• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມຈັດພິທີໄຫວ້ອາໄລປະຊາຊົນເສຍຊີວິດ ແລະ ພະນັກງານ, ນັບຮົບເສຍສະຫລະຊີວິດຍ້ອນໂລກລະບາດໂຄວິດ-19

ຕອນຄ່ຳວັນທີ 19 ພະຈິກ, ພິທີໄຫວ້ອາໄລ ປະຊາຊົນເສຍຊີວິດ ແລະ ພະນັກງານ, ນັບຮົບເສຍສະຫລະຊີວິດຍ້ອນໂລກລະບາດໂຄວິດ-19 ໄດ້ດຳເນີນໃນທົ່ວປະເທດ.
ພິທີໄຫວ້ອາໄລ ປະຊາຊົນເສຍຊີວິດ ແລະ ພະນັກງານ, ນັບຮົບເສຍສະຫລະຊີວິດຍ້ອນໂລກລະບາດໂຄວິດ-19 

ທີ່ຫໍປະຊຸມ ທົງເຍີດ ນະຄອນ ໂຮ່ຈີມິນ, ຕາງຫນ້າໃຫ້ພັກ, ລັດ, ທ່ານ ໂດ໋ວັນຈຽນ, ປະທານ ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ສະແດງຄວາມຕື້ນຕັນໃຈ ແລະຄວາມເສຍດາຍຢ່າງສຸດຊຶ້ງ, ຄວາມເສົ້າສະຫລົດໃຈມາຍັງບັນດາຄອບຄົວ ມີຜູ້ເສຍສະຫລະຊີວິດ ແລະເສຍຊີວິດ ຍ້ອນໂລກລະບາດໂຄວິດ 19, ຂໍໃຫ້ດວງວິນຍານຂອງຜູ້ທີ່ໄດ້ເສຍຊີວິດໄປສູ່ສຸຂະຕິ. ທ່ານ ໂດ໋ວັນຈຽນ ເນັ້ນຫນັກວ່າ: ໂລກລະບາດທີ່ບໍ່ເຄີຍມີມາກ່ອນໄດ້ເຮັດໃຫ້ປະຊາຊົນກວ່າ 23.000 ຄົນເສຍຊີວິດ. ພິທີໄຫວ້ອາໄລກໍ່ແມ່ນໂອກາດເພື່ອຖະຫວາຍທູບທຽນອາໄລຫາ ແລະ ສັ່ງລາປະຊາຊົນ, ຊາວຫວຽດນາມອາໄສຢູ່ຕ່າງປະເທດ ທີ່ໄດ້ເສຍຊີວິດ ແລະ ເສຍສະຫລະຊີວິດ ຍ້ອນໂລກລະບາດໂຄວິດ 19.

ເວລາ 20 ໂມງ 30 ນາທີ, ພາຍຫລັງ ກົ້ມຫົວໄວ້ອາໄລຕໍ່ດວງວິນຍານຂອງຜູ້ເສຍຊີວິດຍ້ອນໂລກລະບາດແລ້ວ, ທ່ານ ຫວໍວັນເຖືອງ ຜູ້ປະຈຳການຄະນະເລຂາສູນກາງພັກກອມມູນິດ ຫວຽດນາມ ໄດ້ປະຕິບັດພິທີການອາໄລຫາປະຊາຊົນທີ່ເສຍຊີວິດ ແລະ ພະນັກງານ ນັກຮົບທີ່ເສຍສະຫລະຊີວິດຍ້ອນໂລກລະບາດໂຄວິດ 19. ຕໍ່ຈາກນັ້ນ ບັນດາການນຳພັກ, ລັດ ໄດ້ພ້ອມກັນຖະຫວາຍທູບທຽນ ອາໄລຫາຜູ້ທີ່ໄດ້ເສຍຊີວິດຍ້ອນໂຄວິດ -19.

ຢູ່ຈຸດເຊື່ອມຕໍ່ໃນສວນສາທາລະນະ ທົງເຍີດ ຮ່າໂນ້ຍ ກໍ່ໄດ້ດຳເນີນພິທີການທີ່ເຄັ່ງຂຶມ,              ສະແດງຄວາມເສົ້າສະຫລົດໃຈຕໍ່ປະຊາຊົນທີ່ໄດ້ເສຍຊີວິດຍ້ອນໂລກລະບາດໂຄວິດ 19. ບັນດາການນຳພັກ, ລັດ, ແນວໂຮມປະເທດຊາດຫວຽດນາມ, ນະຄອນ ຮ່າໂນ້ຍ ແລະ ປະຊາຊົນນະຄອນຫລວງ ເປັນຈຳນວນຫລວງຫລາຍ ກໍ່ໄດ້ເຂົ້າຮ່ວມການຖະຫວາຍທູບທຽນອາໄລຫາປະຊາຊົນເສຍຊີວິດ ແລະພະນັກງານ, ນັກຮົບເສຍສະຫລະຊີວິດຍ້ອນໂລກລະບາດໂຄວິດ -19.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top