• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສ​ປ​ຊ ຮຽກ​ຮ້ອງ ໃຫ້​ຢຸດ​ຍິງ​ໂດຍ​ບໍ່​ມີ​ເງື່ອນ​ໄຂ​ໃນ​ການ​ປະ​ທະ​ກັນ​ຢູ່ ຢູ​ແກຼນ

ພາຍຫຼັງການປະທະກັນຢູ່ ຢູແກຼນ ຄົບຮອບ 4 ປີ (24 ກຸມພາ 2022 – 24 ກຸມພາ 2026), ທ່ານ Antonio Guterres ເລຂາທິການໃຫຍ່ ສປຊ ຢັ້ງຢືນຄືນຄຳຮຽກຮ້ອງ “ຄຳສັ່ງຢຸດຍິງໃນທັນທີ, ຮອບດ້ານ ແລະ ບໍ່ມີເງື່ອນໄຂ” ຄືດັ່ງເປັນບາດກ້າວເດີນທຳອິດມຸ່ງໄປເຖິງພື້ນຖານສັນຕິພາບແບບຍຸຕິທຳ, ຍາວນານ ແລະ ຮອບດ້ານ.
ສ່ວນໜຶ່ງຂອງໂຮງງານກັນຕອນນ້ຳມັນຢູ່ Szazhalombatta, ຮຸງກາຣີ (ພາບ: REUTERS/Bernadett Szabo)

ໃນຖະແຫຼງການທີ່ໄດ້ຍົກອອກມາທີ່ສຳນັກງານ ສປຊ ຢູ່ ນິວຢອກ, ອາເມລິກາ, ວັນທີ 23 ກຸມພາ, ທ່ານເລຂາທິການໃຫຍ່ Antonio Guterres ເນັ້ນໜັກວ່າ ວິກິດການຢູ່ ຢູແກຼນ ຍັງຄົງແມ່ນໄພນາບຂູ່ຕໍ່ສັນຕິພາບ ແລະ ຄວາມໝັ້ນຄົງຢູ່ພາກພື້ນກໍຄືທົ່ວໂລກ; ພ້ອມທັງຢັ້ງຢືນມາດຕະການສັນຕິພາບຢ່າງຍຸຕິທຳທີ່ຕ້ອງປະຕິບັດຕາມກົດບັດ ສປຊ, ກົດໝາຍສາກົນ ແລະ ມະຕິສະບັບຕ່າງໆທີ່ກ່ຽວຂ້ອງ, ຮັບປະກັນເຄົາລົບເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງ ຢູແກຼນ, ພ້ອມທັງເນັ້ນໜັກວ່າ ອົງການນີ້ ພ້ອມແລ້ວທີ່ຈະເຂົ້າຮ່ວມ, ໜູນຊ່ວຍທຸກຄວາມມານະພະຍາຍາມເພື່ອມຸ່ງໄປເຖິງເປົ້າໝາຍນີ້.

ກໍໃນວັນດຽວກັນ, ສະຫະພາບເອີຣົບ (EU) ບໍ່ບັນລຸໄດ້ຄວາມເຫັນດີເຫັນພ້ອມຕໍ່ການລົງໂທດຄັ້ງໃໝ່ທີ່ເລັ່ງໃສ່ ລັດເຊຍ, ພາຍຫຼັງ ຮຸງກາຣີ ປະຕິເສດຂໍ້ສະເໜີດັ່ງກ່າວ.

(ແຫຼ່ງຄັດຈາກ VOV)

ນັກ​ສຶກ​ສາ​ລາວ, ກຳ​ປູ​ເຈຍ ຕ້ອ​ນ​ຮັບ​ບຸນປີ​ໃໝ໋​ປະ​ຈຳ​ຊາດ​ຢ່າງ​ອົບ​ອຸ່ນ​ຢູ່​ນະ​ຄອນ ໂຮ່​ຈີ​ມິນ

ນັກ​ສຶກ​ສາ​ລາວ, ກຳ​ປູ​ເຈຍ ຕ້ອ​ນ​ຮັບ​ບຸນປີ​ໃໝ໋​ປະ​ຈຳ​ຊາດ​ຢ່າງ​ອົບ​ອຸ່ນ​ຢູ່​ນະ​ຄອນ ໂຮ່​ຈີ​ມິນ

ຕອນ​ຄ່ຳ​ວັນ​ທີ 13 ເມ​ສາ, ນະ​ຄອ​ນ​ໂຮ່​ຈີ​ມິນ ໄດ້​ຈັດ​ລາຍ​ການ​ພົບ​ປະ​ກັບ​ນັກ​ສຶກ​ສາ ລາວ ແລະ ກຳ​ປູ​ເຈຍ​ທີ່​ພວມ​ຮ່ຳ​ຮຽນ​ຢູ່​ທີ່​ນີ້ ເນື່ອງ​ໃນ​ໂອ​ກາດ​ບຸນ​ປີ​ໃໝ່ (ລາວ) ແລະ ບຸນ Chol Chnam Thmey ກຳ​ປູ​ເຈຍ​ປີ 2026.

Top