• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສ້າງ​ຮູບ​ແບບ​ເຕີບ​ໂຕ​ໃໝ່, ກຳ​ລັງ​ໜູນ​ບຸກ​ທະ​ລຸ

ໃນບົດລາຍງານການເມືອງຍື່ນສະເໜີຕໍ່ກອງປະຊຸມໃຫ່ຍຜູ້ແທນທົ່ວປະເທດຄັ້ງທີ XIV, ພັກກອມມູນິດ ຫວຽດນາມ ສືບຕໍ່ຢັ້ງຢືນຄວາມຕັດສິນໃຈສ້າງສຳເລັດລະບອບລະບຽບການເສດຖະກິດການຕະຫຼາດຕາມການກຳນົດທິດສັງຄົມນິຍົມຢ່າງຄົບຊຸດ. ໜ້າສົນໃຈແມ່ນ, ເປັນຄັ້ງທຳອິດທີ່ບັນດາຄຳນິຍາມກ່ຽວກັບເສດຖະກິດດີຈີຕອນ, ເສດຖະກິດສີຂຽວ, ເສດຖະກິດໝູນວຽນ, ເສດຖະກິດແບ່ງປັນ ໄດ້ເຕື້ອງເຖິງຢ່າງເປັນທາງການ, ຮອບດ້ານໃນເອກະສານກອງປະຊຸມໃຫ່ຍ, ອັນໄດ້ສະແດງໃຫ້ເຫັນບາດກ້າວພັດທະນາໃໝ່, ບຸກທະລຸໃນຈິນຕະນາການທິດສະດີກ່ຽວກັບການພັດທະນາເສດຖະກິດ, ເປີດວິໄສທັດ ແລະ ກຳລັງໜູນໃໝ່ໃຫ້ແກ່ ຫວຽດນາມ.
ກອງປະຊຸມໃຫ່ຍຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ (ພາບ: TTXVN)

ນັບແຕ່ກອງປະຊຸມໃຫ່ຍ ຄັ້ງທີ XIII (ປີ 2021),  ພັກກອມມູນິດ ຫວຽດນາມ ໄດ້ກຳນົດວ່າ “ເສດຖະກິດດີຈີຕອນ, ເສດຖະກິດໝູນວຽນ, ການເຕີບໂຕສີຂຽວ ພວມແມ່ນຮູບແບບພັດທະນາທີ່ບັນດາປະເທດໄດ້ຄັດເລືອກ”. ດັ່ງນັ້ນ, ເປົ້າໝາຍພັດທະນາໃນໄລຍະ 2021-2030, ຫວຽດນາມ ຕ້ອງ “ສ້າງພື້ນຖານເສດຖະກິດສີຂຽວ, ເສດຖະກິດໝູນວຽນ, ເປັນມິດກັບສິ່ງແວດລ້ອມ”.

ບາດກ້າວພັດທະນາໃໝ່ໃນຈິນຕະນາການທິດສະດີ

   ໃນບົດລາຍງານຂອງຄະນະບໍລິຫານງານສູນກາງພັກຊຸດທີ XIII ກ່ຽວກັບບັນດາເອກະສານ ຍື່ນສະເໜີຕໍ່ກອງປະຊຸມໃຫ່ຍຜູ້ແທນທົ່ວປະເທດຄັ້ງທີ XIV  ຂອງພັກກອມມູນິດ ຫວຽດນາມ ທີ່ວາລະໄຂກອງປະຊຸມໃຫຍ່ທີ່ຈັດຂຶ້ນໃນວັນທີ 20 ມັງກອນ, ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊີ້ແຈ້ງວ່າ:

     ກຳນົດຮູບແບບການເຕີບໂຕໃໝ່: ເສດຖະກິດພູມປັນຍາ, ເສດຖະກິດດີຈີຕອນ, ເສດຖະກິດສີຂຽວ, ເສດຖະກິດໝູນວຽນ. ການຫັນເປັນສີຂຽວ, ຫັນປ່ຽນພະລັງງານຕ້ອງໄດ້ຜັນຂະຫຍາຍຢ່າງຂ້ຽວຂາດ, ມີແບບມີແຜນ, ຕິດພັນກັບຄວາມໝັ້ນຄົງພະລັງງານ, ຄວາມໝັ້ນຄົງສິ່ງແວດລ້ອມ ແລະ ຄຳຮຽກຮ້ອງແກ່ງແຍ້ງ. ພັດທະນາເສດຖະກິດໝູນວຽນ, ນຳໃຊ້ຊັບພະຍາກອນຢ່າງມີປະສິດທິຜົນ; ຊຸກຍູ້ວິສາຫະກິດປ່ຽນແປງໃໝ່ເຕັກໂນໂລຊີ, ຍົກສູງມາດຖານ; ເປັນເຈົ້າການປັບຕົວໃຫ້ເຂົ້າກັບບັນດາມາດຖານໃໝ່ຂອງການຄ້າ ແລະ ການລົງທຶນທົ່ວໂລກ.

ທ່ານ ຮ່ວາງວັນງ້ຽມ ເລຂາຄະນະພັກແຂວງ ເຊີນລາ (ພາບ: TTXVN)

ຕາມບັນດານັກວາງແຜນການນະໂຍບາຍ, ເລື່ອງບັນດາຄຳນິຍາມຄື: ເສດຖະກິດພູມປັນຍາ, ເສດຖະກິດດີຈີຕອນ, ເສດຖະກິດສີຂຽວ, ເສດຖະກິດໝູນວຽນ ໄດ້ເຕື້ອງເຖິງໃນເອກະສານຍື່ນສະເໜີຕໍ່ກອງປະຊຸມໃຫຍ່ຄັ້ງນີ້ບໍ່ພຽງແຕ່ແມ່ນການເພີ່ມຄຳສັບວິຊາການເທົ່ານັ້ນ ຫາກຍັງແມ່ນບາດກ້າວພັດທະນາໃໝ່ໃນຈິນຕະນາການທິດສະດີກ່ຽວກັບເສດຖະກິດການຕະຫຼາດຢູ່ ຫວຽດນາມ ອີກດ້ວຍ, ອັນໄດ້ສອດຄ່ອງກັບທ່າອ່ຽງຫັນປ່ຽນທົ່ວໂລກ. ທ່ານຮອງສາດສະດາຈານ, ປະລິນຍາເອກ ດ່າວງອກຕຽນ ຮອງອຳນວຍການມະຫາວິທະຍາໄລການຄ້າຕ່າງປະເທດ ຫວຽດນາມ ໃຫ້ຮູ້ວ່າ:

     ນີ້ແມ່ນການປ່ຽນແປງ, ແມ່ນບາດກ້າວບຸກທະລຸດ້ານຈິນຕະນາການ, ການປ່ຽນແປງກ່ຽວກັບສະຕິຄວາມຮັບຮູ້ ຂະນະທີ່ພວກເຮົາໄດ້ເຕື້ອງເຖິງເສດຖະກິດສີຂຽວ, ເສດຖະກິດໝູນວຽນຫຼາຍ. ຖ້າພວກເຮົາໄປທັນກັບບັນດາທ່າອ່ຽງນີ້, ດ້ວຍຖານະເປັນຜູ້ນຳໜ້າໃນທ່າອ່ຽງໃໝ່, ພວກເຮົາຈະມີທ່າໄດ້ປຽບໃນການແກ່ງແຍ້ງ. ເວລານັ້ນ, ເສດຖະກິດ ແລະ ບັນດາວິສາຫະກິດຂອງ ຫວຽດນາມ ຈຶ່ງຈະມີພື້ນຖານອັນແນ່ນອນກວ່າ ເພື່ອຜ່ານຜ່າບັນດາຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ການຜັນແປທີ່ບໍ່ຄົງທີ່ຂອງພື້ນຖານເສດຖະກິດໂລກ.

   ກໍ່ມີທັດສະນະດຽວກັນ, ທ່ານ ຮວ່າງວັນເກື່ອງ ກຳມະການຄະນະກຳມາທິການການເງິນ-ເສດຖະກິດ ຂອງສະພາແຫ່ງຊາດ ໃຫ້ຮູ້ວ່າ:

     ປະຈຸບັນ, ເສດຖະກິດສີຂຽວ, ເສດຖະກິດໝູນວຽນພວມກາຍເປັນທ່າອ່ຽງຫັນປ່ຽນຂອງທົ່ວໂລກ ແລະ ນີ້ແມ່ນທ່າອ່ຽງທີ່ແນ່ນອນ. ນັບແຕ່ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ, ພວງກເຮົາໄດ້ເຕື້ອງເຖິງບັນດາຫານີ້ແລ້ວ, ຜ່ານນັ້ນ ກໍ່ໄດ້ສະແດງໃຫ້ເຫັນສະຕິຄວາມຮັບຮູ້ໄວທີ່ສຸດກ່ຽວກັບທ່າອ່ຽງຂອງຍຸກສະໄໝ.

ກຳນົດຮູບແບບການເຕີບໂຕໃໝ່, ເປີດກຳລັງໜູນບຸກທະລຸ

    ໂດຍມີສະຕິຄວາມຮັບຮູ້ຢ່າງເລິກເຊິ່ງກ່ຽວກັບຄວາມສຳຄັນຂອງເສດຖະກິດສີຂຽວ ຄືທ່າອ່ຽງທີ່ແນ່ນອນທົ່ວໂລກ ແລະ ແມ່ນເສັ້ນທາງຮັບປະກັນຄວາມວັດທະນາຖາວອນໃຫ້ແກ່ ຫວຽດນາມ ທີ່ພວມນັບມື້ນັບໄດ້ຮັບການຢັ້ງຢືນ. ທ່ານ ຫງວຽນຊັວນທັງ, ຜູ້ອຳນວຍານສະຖາບັນການເມືອງແຫ່ງຊາດ ໂຮ່ຈິມິນ, ປະທານສະພາທິດສະດີສູນກາງ ເນັ້ນໜັກວ່າ:

     ພວກເຮົາຕ້ອງຮັບມືກັບບັນດາການຫັນປ່ຽນທີ່ໃຫ່ຍຫຼວງຂອງໂລກຄື: ການຫັນເປັນດີຈີຕອນ, ການຫັນເປັນສີຂຽວ, ການຫັນປ່ຽນພະລັງງານ, ຫັນປ່ຽນກ່ຽວກັບແຫຼ່ງຊັບພະຍາກອນມະນຸດ… ຈາກນັ້ນ, ຈະເສີມຂະຫຍາຍໄດ້ຄວາມສາມາດບົ່ມຊ້ອນ, ທ່າໄດ້ປ່ຽບຂອງປະເທດຊາດ, ສ້າງການບຸກທະລຸເພື່ອສ້າງພື້ນຖານເສດຖະກິດ, ຍົກສູງສະມັດຕະພາບ, ຄຸນນພາບ, ປະສິດທິຜົນ, ມູນຄ່າເພີ່ມຂອງພື້ນຖານເສດຖະກິດ.

    ເລື່ອງນຳບັນດາຮູບແບບເສດຖະກິດດີຈີຕອນ, ເສດຖະກິດໝູນວຽນ ເຂົ້າໃນເອການສານກອງປະຊຸມໃຫ່ຍຄັ້ງທີ XIV ຂອງພັກ ໄດ້ສະແດງໃຫ້ເຫັນບາດກ້າວພັດທະນາໃໝ່ໃນຈິນຕະນາການທິດສະດີ ແລະ ຄວາມຕັດສິນໃຈປ່ຽນແປງໃໝ່ຮູບແບບການເຕີບໂຕຂອງພັກ. ເມື່ອໄດ້ຫັນເປັນລະອຽດດ້ວຍບັນດາລະບອບລະບຽບການ, ນະໂຍບາຍ ແລະ ການກະທຳຢ່າງຄົບຊຸດ, ນີ້ຈະແມ່ນພື້ນຖານສຳຄັນຊ່ວຍໃຫ້ ຫວຽດນາມ ຍົກສູງກຳລັງການແກ່ງແຍ້ງ, ສ້າງກຳລັງໜູນການເຕີບໂຕແບບຍືນຍົງ ແລະ ປັບຕົວໃຫ້ເຂົ້າກັບບັນດາການຜັນແປຂອງພື້ນຖານເສດຖະກິດທົ່ວໂລກຢ່າງມີປະສິດທິຜົນ./

(ແຫຼ່ງຄັດຈາກ VOV)

ເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວຽນ​ນາມ​ເຢືອງ ຍື່ນ​​ສານ​ຕາ​ຕັ້ງ​ມາ​ຍັງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ປາ​ແລັດ​ສະ​ຕິນ

ເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວຽນ​ນາມ​ເຢືອງ ຍື່ນ​​ສານ​ຕາ​ຕັ້ງ​ມາ​ຍັງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ປາ​ແລັດ​ສະ​ຕິນ

ວັນທີ 17 ກຸມພາ, ທ່ານ ຫງວຽນນາມເຢືອງ ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ສສ. ຫວຽດນາມ ປະຈຳ ສ. ອາຣັບ ອີຢິບ ແລະ ລັດ ປາແລັດສະຕິນ ໄດ້ຍື່ນສານຕາຕັ້ງຂອງທ່ານ ເລືອງເກື່ອງ ປະທານປະເທດ ຫວຽດນາມ ມາຍັງທ່ານປະທານາທິບໍດີ ປາແລັດສະຕິນ Mahmoud Abbas, ກາຍເປັນເອກອັກຄະລັດຖະທູດຜູ້ມີອຳນາດເຕັມບໍ່ປະຈຳຂອງ ຫວຽດນາມ ຢູ່ ລັດ ປາແລັດສະຕິນ ຢ່າງເປັນທາງການ.

Top