິໄສທັດ ແລະ ບັນດາມາດຕະການແກ້ໄຂມີລັກສະນະຍຸດທະສາດ ທັງແກ້ໄຂບັນດາບັນຫາຮີບດວນໃນປະຈຸບັນ ທັງສ້າງພື້ນຖານໃຫ້ແກ່ການພັດທະນາແບບຍືນຍົງ ແລະ ກວມລວມໃນທົດສະວັດຈະມາເຖິງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ສະເໜີການຮ່ວມມື GMS ໃນໄລຍະຈະມາເຖິງຄວນໃຫ້ບຸລິມະສິດຕໍ່ 6 ເນື້ອໃນຕົ້ນຕໍ. ໃນນັ້ນ, ບັນດາປະເທດ GMS ສຸມໃສ່ສະກັດກັ້ນ, ຄວບຄຸມ ແລະ ຍູ້ໂລກລະບາດໂຄວິດ-19 ໃຫ້ຖອຍໄປ,  ພ້ອມທັງສ້າງກົນໄກສົມທົບກັນເພື່ອຮັບມືກັບບັນດາພະຍາດຕິດແປດໃນອະນາຄົດ…

        ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຖືວ່າ, ຕ້ອງຮັບປະກັນລະບົບສະໜອງທົ່ວພາກພື້ນບໍ່ປະໃຫ້ຖືກຕັດຕອນໃນສະພາບໂລກລະບາດ; ເປີດ “ແລວຂຽວ” ຢູ່ບັນດາປະຕູຊາຍແດນ ທັງເປັນການສ້າງຄວາມສະດວກໃຫ້ແກ່ການໄປມາ ແລະ ການຈໍລະຈອນສິນຄ້າຜ່ານຊາຍແດນ; ຈຳກັດການນຳໃຊ້ບັນດາຮົ້ວກີດຂວາງດ້ານການຄ້າ.

        ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຢືນຢັນຄຳໝັ້ນສັນຍາຂອງຫວຽດນາມ ແມ່ນສືບຕໍ່ປະກອບສ່ວນຢ່າງມີປະສິດທິຜົນເຂົ້າໃນການປະຕິບັດບັນດາເປົ້າໝາຍ ແລະ ວິໄສທັດລວມຂອງ GMS ແລະ ພ້ອມກັບບັນດາປະເທດຖານບ້ານໃກ້ເຮືອນຄຽງສ້າງເຂດ GMS ໃຫ້ນັບມື້ນັບເປີດອົກເປີດໃຈ, ປອດໄພ, ສັນຕິພາບ, ວັດທະນາຖາວອນ ແລະ ພັດທະນາແບບຍືນຍົງ. ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ກ່າວວ່າ:

        “ຍາມໃດຫວຽດນາມ ກໍ່ຖືການຮ່ວມມື GMS ເປັນສຳຄັນໂດຍເລີ່ມມາຈາກຄວາມປາດຖະໜາຢາກປັບປຸງການພົວພັນຮ່ວມມືມິດຕະພາບ, ເປັນມູນເຊື້ອກັບບັນດາປະເທດຖານບ້ານໃກ້ເຮືອນຄຽງອ້າຍນ້ອງ ແລະ ການສົມທົບກັນພ້ອມກັນສ້າງເຂດ GMS ໃຫ້ນັບມື້ນັບເປີດອົກເປີດໃຈ, ປອດໄພ, ສັນຕິພາບ, ວັດທະນະຖາວອນ ແລະ ພັດທະນາແບບຍືນຍົງ, ກວມລວມ. ໂດຍແມ່ນສະມາຊິກໍ່ຕັ້ງຂອງ GMS, ຫວຽດນາມ ໄດ້, ພວມ ແລະ ຈະປະກອບສ່ວນຢ່າງມີປະສິດທິຜົນເຂົ້າໃນການປະຕິບັດບັນດາເປົ້າໝາຍ ແລະ ວິໄສທັດລວມຂອງ GMS. ພວກຂ້າພະເຈົ້າປາດຖະໜາ ແລະ ເຊື່ອໝັ້ນວ່າ, ບົນພື້ນຖານບັນດາການກຳນົດທິດຍຸດທະສາດທີ່ໄດ້ວາງອອກ, ພ້ອມກັບຄວາມຕັດສິນໃຈຂອງລັດຖະບານ, ການສະໜັບສະໜູນຂອງປະຊາຊົນ ແລະ ວິສະຫະກິດ,  ການຮ່ວມເດີນທາງຂອງ ADB ແລະ ບັນດາຄູ່ຮ່ວມມືພັດທະນາອື່ນ, ການຮ່ວມມື GMS ຈະນັບມື້ນັບພັດທະນາຢ່າງໝັ້ນຂົງເຂັ້ມແຂງ, ສະໜິດຕິດພັນ, ຕ່າງຝ່າຍຕ່າງມີຜົນປະໂຫຍດ; ປະກອບສ່ວນປັບປຸງສັນຕິພາບ ແລະ ການຮ່ວມມື, ພັດທະນາເພື່ອຄວາມວັດທະນາຖາວອນຢູ່ພາກພື້ນ.”

        ສິ້ນສຸດກອງປະຊຸມ, ບັນດາການນຳໄດ້ຮັບຮອງເອົາຖະແຫຼງການຮ່ວມຂອງກອງປະຊຸມ ແລະ ເປັນເອກະພາບຈະຈັດກອງປະຊຸມສຸດຍອດ GMS ຄັ້ງທີ 8 ຢູ່ຈີນ ໃນປີ 2024.

(ແຫຼ່ງຄັດຈາກ VOV)

COP28: ອາເມລິກາ ໃຫ້ຄຳໝັ້ນສັນຍາປະກອບຈຳນວນເງິນ 3 ຕື້ໂດລາສະຫະລັດ ໃຫ້ແກ່ກອງທຶນດິນຟ້າອາກາດສີຂຽວ

COP28: ອາເມລິກາ ໃຫ້ຄຳໝັ້ນສັນຍາປະກອບຈຳນວນເງິນ 3 ຕື້ໂດລາສະຫະລັດ ໃຫ້ແກ່ກອງທຶນດິນຟ້າອາກາດສີຂຽວ

ຄະນະບໍລິຫານກອງທຶນດິນຟ້າອາກາດ ສີຂຽວໃຫ້ຮູ້ວ່າ: ກອງທຶນນີ້ໄດ້ຮັບຄຳໝັ້ນສັນຍາປະກອບຈຳນວນເງິນ 9,3 ຕື້ໂດລາສະຫະລັດຂອງ 25 ປະເທດໃນໂລກ

Top