• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມມີແຜນນະໂຍບາຍຊຸກຍູ້ການອົບພະຍົບຖືກຕ້ອງຕາມກົດໝາຍ, ມີຄວາມປອດໄພແລະເປັນລະບຽບຮຽບຮ້ອຍ

ຮອດວັນທີ 01 ມິຖຸນາມີພົນລະເມືອງຫວຽດນາມຕື່ມອີກ 80 ຄົນທີ່ໄດ້ສົ່ງກັບເມືອປະເທດ, ຍົກ ຍອດຈຳນວນພົນລະເມືອງກັບເມືອປະເທດດ້ວຍຄວາມປອດໄພຂຶ້ນເປັນ 140 ຄົນໃນຈຳນວນ 437 ຄົນໃນເຫດກູ້ຊ່ວຍພົນລະເມືອງຫວຽດນາມຢູ່ບ່ອນລີ້ໄພແຂວງ Pampanga
ທ່ານຮອງໂຄສົກກະຊວງການຕ່າງປະເທດ ຫວຽດນາມ ຫງວຽນດຶກທັງ (ພາບ: baoquocte.vn)

ຕອນບ່າຍວັນທີ 01 ມິຖຸນາ, ຢູ່ຮ່າໂນ້ຍ, ທີ່ກອງປະຊຸມຖະແຫຼງຂ່າວນັດສາມັນຂອງກະຊວງການຕ່າງປະເທດ, ເມື່ອຕອບຄຳຖາມຂອງນັກຂ່າວກ່ຽວກັບສະພາບການປົກປ້ອງພົນລະເມືອງໃນເຫດກູ້ຊ່ວຍພົນລະເມືອງຫວຽດນາມຢູ່ຟີລິບປິນ, ທ່ານຮອງໂຄສົກກະຊວງການຕ່າງປະເທດ ຫວຽດນາມ ຫງວຽນດຶກທັງ ໃຫ້ຮູ້ວ່າ, ຮອດວັນທີ 01 ມິຖຸນາມີພົນລະເມືອງຫວຽດນາມຕື່ມອີກ 80 ຄົນທີ່ໄດ້ສົ່ງກັບເມືອປະເທດ, ຍົກ ຍອດຈຳນວນພົນລະເມືອງກັບເມືອປະເທດດ້ວຍຄວາມປອດໄພຂຶ້ນເປັນ 140 ຄົນໃນຈຳນວນ 437 ຄົນໃນເຫດກູ້ຊ່ວຍພົນລະເມືອງ ຫວຽດນາມ ຢູ່ບ່ອນລີ້ໄພແຂວງ Pampanga, ໃກ້ກັບນະຄອນຫຼວງ ມານີລາ, ປະເທດຟີລິບຟິນ. ກ່ອນໜ້ານັ້ນ, ວັນທີ 30 ພຶດສະພາ, ມີພົນລະເມືອງ ຫວຽດນາມ 60 ຄົນໄດ້ສົ່ງກັບເມືອປະເທດດ້ວຍຄວາມປອດໄພ. ກະຊວງການຕ່າງປະເທດໄດ້ຊີ້ນຳໃຫ້ສະຖານກົງສູນແລະສະຖານທູດຫວຽດນາມປະຈຳຟີລິບປິນສືບຕໍ່ແລກປ່ຽນກັບຝ່າຍຟີລິບປິນເພື່ອນຳພົນລະເມືອງຫວຽດນາມທີ່ຍັງເຫຼືອກັບເມືອປະເທດດ້ວຍຄວາມປອດໄພ, ຮັບປະກັນບັນດາສິດ, ຜົນປະໂຫຍດອັນຊອບທຳຂອງພົນລະເມືອງຫວຽດນາມ.

ກ່ຽວຂ້ອງເຖິງອຸບັດຕິເຫດຢູ່ນະຄອນຈິງຊີ, ແຂວງກວາງຊີ, ປະເທດຈີນ, ໃນວັນທີ 19 ພຶດສະພາເຮັດໃຫ້ 11 ຄົນເສຍຊີວິດແລະ 2 ຄົນຮັບບາດເຈັບ, ທ່ານຫງວຽນດຶກທັງໃຫ້ຮູ້ວ່າ, ສະຖານກົງສູນ, ສະຖານທູດແລະກົງສູນໃຫຍ່ຫວຽດນາມປະຈຳໜານໜິງໄດ້ສົມທົບກັບບັນດາອົງການທີ່ມີໜ້າທີ່ຂອງປະເທດປະຈຳຖິ່ນແນະນຳແລະໜູນຊ່ວຍຄອບຄົວຜູ້ຖືກເຄາະຮ້າຍດຳເນີນບັນດາລະບຽບການ, ບັນຫາຕ່າງໆເພື່ອນຳຊາກສົບກັບເມືອປະເທດ, ດຳເນີນບັນດາມາດຕະການປົກປ້ອງພົນລະເມືອງທີ່ຈຳເປັນ, ນຳພົນລະເມືອງ 2 ຄົນທີ່ຖືກຮັບບາດເຈັບກັບເມືອປະເທດ.

(ແຫຼ່ງຄັດຈາກ VOV)

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ນີ້ແມ່ນການຢັ້ງຢືນບັນດາການປະກອບສ່ວນຂອງກຳລັງຮັກສາສັນຕິພາບຫວຽດນາມ ເວົ້າລວມ, ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ເວົ້າສະເພາະ, ໃນວິວັດການປະຕິບັດພາລະກິດຢູ່ ຄະນະປົກປັກຮັກສາສັນຕິພາບຂອງ ສປຊ ຢູ່ ຊູດັງໃຕ້ (UNMISS).

Top