
ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຈີ້ງດີງຢຸງ ພົບປະກັບທ່ານນາຍົກລັດຖະມົນຕີ ສ.ເກົາຫຼີ Lee Nak-Yon
ທີ່ການພົບປະ, 2 ຝ່າຍໄດ້ເຫັນດີຈະດຳເນີນການພົບປະ, ຢ້ຽມຢາມຂັ້ນສູງ, ເພີີ່ມທະວີການຮ່ວມມືໃນຂົງເຂດການທູດ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຊຸກຍູ້ການຮ່ວມມືທາງດ້ານການຄ້າ-ການລົງທຶນ.
ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຈີ້ງດີງຢຸງ ຢືນຢັນວ່າ ລັດຖະບານຫວຽດນາມພ້ອມແລ້ວສ້າງເງື່ອນໄຂສະດວກເພື່ອໃຫ້ນັກລົງທຶນ ສ.ເກົາຫຼີ ເຂົ້າຮ່ວມໃນບັນດາໂຄງການກໍ່ສ້າງພື້ນຖານໂຄງລ່າງດ້ວຍຂອບຂະໜາດໃຫຍ່ໂດຍຜ່ານຮູບແບບຮ່ວມມືພາກລັດ-ເອກະຊົນ(PPP).
ສ່ວນ ທ່ານນາຍົກລັດຖະມົນຕີ ສ.ເກົາຫຼີ Lee Nak-Yon ຢືນຢັນລັດຖະບານ ສ.ເກົາຫຼີ ຖືເປັນສຳຄັນການພັດທະນາສາຍພົວພັນຄູ່ຮ່ວມມືຍຸດທະສາດກັບຫວຽດນາມ ແລະ ທ່ານເອງຈະຊີ້ນຳບັນດາກະຊວງ, ຂະແໜງການຕ່າງໆທີ່ກ່ຽວຂ້ອງຂອງ ສ.ເກົາຫຼີ ຜັນຂະຫຍາຍປະຕິບັດບັນດາຂໍ້ຕົກລົງທີ່ບັນລຸໄດ້ລະຫວ່າງ 2 ປະເທດ, ນຳການຮ່ວມມືໃນບັນດາຂົງເຂດເຂົ້າສູ່ລວງເລິກ ແລະ ຍົກສາຍພົວພັນລະຫວ່າງ 2 ປະເທດໃຫ້ຂຶ້ນສູ່ລະດັບສູງໃໝ່.
(ແຫຼ່ງຄັດຈາກ VOV)