• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມຊຸກຍູ້ການຜັນຂະຫຍາຍບັນດາຂໍ້ລິເລີ່ມຂອງປີປະທານອາຊຽນ 2020

      ກອງປະຊຸມລັດຖະມົນຕີເສດຖະກິດອາຊຽນຄັ້ງທີ 52 ຕາມຮູບການທາງອອນລາຍຫາກໍ່ອັດລົງໃນອາທິດຜ່ານມາ ໂດຍພາຍໃຕ້ການເປັນປະທານຂອງປະທານອາຊຽນ 2020-ຫວຽດນາມ. ໂດຍສືບຕໍ່ບັນດາການເຄື່ອນໄຫວຂອງປີປະທານອາຊຽນ 2020, ທີ່ກອງປະຊຸມຄັ້ງນີ້, ຫວຽດນາມ ສືບຕໍ່ຊຸກຍູ້ການຮ່ວມມືດ້ານເສດຖະກິດພາຍໃນກຸ່ມ, ຜັນຂະຫຍາຍການປະຕິບັດບັນດາຂໍ້ລິເລີ່ມ, ການໃຫ້ບຸລິມະສິດດ້ານເສດຖະກິດ ໂດຍຫວຽດນາມ ຍົກອອກມາໃຫ້ແກ່ປະທານອາຊຽນ, ພ້ອມທັງຊຸກຍູ້ການຮ່ວມມືນອກກຸ່ມ ໂດຍບໍ່ຫົວຊາຕໍ່ເລື່ອງບັນດາປະເທດອາຊຽນ ຕ້ອງປະເຊີນໜ້າກັບບັນດາສິ່ງທ້າທາຍຍ້ອນໂລກລະບາດໂຄວິດ 19 ກໍ່ຂຶ້ນ.

ທ່ານລັດຖະມົນຕີກະຊວງອຸດສາຫະກຳການຄ້າຫວຽດນາມ ຈິ່ນຕວັນແອັງ ທີ່ການປະຊຸມຂ່າວແຈ້ງໝາກຜົນຂອງກອງປະຊຸມ (ພາບ:  nhandan.com.vn)
               ນັບແຕ່ຕົ້ນປີ 2020, ບັນດາທ່ານລັດຖະມົນຕີເສດຖະກິດອາຊຽນ ໄດ້ຮັບຮອງເອົາຂໍ້ສະເໜີ 13 ຂໍ້ກ່ຽວກັບຂໍ້ລິເລີ່ມ, ການໃຫ້ບຸລິມະສິດກ່ຽວກັບການຮ່ວມມືດ້ານເສດຖະກິດຂອງຫວຽດນາມ ໃນປີປະທານອາຊຽນ 2020. ບັນດາຂໍ້ລິເລີ່ມສຸມໃສ່ຂົງເຂດຕ່າງໆຄື: ການຄ້າເອເລກໂຕລິກ, ການຄ້າສິນຄ້າ, ພະລັງງານ, ເຕັກໂນໂລຊີຂໍ້ມູນຂ່າວສານ, ກະສິກຳ, ການພັດທະນາແບບຍືນຍົງ, ການເງິນ…
ເຫັນດີເປັນເອກະພາບສູງກ່ຽວກັບບັນດາມາດຕະການ
ໃນສະພາບການໂລກລະບາດໂຄວິດ 19 ພວມມີຜົນກະທົບທີ່ຫຍໍ້ທໍ້ຕໍ່ພື້ນຖານເສດຖະກິດອາຊຽນເກືອບທັງໝົດ, ຄຽງຄູ່ກັບການສືບຕໍ່ຊອກຫາບັນດາມາດຕະການເພື່ອແນໃສ່ຜັນຂະຫຍາຍແຜນການສັງລວມປີ 2025 ຂອງປະຊາຄົມເສດຖະກິດອາຊຽນ (AEC), ອາຊຽນມີບັນດາການດັດປັບຢ່າງທັນການ ເພື່ອຜ່ານຜ່າບັນດາສິ່ງທ້າທາຍໃນປະຈຸບັນ. ນັ້ນແມ່ນແຜນການຟື້ນຟູຫຼັງໂລກລະບາດ, ນຳໃຊ້ບັນດາທ່າແຮງຂອງບັນດາປະເທດສະມາຊິກຢ່າງມີປະສິດທິຜົນ, ນຳໃຊ້ບັນດາກາລະໂອກາດ ໃນວິວັດການເຊື່ອມໂຍງກັບບັນດາພາກພື້ນອື່ນໆໃນໂລກ, ຊ່ວຍອາຊຽນ ກາຍເປັນເຂດເສດຖະກິດທີ່ກ້ວາງຂວາງກ່ວາ, ມີຂອບຂະໜາດໃຫ່ຍກ່ວາ, ມີລັກສະນະສະໜິດຕິດພັນກັນຢ່າງສະໜິດແໜ້ນກ່ວາ. ທ່ານລັດຖະມົນຕີກະຊວງອຸດສາຫະກຳການຄ້າຫວຽດນາມ ເຈິ່ນຕວັນແອັງ ໃຫ້ຮູ້ວ່າ:
ບັນດາທ່ານລັດຖະມົນຕີເສດຖະກິດອາຊຽນ ແລະ ບັນດາປະເທດຄູ່ຮ່ວມມື ໄດ້ຮັບຮອງເອົາແຜນການດຳເນີນງານອາຊຽນ+3 ກ່ຽວກັບການຫລຸດຜ່ອນການກະທົບເສດຖະກິດຂອງໂລກລະບາດໂຄວິດ 19 ໃນລະດັບຕ່ຳສຸດ ແລະ ຂໍ້ລິເລີ່ມລວມລະຫວ່າງ ບັນດາທ່ານລັດຖະມົນຕີເສດຖະກິດອາຊຽນ ແລະ ສ.ເກົາຫຼີ ກ່ຽວກັບການຊຸກຍູ້ການເຊື່ອໃຕໍ່ເສດຖະກິດ ຮັບມີກັບໂລກລະບາດໂຄວິດ 19. ບັນດາທ່ານລັດຖະມົນຕີເສດຖະກິດອາຊຽນ ໄດ້ເຫັນດີເປັນເອກະພາບກ່ຽວກັບເລື່ອງຕ້ອງຮັກສາບັນດາຄຳໝັ້ນສັນຍາໃນປະຈຸບັນ ກ່ຽວກັບການເປີດປະຕູຕະຫຼາດໃນການຄ້າ ແລະ ການລົງທຶນ, ກຳຈັດການນຳໃຊ້ບັນດາມາດຕະການ ກໍ່ຄວາມຈຳກັດທີ່ບໍ່ຈຳເປັນສຳລັບດ້ານການຄ້າ, ເພີ່ມທະວີບັນດາມາດຕະການຫັນການຄ້າເປັນສະດວກສະບາຍ ເພື່ອແນໃສ່ສ້າງການຜະລິດເປັນປົກກະຕິ. ຮັກສາການເຊື່ອມຕໍ່ລະບົບສະໜອງ, ສ້າງແຜນການຟື້ນຟູຫຼັງໂລກລະບາດ…
ເສີມຂະຫຍາຍບົດບາດເປັນປະທານອາຊຽນ 2020
ຫວຽດນາມ ໄດ້ຊຸກຍູ້ບັນດາຂໍ້ລິເລິ່ມນີ້ຢ່າງຕັ້ງໜ້າ ເພື່ອແນໃສ່ຮັກສາບັນດາການເຄື່ອນໄຫວດ້ານການຄ້າ, ເພີ່ມທະວີການຮ່ວມມື, ຮ່ວມສຳພັນໃນພາກພື້ນ ໃນການແກ້ໄຂຜົນຮ້າຍຈາກໂລກລະບາດ ໂຄວິດ 19 ແລະ ກະກຽມໃຫ້ແກ່ການຟື້ນຟູເສດຖະກິດຫຼັງໂລກລະບາດ.
ດ້ວຍບົດບາດເປັນເປັນປະເທດປະທານອາຊຽນ 2020, ຫວຽດນາມ ໄດ້ເປັນເຈົ້າການຮັບມື, ມີການປ່ຽນແປງວິທີຈັດບັນດາເຫດການໃນຂອບເຂດອາຊຽນ ຈາກການປະຊຸມຢູ່ຫໍປະຊຸມ ໄປເປັນການປະຊຸມທາງອອນລາຍຢ່າງໄວວາ, ປະກອບສ່ວນຮັບປະກັນບັນດາການເຄື່ອນໄຫວຮ່ວມມືດ້ານເສດຖະກິດຈາກຂັ້ນລັດຖະມົນຕີ ຕະຫຼອດຮອດຂັ້ນເຕັກນິກຂອງອາຊຽນ ຊື່ງໄດ້ດຳເນີນຢ່າງຖືກຕ້ອງຕາມແຜນການ. ທ່ານລັດຖະມົນຕີກະຊວງອຸດສາຫະກຳການຄ້າຫວຽດນາມ ເຈິ່ນຕວັນແອັງ ຢືນຢັນວ່າ:
ນັບແຕ່ເດືອນມີນາ 2020, ບົນພື້ນຖານຂໍ້ສະເໜີຂອງທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າຫວຽດນາມ, ລັດຖະມົນຕີເສດຖະກິດຂອງບັນດາປະເທດ ອາຊຽນ ໄດ້ຈັດຕັ້ງກອງປະຊຸມຂອງບັນດາລັດຖະມົນຕີເສດຖະກິດຂຶ້ນ ເພື່ອປຶກສາຫາລືກ່ຽວກັບບັນດາມາດຕະການຮັບມືກັບໂລກລະບາດໂຄວິດ - 19, ຍົກອອກບັນດາມາດຕະການທີ່ມີລັກສະນະຄົບຊຸດ ແລະ ຮັບປະກັນໄດ້ຕາມບັນດາເປົ້າໝາຍ. ທີໜຶ່ງແມ່ນ, ຮັບປະກັນແຫຼ່ງສິນຄ້າສຳຄັນ ແລະ ວັດຖຸອຸປະກອນການແພດ ເພື່ອຮັບໃຊ້ໃຫ້ແກ່ຄວາມຕ້ອງການໃນການປ້ອງກັນ, ສະກັດກັ້ນໂລກລະບາດ. ທີສອງແມ່ນ ຮັບປະກັນການຈໍລະຈອນຂອງລະບົບສະໜອງຢູ່ພາກພື້ນ ແລະ ໃນໂລກ ເຊິ່ງ ອາຊຽນ ພວມເຂົ້າຮ່ວມ, ໃນນັ້ນ ພາກພື້ນ ອາຊີຕາເວັນອອກ  ແມ່ນມີຄວາມສຳຄັນຍິ່ງສຳລັບບັນດາປະເທດ ອາຊຽນ ແລະ ຫວຽດນາມ. ທີສາມແມ່ນ ສືບຕໍ່ຊອກຫາບັນດາວິທີການແກ້ໄຂ, ມາດຕະການ ເພື່ອເອື້ອອຳນວຍຄວາມສະດວກ ແລະ ຊ່ວຍເຫຼືອບັນດາວິສາຫະກິດ, ໂດຍສະເພາະແມ່ນວິສາຫະກິດຂະໜາດນ້ອຍ ແລະ ກາງ”.
ຫວຽດນາມເປັນເຈົ້າການນຳໜ້າໃນການປະຕິບັດບັນດາຄຳໝັ້ນສັນຍາ ຮັກສາການເປີດປະຕູຕະຫຼາດ ທີ່ໄດ້ໃຫ້ຄຳໝັ້ນສັນຍາໃນຂໍ້ລິເລີ່ມຕ່າງໆເພື່ອຮັບມືກັບໂລກລະບາດໂຄວິດ - 19 ດ້ວຍການຍົກເລີກບັນດາມາດຕະການຈຳກັດການສົ່ງອອກຜ້າອັດປາກ - ອັດດັງ ແລະ ເຂົ້າສານ ໃນເດືອນ ເມສາ ແລະ ເດືອນພຶດສະພາ 2020 ຕາມລຳດັບ ເພື່ອປະກອບສ່ວນເຂົ້າໃນການຮັກສາແຫຼ່ງສະໜອງສະບຽງອາຫານ ແລະ ວັດຖຸອຸປະກອນການແພດໃນພາກພື້ນ. ນອກຈາກນັ້ນ, ນັບແຕ່ເດືອນພຶດສະພາ ປີ 2020 ເປັນຕົ້ນໄປ, ຫວຽດນາມ ໄດ້ປະກາດໃຊ້ຈົດໝາຍລັດຖະການວ່າດ້ວຍການອະນຸຍາດໃຫ້ຮັບຮອງເອົາໃບຢັ້ງຢືນຕົ້ນກຳເນີດ ດ້ວຍລາຍເຊັນເອເລັກໂຕນິກ ແລະ ປະທັບກາທາງເອເລັກໂຕນິກ ຫຼື ພາບຖ່າຍໃບຢັ້ງຢືນຕົ້ນກຳເນີດຂອງສິນຄ້າ ເພື່ອແນໃສ່ສ້າງເງື່ອນໄຂສະດວກທີ່ສຸດໃຫ້ແກ່ວິສາຫະກິດ ແລະ ການຄ້າໃນພາກພື້ນ ແລະ ໃນໂລກ ໃນສະພາບການເກີດໂລກລະບາດໂຄວິດ - 19 ຄືໃນປັດຈຸບັນ.
ກໍທີ່ກອງປະຊຸມຄັ້ງນີ້, ຫວຽດນາມຈະໄດ້ສືບຕໍ່ປະຕິບັດ ແລະ ປະສົບຜົນສຳເລັດບົດບາດເປັນປະທານ ອາຊຽນ 2020 ຢ່າງຈົບງາມ, ປະກອບສ່ວນເຂົ້າໃນເປົ້າໝາຍຊຸກຍູ້ການເຊື່ອມຕໍ່ເສດຖະກິດພາຍໃນກຸ່ມ, ຜັນຂະຫຍາຍແຜນການດຳເນີນງານສັງລວມປີ 2025 ຂອງປະຊາຄົມເສດຖະກິດ ອາຊຽນ, ຊ່ວຍ ອາຊຽນ ຜ່ານຜ່າບັນດາສິ່ງທ້າທາຍໃນປັດຈຸບັນ./.
(ແຫຼ່ງຄັດຈາກ VOV)
 

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານພົນເອກ ຈັນສະໝອນ ຈັນຍະລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ທີ່ມາເຂົ້າຮ່ວມພິທີງານສົບລະດັບຊາດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

Top