• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນນາມຄັດຄ້ານຈີນດຳເນີນການຝຶກຊ້ອນດ້ານການທະຫານຢູ່ໝູ່ເກາະ ຮວ່າງຊາຂອງຫວຽດນາມ

ໂຄສົກກະຊວງການຕ່າງປະເທດຫວຽດນາມ, ທ່ານນາງເລທິທູຮັ່ງໄດ້ຢືນຢັນວ່າ : ຫວຽດນາມມີຫຼັກຖານນິຕິທຳ ແລະ ພະຍານຫຼັກຖານປະຫວັດສາດຢ່າງພຽງພໍເພື່ອຢັ້ງຢືນອຳນາດອະທິປະໄຕຂອງຫວຽດນາມສຳລັບ 2 ໝູ່ເກາະ ຮວ່າງຊາ ແລະ ເຈື່ອງຊາຂອງຫວຽດນາມທີ່ສອດຄ່ອງກັບກົດໝາຍສາກົນ
 
ໂຄສົກກະຊວງການຕ່າງປະເທດຫວຽດນາມ, ທ່ານນາງ ເລທິທູຮັ່ງ

ວັນທີ 21 ພຶດສະພາ, ຕອບສຳພາດນັກຂ່າວກ່ຽວກັບເລື່ອງຈີນ ຈັດສົ່ງເຮືອບິນຖິ້ມລະເບີດເຂົ້າເຄື່ອນໄຫວຝຶກຊ້ອນດ້ານການທະຫານຢູ່ໝູ່ເກາະຮວ່າງຊາຂອງຫວຽດນາມ, ໂຄສົກກະຊວງການຕ່າງປະເທດຫວຽດນາມ, ທ່ານນາງເລທິທູຮັ່ງໄດ້ຢືນຢັນວ່າ : ຫວຽດນາມມີຫຼັກຖານນິຕິທຳ ແລະ ພະຍານຫຼັກຖານປະຫວັດສາດຢ່າງພຽງພໍເພື່ອຢັ້ງຢືນອຳນາດອະທິປະໄຕຂອງຫວຽດນາມສຳລັບ 2 ໝູ່ເກາະ ຮວ່າງຊາ ແລະ ເຈື່ອງຊາຂອງຫວຽດນາມທີ່ສອດຄ່ອງກັບກົດໝາຍສາກົນ. ການກະທຳດັ່ງກ່າວຂອງຈີນໄດ້ລະເມີດ ອຳນາດອະທິປະໄຕຂອງຫວຽດນາມສຳລັບໝູ່ເກາະ ຮວ່າງຊາ, ໄປຝືນກັບຂໍ້ຕົກລົງກ່ຽວກັບບັນດາຫຼັກການພື້ນຖານຊີ້ນຳແກ້ໄຂບັນຫາຢູ່ທະເລລະຫວ່າງຫວຽດນາມ-ຈີນ, ລະເມີດຖະແຫຼງການປະພຶດຂອງຝ່າຍຕ່າງໆຢູ່ທະເລຕາເວັນອອກລະຫວ່າງ ອາຊຽນ-ຈີນ DOC, ສົ່ງຜົນສະທ້ອນທີ່ບໍ່ດີຕໍ່ວິວັດການເຈລະຈາລະຫວ່າງອາຊຽນ ແລະ ຈີນ ເພື່ອແນໃສ່ສ້າງກົດແຫ່ງການປະພຶດຂອງຝ່າຍຕ່າງໆຢູ່ທະເລຕາເວັນອອກ COC, ເຮັດໃຫ້ສະພາບການໃນພາກພື້ນເພີ່ມຄວາມເຄັ່ງຕຶງ ແລະ ຂາດສະຖຽນລະພາບຕື່ມອີກ.

    ໂຄສົກກະຊວງການຕ່າງປະເທດຫວຽດນາມ, ທ່ານນາງເລທິທູຮັ່ງໄດ້ຊີ້ແຈ້ງ ວ່າ ຫວຽດນາມສະເໜີຈີນຈົ່ງຢຸດຕິການກະທຳດັ່ງກ່າວໃນທັນທີ່, ບໍ່ດຳເນີນການເຄື່ອນໄຫວທາງທະຫານ, ເຄົາລົບອຳນາດອະທິປະໄຕຂອງຫວຽດນາມສຳລັບ ໝູ່ເກາະ ຮວ່າງຊາຂອງຫວຽດນາມ ຢ່າງເຂັ້ມງວດ, ປະຕິບັດຕາມ ຂໍ້ຕົກລົງກ່ຽວກັບບັນດາຫຼັກການພື້ນຖານຊີ້ນຳແກ້ໄຂບັນຫາຢູ່ທະເລລະຫວ່າງຫວຽດນາມ-ຈີນ ຢ່າງເຂັ້ມງວດ, ຖະແຫຼງການປະພຶດຂອງຝ່າຍຕ່າງໆຢູ່ທະເລຕາເວັນອອກ DOC, ສ້າງສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືໃນພາກພື້ນ.
(ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top