• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມພັດທະນາແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ

      ຊັບພະຍາກອນມະນຸດແມ່ນປັດໄຈຕັດສິນຊີ້ຂາດຜົນສຳເລັດ ແລະ ຄວາມກ້າວໜ້າຂອງແຕ່ລະປະເທດໃນນັ້ນລະດັບການພັດທະນາ ແຫຼ່ງຊັບພະຍາກອນມະນຸດແມ່ນເຄື່ອງວັດແທກຕົ້ນຕໍ ຕີລາຄາລະດັບຄວາມກ້າວໜ້າຂອງສັງຄົມຄວາມສະເໝີພາບ ແລະ ການພັດທະນາແບບຍືນຍົງໃນຍຸດທະສາດພັດທະນາເສດຖະກິດ - ສັງຄົມໄລຍະ 2011 – 2020, ຫວຽດນາມ ໄດ້ຢັ້ງຢືນການພັດທະນາແຫຼ່ງຊັບພະຍາກອນມະນຸດແມ່ນບາດກ້າວບຸກທະລຸຂອງຂະບວນວິວັດທະນາແຫ່ງການປ່ຽນແປງໃໝ່ຮູບແບບພັດທະນາເສດຖະກິດ - ສັງຄົມ ຂອງປະເທດຊາດພ້ອມທັງແມ່ນພື້ນຖານພັດທະນາເສດຖະກິດແບບຍືນຍົງ ແລະ ເພີ່ມທະວີທ່າໄດ້ປຽບໃນການແກ້ງແຍ້ງແຫ່ງຊາດໃນຂະບວນວິວັດການເຊື່ອມໂຍງ.

ທ່ານເຈືອງແອງຢຸງ, ຮອງຫົວໜ້າກົມໃຫຍ່ກົມການສຶກສາວິຊາຊີບ(ສັງກັດກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ) (ພາບ: vietnamnet.com.vn)
      ແຫຼ່ງຊັບພະຍາກອນມະນຸດມີຄຸນນະພາບສູງແມ່ນແຫຼ່ງຊັບພະຍາກອນທີ່ມີພູມປັນຍາ, ສີມື, ກຳລັງຄວາມສາມາດທີ່ພົ້ນເດັ່ນເພື່ອປະຕິບັດໜ້າທີ່ໃຫ້ສຳເລັດຜົນເປັນຢ່າງດີ, ຕອບສະໜອງຄວາມຮຽກຮ້ອງຕ້ອງການ, ວິວັດການຫັນປະເທດຊາດເປັນອຸດສາຫະກຳ ແລະ ທັນສະໄໝ, ສຳຜັດກັບການປະຕິວັດອຸດສາຫະກຳຄັ້ງທີ 4. ໃນໄລຍະທີ່ຜ່ານມາ, ຫວຽດນາມປະກາດໃຊ້ຫຼາຍນະໂຍບາຍກ່ຽວກັບການດຶງດູດ ແລະ ນຳໃຊ້ຜູ້ທີ່ມີຄວາມເກັ່ງກ້າສາມາດ, ຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ສ້າງສະພາບແວດລ້ອມ ແລະ ເງື່ອນໄຂເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ກຳລັງແຮງຂອງຊາດ.
ແຫຼ່ງກຳລັງທີ່ອຸດົມສົມບູນ
          ແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງແມ່ນໜຶ່ງໃນບັນດາທ່າໄດ້ປຽບສຳຄັນມີລັກສະນະຕັດສິນຊີ້ຂາດເພື່ອໃຫ້ພື້ນຖານເສດຖະກິດພັດທະນາຢ່າງວ່ອງໄວ ແລະ ຍືນຍົງ, ສວມບົດບາດຕັດສິນຊີ້ຂາດເຖິງຄວາມສາມາດໃນການລະດົມ, ນຳໃຊ້ບັນດາແຫຼ່ງກຳລັງອື່ນໆຢ່າງມີປະສິດທິຜົນ, ເປັນຕົ້ນແມ່ນໃນເງື່ອນໄຂພັດທະນາເສດຖະກິດພູມປັນຍາ
          ປັດຈຸບັນ, ຫວຽດນາມມີຖັນແຖວຊັບພະຍາກອນມະນຸດອຸດົມສົມບູນພໍສົມຄວນ, ດ້ວຍຈຳນວນແຮງງານມີອາຍຸໃນເກນອາຍຸອອກແຮງງານກວມເອົາ 76%ຈຳນວນພົນລະເມືອງ, ຢື່ນຢູ່ອັນດັບທີ 3 ໃນອາຊຽນ. ຫວຽດນາມ ກໍ່ພວມຢູ່ໃນໄລຍະມີກຳລັງແຮງໜຸ່ມກວມສ່ວນຫຼາຍແມ່ນຈຸດພິເສດພົ້ນເດັ່ນ, ແມ່ນຄວາມສາມາດບົ່ມຊ້ອນຂອງແຫຼ່ງຊັບພະຍາກອນມະນຸດ. ທ່ານເຈືອງແອງຢຸງ, ຮອງຫົວໜ້າກົມໃຫຍ່ກົມການສຶກສາວິຊາຊີບ(ສັງກັດກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ) ໃຫ້ຮູ້ວ່າ:
          ຕາມຄວາມຈິງແລ້ວພວກເຮົາພວມເວົ້າຫຼາຍເທື່ອເຖິງໄລຍະທີ່ດີນີ້ພວກເຮົາມີ ແຮງງານ 55 ລ້ານຄົນໃນນັ້ນສ່ວນຫຼາຍແມ່ນແຮງງານໜຸ່ມຖ້າຫາກວ່າຮູ້ ຂຸດຄົ້ນ ແລະ ນຳໃຊ້ກາລະໂອກາດນີ້ຫວຽດນາມຈະມີຄວາມສະດວກໃນການພັດທະນາແຫຼ່ງຊັບພະຍາກອນມະນຸດຢ່າງກະໂດດຂັ້ນ.   
          ປັດຈຸບັນຫວຽດນາມມີບັນດາສັນຍານ ທີ່ເປັນໄປໄດ້ ໃນການພັດທະນາແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ. ດັດຊະນີບຳລຸງສ້າງວີຊາຊີບປີ 2019 ເພີ່ມຂຶ້ນ 13 ລຳດັບໃນຕາລະລາງຈັດລຳດັບໃນບົດລາຍງານຄວາມສາມາດໃນການແກ້ງແຍ້ງທົ່ວໂລກ, ແລະແມ່ນໜຶ່ງໃນບັນດາປະເທດມີດັດຊະນີເພີ່ມຄຸນນະພາບບຳລຸງສ້າງວິຊາຊີບທີ່ດີ, ຈາກນັ້ນປະກອບສ່ວນຍົກສູງດັດຊະນີຄວາມສາມາດໃນການແກ້ງແຍ້ງແຫ່ງຊາດ. ປັດຈຸບັນ, ລັດຖະບານພວມສືບຕໍ່ກວດກາຄືນບັນດາລະບົບກົນໄກນະໂຍບາຍພັດທະນາແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ ແລະ ພວມຊອກຫາແຫຼ່ງກຳລັງອັນໃຫຍ່ຫຼວງເພື່ອລົງທຶນໃຫ້ແກ່ຂົງເຂດນີ້.
ບັນດາທິດກ້າວເດີນຈຸດສຸມ ເພື່ອບຸກທະລຸ
        ໂລກ ແລະ ຫວຽດນາມ ພວມກ້າວເຂົ້າສູ່ການປະຕິວັດອຸດສາຫະກຳຄັ້ງທີ 4.  ການແກ້ງແຍ້ງກັນໃນຍຸກສະໄໝ 4.0 ນີ້ ແມ່ນການແກ້ງແຍ້ງກ່ຽວກັບຊັບພະຍາກອນມະນຸດ. ນອກຈາກນັ້ນ, ເມື່ອເຊື່ອມໂຍງເຂົ້າກັບພື້ນຖານເສດຖະກິດໂລກຢ່າງເລິກເຊິ່ງກວ້າງຂວາງແລ້ວ, ຫວຽດນາມ ຕ້ອງຕອບສະໜອງໄດ້ບັນດາມາດຕະຖານກ່ຽວກັບທາງດ້ານຄຸນນະພາບແຮງງານໃນບັນດາສັນຍາການຄ້າເສລີ (FTA) ລຸ້ນໃໝ່. ຊັບພະຍາກອນມະນຸດ ຈະແມ່ນທ່າໄດ້ປຽບຂອງຫວຽດນາມ, ຖ້າຫາກວ່າ ຫວຽດນາມ ແກ້ໄຂໄດ້ບັນຫາສະໜອງແຫຼ່ງຊັບພະຍາກອນມະນຸດລະຫວ່າງໂຮງຮຽນ ກັບ ຕະຫຼາດ ແລະ ການປ່ຽນແປງໃໝ່ໃນການບຳລຸງສ້າງ ເພື່ອຕອບສະໜອງຕາມການປ່ຽນແປງຂອງຍຸກສະໄໝ.
        ຕໍ່ໜ້າສະພາບການຕົວຈິງດັ່ງກ່າວ, ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ໄດ້ລົງທຶນ ແລະ ພັດທະນາບັນດາໂຮງຮຽນສອນວິຊາຊີບມີຄຸນນະພາບສູງ, ວາງແຜນບັນດາຂະແໜງການ, ອາຊີບຫຼັກແຫຼ່ງ ແລະ ຖ່າຍທອດບັນດາຫຼັກສູດບຳລຸງສ້າງຈາກບັນດາປະເທດພັດທະນາ. ທ່ານ ເລດັງແຢວງ - ເຊິ່ງເປັນນັກຊ່ຽວຊານດ້ານເສດຖະກິດ ໄດ້ຕີລາຄາວ່າ:
        ພວກເຮົາໄດ້ຮ່ວມມືກັບບັນດາວິສາຫະກິດ, ໂດຍສະເພາະແມ່ນບັນດາວິສາຫະກິດລົງທຶນຕ່າງປະເທດ, ເຂົາເຈົ້າມີເຕັກໂນໂລຢີທັນສະໄໝ. ຖ້າຫາກວ່າໂຮງຮຽນບຳລຸງສ້າງວິຊາຊີບແຫ່ງຕ່າງໆຂອງຫວຽດນາມສົມທົບກັບເຂົາເຈົ້າ ແລ້ວບຳລຸງສ້າງຖືກຕ້ອງຕາມຫຼັກສູດຂອງເຂົາເຈົ້ານັ້ນ ແມ່ນຈະມີແຮງງານເກັ່ງ, ມີເງິນເດືອນສູງກວ່າ ແລະ ເປັນກຳລັງໜູນໃຫ້ຜູ້ມີຄວາມເກັ່ງກ້າສາມາດຂະຫຍາຍຕົວ”.
        ສ່ວນທ່ານ ບຸ່ຍສີເລີ້ຍ, ຮອງຫົວໜ້າຄະນະກຳມະການບັນດາບັນຫາສັງຄົມ ສັງກັດສະພາແຫ່ງຊາດຫວຽດນາມ, ຖືວ່າ:
        ບໍ່ແມ່ນພວກເຮົາພຽງແຕ່ສຸມໃສ່ບຳລຸງສ້າງໃຫ້ແກ່ແຮງງານ ທີ່ມີແຕ່ອາຍຸ 15 ປີ ຂຶ້ນໄປເທົ່ານັ້ນ, ຫາກກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ, ລະອຽດແມ່ນກົມໃຫຍ່ສອນວິຊາຊີບຕ້ອງບຳລຸງສ້າງແຮງງານຈຳນວນ 2 – 3 ລ້ານຄົນທີ່ພວມເຮັດວຽກໃນພື້ນຖານເສດຖະກິດຄືນໃໝ່ໃນທັນທີ, ໂດຍສະເພາະແມ່ນບັນດາຂະແໜງທີ່ນຳໃຊ້ແຮງງານເຮັດດ້ວຍມື ເປັນຕົ້ນແມ່ນ ຕ່ຳແຜ່ນຕັດຫຍິບ, ເກີບໜັງ. ໄລ່ມາຮອດປັດຈຸບັນ, ພວກເຮົາເຫັນໄດ້ວ່າ ລັດຖະບານ ແລະ ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ໄດ້ເດີນຖືກທິດ, ຈັດແບ່ງນັກຮຽນ, ບຳລຸງສ້າງນັກຮຽນໃນການສຶກສາວິຊາຊີບ”.
        ເລື່ອງວາງແຜນຜັງ, ສັບຊ້ອນພື້ນຖານການບຳລຸງສ້າງວິຊາຊີບ, ໂຄງປະກອບຂອງຂະແໜງບຳລຸງສ້າງຄືນໃໝ່ໃຫ້ເໝາະສົມ, ເຊື່ອມຕໍ່ກັບວິສາຫະກິດໃນວິວັດການບຳລຸງສ້າງ... ແມ່ນບັນດາປັດໄຈຫຼັກແຫຼ່ງ ເພື່ອຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດ. ຜັນຂະຫຍາຍບັນດາມາດຕະການຢ່າງຄົບຊຸດ ແລະ ຂ້ຽວຂາດນັ້ນ ແມ່ນເປົ້າໝາຍຂອງຍຸດທະສາດກ່ຽວກັບການພັດທະນາແຫຼ່ງຊັບພະຍາກອນມະນຸດໃນໄລຍະໃໝ່ ຢູ່ຫວຽດນາມ./.
 (ແຫຼ່ງຄັດຈາກ VOV)
 
 

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top