• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມຕອບສະໜອງວັນຄຸມກຳເນີດໂລກ ວັນທີ 26 ກັນຍາ

ວັນທີ 23 ກັນຍາ, ກົມໃຫຍ່ພົນລະເມືອງ - ການວາງແຜນຄອບຄົວ, ສະຫະພັນແມ່ຍິງຫວຽດນາມ, ບໍລິສັດ Bayer ຫວຽດນາມ ຈຳກັດ ໄດ້ຈັດຕັ້ງກອງປະຊຸມສຳມະນາດ້ວຍຫົວຂໍ້ “ເປັນເຈົ້າການຄຸມກຳເນີດ, ຄວາມຮັບຜິດຊອບບໍ່ສະເພາະຂອງຜູ້ໃດ”, ຕອບສະໜອງວັນຄຸມກຳເນີດໂລກ ວັນທີ 26 ກັນຍາ.

ແຜ່ຂະຫຍາຍຄວາມຮູ້ກ່ຽວກັບການຄຸມກໍາເນີດ (ພາບປະກອບ)

ແຕ່ລະປີ, ຫວຽດນາມມີຜູ້ໄປທໍາແທ້ງລູກ ປະມານ 250 – 300 ພັນເທື່ອຄົນ. ການແທ້ງລູກທີ່ບໍ່ມີຄວາມປອດໄພແມ່ນສາຍເຫດຕົ້ນຕໍເຮັດໃຫ້ ເປັນໝັນ. ຮອດທ້າຍປີ 2019, ສິ້ນສຸດປີ 2019, ທົ່ວປະເທດ ຈະມີແມ່ຍິງ 256 ລ້ານຄົນໄດ້ຮັບຄໍາປຶກສາໂດຍກົງ, ກ່ຽວກັບວິທີການຄຸມກຳເນີດທີ່ເໝາະສົມ. ຄຽງຄູ່ກັນນັ້ນ, ການເຄື່ອນໄຫວໂຄສະນາໃນບັນດາພາຫະນະສື່ມວນຊົນ, ມະຫາຊົນກໍ່ໄດ້ຮັບການຍູ້ແຮງຜ່ານການສອບເສັງທາງອອນລາຍດ້ວຍຫົວຂໍ້ “ເຂົ້າໃຈກ່ຽວກັບການຄຸມລູກ”.
(ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top