• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

4 ປີແຫ່ງການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ: ຄວາມລຳບາກບົນເສັ້ນທາງໄປເຖິງສັນຕິພາບ

ການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ ໄດ້ກໍ່ຜົນຮ້າຍຢ່າງຮ້າຍແຮງ, ພາໃຫ້ເສດຖະກິດ - ສັງຄົມຂອງ 2 ປະເທດເວົ້າສະເພາະ ກໍຄືການພົວພັນກັບສາກົນເວົ້າລວມມີການປ່ຽນແປງຢ່າງເລິກເຊິ່ງ.
ການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ ໄດ້ກໍ່ຜົນຮ້າຍຢ່າງຮ້າຍແຮງ (ພາບປະກອບ: REUTERS)

ວັນທີ 24 ກຸມພາ ປີ 2026 ແມ່ນວັນຄົບຮອບ 4 ປີແຫ່ງການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ, ເຊິ່ງແມ່ນການປະທະກັນດ້ານການທະຫານ ໃຫຍ່ີ່ສຸດຢູ່ ເອີລົບ ນັບແຕ່ສົງຄາມໂລກຄັ້ງທີ 2. 4 ປີໄດ້ຜ່ານໄປແລ້ວ, ແຕ່ບັນດາຄວາມຫວັງກ່ຽວກັບມາດຕະການແກ້ໄຂໂດຍສັນຕິຍາວນານຍັງປະສົບກັບສິ່ງທ້າທາຍຫຼາຍຢ່າງ.

ການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ ເກີດຂຶ້ນໃນວັນທີ 24 ກຸມພາ 2022 ເມື່ອ ລັດເຊຍ ປຸກລະດົມການໂຈມຕີດ້ານການທະຫານພິເສດໃສ່ ຢູແກຼນ ພາຍຫຼັງ 2 ຝ່າຍມີຄວາມບໍ່ລົງລອຍກັນຢ່າງຮ້າຍແຮງກ່ຽວກັບຫຼາຍບັນຫາຄວາມໝັ້ນຄົງ ແລະ ພູມສາດການເມືອງທີ່ມີລັກສະນະຍຸດທະສາດໃນໄລຍະຍາວ.

ຄວາມເສຍຫາຍເພີ່ມຂຶ້

ການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ ໄດ້ກໍ່ຜົນຮ້າຍຢ່າງຮ້າຍແຮງ, ພາໃຫ້ເສດຖະກິດ - ສັງຄົມຂອງ 2 ປະເທດເວົ້າສະເພາະ ກໍຄືການພົວພັນກັບສາກົນເວົ້າລວມມີການປ່ຽນແປງຢ່າງເລິກເຊິ່ງ.

ຄວາມເສຍຫາຍໃຫຍ່ທີ່ສຸດສຳລັບລັດເຊຍ ແລະ ຢູແກຼນ ແມ່ນດ້ານຊີວິດອິນຊີ. ເຖິງວ່າບັນດາຕົວເລກຊັດເຈນກ່ຽວກັບພົນທະຫານຖືກເສຍຊີວິດ ແລະຮັບບາດເຈບບໍ່ໄດ້ ລັດເຊຍ ແລະ ຢູແກຼນ ປະກາດເທື່ອ ແຕ່ຕາມຜົນການຄົ້ນຄ້ວາຂອງບັນດາສະຖາບັນຄົ້ນຄ້ວາໃນໂລກແລ້ວ, ຄາດວ່າ ມີພົນທະຫານ ລັດເຊຍ ແລະ ຢູແກຼນ ນັບລ້ານຄົນເສຍຊີວິດ. ຈຳນວນສາມັນຊົນຖືກເສຍຊີວິດຍ້ອນການປະທະກັນກໍ່ຂຶ້ນເຖິງນັບແສນຄົນ. ສະເພາະຢູແກຼນ, ຄວາມເສຍຫາຍດ້ານຊີວິດອິນຊີ ຍ້ອນການປະທະກັນແລະ ເລື່ອງປະຊາຊົນນັບລ້ານຄົນອົບພະຍົບໄປປະເທດອື່ນ ອາດສາມາດເຮັດໃຫ້ຂອບຂະໜາດພົນລະເມືອງຂອງປະເທດຍາກທີ່ຈະຟື້ນຟູໄດ້, ຄາດຄະເນວ່າຈຳນວນພົນລະເມືອງຂອງ ຢູແກຼນ ອາດຈະຫຼຸດລົງຕ່ຳກວ່າ 30 ລ້ານຄົນໃນປີ 2050. ທ່ານ Christian Lindmeier,  ໂຄສົກຂອງອົງການອະນາໄມໂລກ (WHO), ໃຫ້ຮູ້ວ່າ:

ນັບແຕ່ເດືອນ ກຸພາ 2022, ໝາຍຄວາມວ່າໃນໄລຍະເວລາພຽງ 4 ຈຳນວນຄົນພິການຍ້ອນການທະກັນຢູ່ ຢູແກຼນ ໄດ້ເພີ່ມຂຶ້ເກືອບ 400.000 ຄົນບັນຫາຢູ່ທີ່ນີ້ບໍ່ພຽງແຕ່ແມ່ນຕົວເລກເທົ່ານັ້ນ ຫາກຍັງແມ່ນການາດແຄນການໜູນຊ່ວຍເລື່ອງບໍ່ສາມາດໄປມາຢ່າງເສລີເລື່ອງາດແຫຼ່ງສະໜອງທີ່ຈຳເປັນເພື່ອໜູນຊ່ວຍບັນດາຄົນພິການ… ສະນັ້ນ, ເບື້ອງຫຼັງຕົວເລກເຫຼົ່ານັ້ນແມ່ນເລື່ອງລາວທີ່ໃຫຍ່ກວ່ານັ້ນຫຼາຍ”.

ການປະທະກັນແກ່ຍາວໄດ້ກໍ່ຄວາມເສຍຫາຍຢ່າງຮ້າຍແຮງໃຫ້ແກ່ພື້ນຖານເສດຖະກິດຂອງ 2 ປະເທດ. ຢູ່ ຢູແກຼນ, ພື້ນຖານໂຄງລ່າງ, ພິເສດແມ່ນພື້ນຖານໂຄງລ່າງພະລັງງານ ແລະ ຄົມມະນາຄົມ, ຖືກທຳລາຍຢ່າງຮ້າຍແຮງ. ຕົວເລກຫຼ້າສຸດໂດຍທະນາຄານໂລກ (WB) ປະກາດໃນວັນທີ 23 ກຸມພາ ໃຫ້ຮູ້ວ່າ ລາຍຈ່າຍເພື່ອກໍ່ສ້າງ ຢູແກຼນ ຄືນໃໝ່ແມ່ນຂຶ້ນເຖິງ 588 ຕື້ USD ໃນ 1 ທົດສະວັດຈະມາເຖິງ. ສຳລັບຝ່າຍ ລັດເຊຍ, ການປະທະກັນກັບ ຢູແກຼນ ເຮັດໃຫ້ ລັດເຊຍ ຖືກຮັບບັນດາຄຳສັ່ງລົງໂທດຢ່າງໜັກໜ່ວງຈາກບັນດາປະເທດຝ່າຍຕາເວັນຕົກ ແລະ ເຖິງວ່າ ເສດຖະກິດຂອງ ລັດເຊຍ ໃນໄລຍະເວລາ 4 ປີຜ່ານມາຍັງຄົງຕົວຢ່າງໝັ້ນຄົງໄດ້ກໍ່ຕາມ, ແຕ່ຄວາມກົດດັນຈາກບັນດາຄຳສັ່ງລົງໂທດນີ້ນັບມື້ນັບເພີ່ມຂຶ້ນ. ໃນໄລຍະຍາວ, ບັນດາຄຳສັ່ງລົງໂທດນີ້ຈະສ້າງເປັນຮົ້ວກີດຂວາງໃຫຍ່ຕໍ່ການເຕີບໂຕຢ່າງໝັ້ນທ່ຽງຂອງ ລັດເຊຍ ແລະ ສ້າງຄວາມສ່ຽງໃຫຍ່ຕໍ່ການຂາດຄວາມສົນດຸນດ້ານເສດຖະກິດ.

ຄຳຖາມເຊິ່ງບັນດາຝ່າຍລ້ວນແຕ່ຫວັງວ່າຈະມີຄຳຕອບນັ້ນແມ່ນ: ເມືອໃດການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ ຈະສິ້ນສຸດລົງ? (ພາບ: Hamad Al Kaabi/UAE Presidential Court/Handout via REUTERS)

ຄຳຖາມກ່ຽວກັບຈຸດເວລາ

ໃນຈຸດເວລາທີ່ການປະທະກັນນອງເລືອດທີ່ສຸດຢູ່ເຂດດິນແດນໃນ ເອີລົບ ນັບແຕ່ຫຼັງສົງຄາມໂລກຄັ້ງທີ 2 ຄົບຮອບ 4 ປີ, ຄຳຖາມເຊິ່ງບັນດາຝ່າຍລ້ວນແຕ່ຫວັງວ່າຈະມີຄຳຕອບນັ້ນແມ່ນ: ເມືອໃດການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ ຈະສິ້ນສຸດລົງ? ຕາມທ່ານ Samir Puri, ນັກໄຈ້ແຍກດ້ານການເມືອງ ແລະ ນັກຊ່ຽວຊານຄົ້ນຄວ້າກ່ຽວກັບສົງຄາມຢູ່ໂຮງຮຽນ King’s College ທີ່ນະຄອນຫຼວງ ລອນດອນ, ປະເທດ ອັງກິດ ແລ້ວ, ບໍ່ມີຜູ້ໃດສາມາດໃຫ້ຄຳຕອບຢ່າງຊັດເຈນໄດ້ ຍ້ອນປະຫວັດສາດໂລກຊີ້ໃຫ້ເຫັນວ່າ ບັນດາການເຈລະຈາໃນໄລຍະທີ່ 2 ຝ່າຍຍັງປະເຊີນໜ້າ ເຄີຍຈະແກ່ຍາວ ແລະ ເກີດຫຼາຍບັນຫາບໍ່ຄາດຄິດໄດ້. ເລື່ອງບັນດາຝ່າຍບໍ່ບັນລຸບຸກທະລຸໃດໆພາຍຫຼັງດຳເນີນການເຈລະຈາເປັນ 3 ຄັ້ງນັ້ນໄດ້ສະແດງໃຫ້ເຫັນວ່າ ເສັ້ນທາງພາໄປເຖິງການຢຸດຕິການປະທະກັນ ແລະ ຕໍ່ຈາກນັ້ນແມ່ນການສ້າງ ສັນຕິພາບໃນໄລຍະຍາວຍັງລຳບາກທີ່ສຸດ.

ກ່ຽວກັບຊ່ອງຫວ່າງໃນທັດສະນະການເຈລະຈາລະຫວ່າງ 2 ຝ່າຍຖ້າເຊື່ອໝັ້ຕໍ່ບັນດາສິ່ງທີ່ຝ່າຍ ອາເມລິກາ ຖະແຫຼງ ແລ້ວ ຊ່ອງຫວ່າງນີ້ພວມຄ່ອຍໆຮັດແຄບລົງ ແລະ ມີພຽງບາງບັນຫາຫຍຸ້ງຍາກທີ່ຈຳເປັນຕ້ອງຮັບການແກ້ໄຂເທົ່ານັ້ນໃນນັ້ນອາດຈະແມ່ນບັນຫາລະບຽບຂໍ້ກຳນົດຜືນແຜ່ນດິນຂອງເຂດ Donbass. ແຕ່ຂ້າພະເຈົ້າຄິດວ່າ ຄວາມຈິງຈະມີຄວາມແຕກຕ່າງກັນຫຼາຍ ຖ້າພວກເຮົາຖາມທັງຝ່າຍ ລັດເຊຍ ແລະ ຢູແກຼພິເສດແມ່ນທ່ານ Volodymyr Zelenskiy, ປະທານາທິບໍດີ ຢູແກຼນ ຜູ້ທີ່ ເຄີຍຖະແຫຼງຫຼາຍເທື່ອໃນສື່ສັງຄົມຢ່າງຈະແຈ້ງວ່ ຍັງມີຄວາມແຕກຕ່າງກັນຫຼາຍລະຫວ່າງ 2 ທິມເຈລະຈາຂອງ ຢູແກຼນ ແລະ ຂອງ ລັດເຊຍ”.

ຕາມທ່ານ Ruslan Bortnik, ຫົວໜ້າສະຖາບັນການເມືອງ ຢູແກຼນ ແລ້ວ, ບັນດາການເຈລະຈາໃນປະຈຸບັນພຽງຢຸດຢູລະດັບການສຳຫຼວດເທົ່ານັ້ນ ແລະ ເລື່ອງລັດເຊຍ ແລະ ຢູແກຼນ ສາມາດບັນລຸຂໍ້ຕົກລົງໂດຍກົງເຊິ່ງກັນແລະກັນໄດ້ຫຼືບໍ່ຍັງແມ່ນຄຳຖາມຢູ່.

ບໍ່ໂຊກດີແມ່ນຍັງບໍ່ທັນມີຂໍ້ຕົກລົງລະຽດກ່ຽວກັບບັນຫາຍຸດທະສາດໃດບັນດາບັນຫາການເມືອງໃນປະຈຸບັນຍັງບໍ່ທັນໄດ້ພິຈະລະນາປະຈຸບັນບັນດາບັນຫາກ່ຽວກັບການຄວບຄຸຜືນແຜ່ນດິນການຮັບປະກັນດ້ານການທະຫານ - ານເມືອງ - ຄວາມໝັ້ຄົງຍັງແມ່ນບັນຫາລັບຂອງປະມຸດລັດນອກນັ້ນຝ່າຍ ຢູແກຼນ ກໍ່ເວົ້າຢ່າງຈະແຈ້ງວ່າ ນັບທັງເມື່ອບັນດາບັນຫາດັ່ງກ່າວໄດ້ຮັບການແກ້ໄຂ ກໍ່ຕ້ອງໄດ້ແກ້ໄຂຕາມຂອບ ແລະ ຮູບແບບຄືດັ່ງຂໍ້ຕົກລົງດ້ານທັນຍາຫານເມື່ອກ່ອນນີ້”.

ສ່ວນທ່ານ Oleh Saakian, ນັກໃຈ້ແຍກດ້ານການເມືອງຢູ່ ກີແອັບ (ຢູແກຼນ), ການເດີນທາງໄປຢ້ຽມຢາມ ຈີນ ຂອງທ່ານ Donald Trump, ປະທານາທິບໍດີ ອາເມລິກາ ຄາດວ່າແຕ່ວັນທີ 31 ມີນາ ຮອດວັນທີ 02 ເມສາ, ຈະສຳຄັນທີ່ສຸດຕໍ່ການແກ້ໄຂການປະທະກັລະຫວ່າງ ລັດເຊຍ - ຢູແກຼນ ຍ້ອນ ຈີນ ໄດ້ຮັບຖືວ່າແມ່ນພັນທະມິດສຳຄັນທີ່ສຸດສຳລັບ ລັດເຊຍ. ມີນັກໄຈ້ແຍກບາງທ່ານກໍ່ຖືວ່າ ອຳນາດການປົກຄອງ ອາເມລິກາ ໄດ້ວາງເປົ້າໝາຍຢຸດຕິການປະທະກັນ ລັດເຊຍ - ຢູແກຼນ ກ່ອນເດືອນ ມີຖຸນາ ປີ 2026, ສະນັ້ນ, ບັນດາການເຄື່ອນໄຫວດ້ານການທູດຂັ້ນສູງໃນທົ່ວໂລກໃນໄລຍະຈະມາເຖິງ ຈະມີຄວາມໝາຍຕັດສິນຕໍ່ເລື່ອງ ບັນດາຝ່າຍສາມາດບັນລຸບາດກ້າວບຸກທະລຸໄດ້ຫຼືບໍ່./.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຈະ​ປະ​ກາດ​ 2 ຂໍ້​ລິ​ເລີ່ມ​ກ່ຽວ​ກັບ SDGs ແລະ ສິດ​ທິ​ມະ​ນຸດ​ໃນ​ກອງ​ປະ​ຊຸມ​ຄັ້ງ​ທີ 61 ຂອງ​ສະ​ພາ​ສິດ​ທິ​ມະ​ນຸດ ສ​ປ​ຊ

ຫວຽດ​ນາມ ຈະ​ປະ​ກາດ​ 2 ຂໍ້​ລິ​ເລີ່ມ​ກ່ຽວ​ກັບ SDGs ແລະ ສິດ​ທິ​ມະ​ນຸດ​ໃນ​ກອງ​ປະ​ຊຸມ​ຄັ້ງ​ທີ 61 ຂອງ​ສະ​ພາ​ສິດ​ທິ​ມະ​ນຸດ ສ​ປ​ຊ

ຄະນະຜູ້ແທນ ຫວຽດນາມ ຈະເປັນເຈົ້າການເຂົ້າຮ່ວມຢ່າງຕັ້ງໜ້າໃນວິວັດການປຶກສາຫາລື ມະຕິ 36 ສະບັບຂອງກອງປະຊຸມ ແລະ ຈະມີ 2 ຂໍ້ລິເລີ່ມ ເຊັ່ນ: ຖະແຫຼງການຮ່ວມກ່ຽວກັບຄວາມສະເໝີພາບລະຫວ່າງຍິງ - ຊາຍໃນການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ (SDGs); ຈັດເຫດການຢູ່ນອກກອງປະຊຸມພ້ອມກັບ ສ.ເກົາຫຼີ, ຍີ່ປຸ່ນ ແລະ ໄທ ກ່ຽວກັບຜົນກະທົບເຖິງສິດທິມະນຸດຂອງການສໍ້ກົງທາງອິນເຕີເນັດ.

Top