ຕອນເຊົ້າວັນທີ 21 ພຶດສະພາ, ຢູ່ສຳນັກງານສູນກາງພັກກອມມູນິດ ຫວຽດນາມ, ທີ່ ຮ່າໂນ້ຍ, ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ, ຫົວໜ້າຄະນະຊີ້ນຳໄດ້ເປັນປະທານການເຮັດວຽກກັບຄະນະປະຈຳການຄະນະຊີ້ນຳສູນກາງ ກ່ຽວກັບການພັດທະນາວິທະຍາສາດເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນ, ໃຫ້ ແຜນນະໂຍບາຍ ຫົວເລື່ອງ “ຄົ້ນຄວ້າການນຳໃຊ້ ແລະ ພັດທະນາເຕັກໂນໂລຊີກວນເຕີມ ຮັບໃຊ້ການພັດທະນາເສດຖະກິດ, ສັງຄົມ, ຮັບປະກັນການປ້ອງກັນຊາດປ້ອງກັນຄວາມສະຫງົບ”.
ທີ່ການເຮັດວຽກ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຮຽກຮ້ອງໃຫ້ສຸມໃສ່ກວດກາຄືນບັນດາລະບົບຂໍ້ມູນສຳຄັນຂອງພັກ, ລັດ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ທະນາຄານ… ທັງໝົດ ເພື່ອສ້າງແຜນການຫັນປ່ຽນໃຫ້ເໝາະສົມ, ຮັບປະກັນເລື່ອງເປັນເຈົ້າການແຕ່ໄວ, ແຕ່ໄກ, ສຸມໃສ່ລົງທຶນໂດຍມີຈຸດສຸມ, ຈຸດໜັກ. ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຮຽກຮ້ອງວ່າ:
“ສ້າງ ແລະ ປະກາດໃຊ້ຍຸດທະສາດແຫ່ງຊາດກ່ຽວກັບເຕັກໂນໂລຊີກວນເຕີມ, ເຫັນດີເປັນເອກະພາບການສ້າງຕັ້ງສູນແຫ່ງຊາດກ່ຽວກັບເຕັກໂນໂລຊີກວມເຕີມ ກັບກຸ່ມຄົ້ນຄວ້າລົງເລິກຈຳນວນໜຶ່ງ, ຫ້ອງທົດລອງຈຸດສຸມບັນລຸມາດຖານແຫ່ງຊາດ, ພັດທະນາລະບົບຊີວະພາບກ່ຽວກັບເຕັກໂນໂລຊີກວນເຕີມ, ອາດຄັດເລືອກແຕ່ 3 ຫາ 5 ໂຄງການທົດລອງລະດັບຊາດ ເພື່ອສຸມແຫຼ່ງກຳລັງປະຕິບັດ”.







