• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສ​ປ​ຊ ເນັ້ນ​ໜັກ​ເຖິງ​ຄຸນ​ຄ່າ​ຂອງ​ນ້ຳ​ໃນ​ການ​ປ້ອງ​ກັນ​, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19

ເຈົ້າໜ້າທີ່ ສປຊ ກ່າວເຕືອນວ່າມີ ປະຊາຊົນ ກ່ວາ 2 ຕື້ຄົນບໍ່ໄດ້ສຳຜັດກັບນ້ຳ  ຊຶ່ງເປັນສິ່ງທີ່ສວມບົດບາດສຳຄັນໃນການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19. ທ່ານນາງ Sasha Koo – Oshima ໄດ້ຍົກອອກບັນຫາຂາດການລົງທຶນ ແລະ ຂາດນ້ຳສະອາດກໍ່ຄືບັນດາການບໍລິການທີ່ກ່ຽວຂ້ອງເຖິງນ້ຳສະອາດ ທີ່ໄດ້ສະໜອງໃຫ້ແກ່ປະຊາຊົນນັບຕື້ຄົນ. 
ພາບປະກອບ: financialexpress

ນ້ຳມີຄຸນຄ່າອັນລ້ຳຄ່າ, ພິເສດແມ່ນໃນການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19. ກ່າວຄຳເຫັນເນື່ອງໃນໂອກາດວັນນ້ຳທົ່ວໂລກທີ 22 ມີນາ, ທ່ານນາງ Sasha Koo - Oshima ຮອງຜູ້ອຳນວຍການໃຫຍ່ ອົງການອາຫານ ແລະ ການກະເສດ ສປຊ (FAO) ໄດ້ເນັ້ນໜັກວ່າ: ເມື່ອໂລກລະບາດໂຄວິດ - 19 ຄຸກຄາມ, ປະຊາກອນໂລກຈຳນວນຫຼາຍຍັງບໍ່ທັນໄດ້ສຳຜັດກັບບັນດາອຸປະກອນລ້າງມືຢູ່ເຮືອນ ໃນຂະນະທີ່ ນີ້ແມ່ນວິທີອັນດັບ 1 ເພື່ອປ້ອງກັນ, ສະກັດກັ້ນເຊື້ອໄວຣັດ SARS – CoV -2. ເຈົ້າໜ້າທີ່ ສປຊ ກ່າວເຕືອນວ່າມີ ປະຊາຊົນ ກ່ວາ 2 ຕື້ຄົນບໍ່ໄດ້ສຳຜັດກັບນ້ຳ  ຊຶ່ງເປັນສິ່ງທີ່ສວມບົດບາດສຳຄັນໃນການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19. ທ່ານນາງ Sasha Koo – Oshima ໄດ້ຍົກອອກບັນຫາຂາດການລົງທຶນ ແລະ ຂາດນ້ຳສະອາດກໍ່ຄືບັນດາການບໍລິການທີ່ກ່ຽວຂ້ອງເຖິງນ້ຳສະອາດ ທີ່ໄດ້ສະໜອງໃຫ້ແກ່ປະຊາຊົນນັບຕື້ຄົນ. ສະພາບການນີ້ຍິ່ງຈະແຈ້ງກ່ວາເວລາໃດໝົດ ເມື່ອເກີດໂລກລະບາດໂຄວິດ - 19 ຂຶ້ນ.
(ແຫຼ່ງຄັດຈາກ VOV)

FAO ກ່າວ​ເຕືອນ​ຜົນ​ກະ​ທົບ​ເຖິງ​ເຄືອ​ຂ່າຍ​ກະ​ສິ​ກຳ ແລະ ສະ​ບຽງ​ອ​າ​ຫານ​ທົ່ວ​ໂລກ

FAO ກ່າວ​ເຕືອນ​ຜົນ​ກະ​ທົບ​ເຖິງ​ເຄືອ​ຂ່າຍ​ກະ​ສິ​ກຳ ແລະ ສະ​ບຽງ​ອ​າ​ຫານ​ທົ່ວ​ໂລກ

ວັນ​ທີ 26 ພຶດ​ສະ​ພາ, ຢູ່​ສະ​ໂມ​ສອນ​ໃຫຍ່​ຂອງ​ອົງ​ການ​ອາ​ຫານ ແລະ ​ການກະ​ເສດ ແຫ່ງ ສ​ປ​ຊ (FAO) ຢູ່​ນະ​ຄອນຫຼວງ ຣົມ ຂອງ ອີ​ຕາ​ລີ, ໄດ້​ດຳ​ເນີນ​ເຫດ​ການ​ພິ​ເສດ​ໜຶ່ງ ໂດຍ​ພາຍ​ໃຕ້​ການ​ເປັນ​ປະ​ທານ​ຂອງ​ລັດ​ຖະ​ບານ ແອັດ​ສະ​ປາຍ, ດ້ວຍ​ຫົວ​ຂໍ້ “ຄວາມ​ໝັ້ນ​ຄົງ​ດ້ານ​ສະ​ບຽງ​ອາ​ຫານ ແລະ ໂພ​ຊະ​ນະ​ການ​ພາຍ​ໃຕ້​ກຳ​ລັງ​ກົດ​ດັນ: ຜົນ​ຕາມ​ມາ​ຈາກ​ການ​ປະ​ທະ​ກັນ​ຢູ່​ຕາ​ເວັນ​ອອກ​ກາງ”.

Top