• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສ້າງ​ສູນ​ການ​ເງິນ​ສາ​ກົນ 1 – 2 ແຫ່ງ​ຢູ່ ຫວຽດ​ນາມ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຮຽກຮ້ອງສ້າງຮູບແບບສູນການເງິນສາກົນເໝາະສົມກັບສະພາບການ ແລະ ເງື່ອນໄຂພັດທະນາ ຫວຽດນາມ; ສ້າງບັນດາກົນໄກນະໂຍບາຍເອກະລາດ, ພິເສດ, ບຸກທະລຸ, ມີກຳລັງແກ້ງແຍ້ງ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ:TTXVN)

ຕອນເຊົ້າວັນທີ 3 ເມສາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ຫົວໜ້າຄະນະຊີ້ນຳກ່ຽວກັບການສ້າງສູນການເງິນສາກົນ ຢູ່ ຫວຽດນາມ ໄດ້ເປັນປະທານກອງປະຊຸມຄັ້ງທີ 1 ຂອງ ຄະນະຊີ້ນຳ ເພື່ອສຳຫຼວດກວດຄືນບັນດາວຽກງານທີ່ໄດ້ປະຕິບັດແລ້ວ ກໍ່ຄືບັນດາໜ້າທີ່ຈະປະຕິບັດໃນໄລຍະຈະມາເຖິງເພື່ອແນໃສ່ຊຸກຍູ້ການສ້າງສູນການເງິນສາກົນ ຢູ່ ຫວຽດນາມ.

ກ່າວຄຳເຫັນຊີ້ນຳກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຮຽກຮ້ອງສ້າງຮູບແບບສູນການເງິນສາກົນເໝາະສົມກັບສະພາບການ ແລະ ເງື່ອນໄຂພັດທະນາ ຫວຽດນາມ; ສ້າງບັນດາກົນໄກນະໂຍບາຍເອກະລາດ, ພິເສດ, ບຸກທະລຸ, ມີກຳລັງແກ້ງແຍ້ງ. ທ່ານຍົກໃຫ້ເຫັນວິວັດການປະຕິບັດການທົດລອງສູນການເງິນສາກົນ ທີ່ມີໄລຍະ 5 ປີຂຶ້ນໄປ, ພ້ອມທັງຮຽກຮ້ອງຕ້ອງຊັ່ງຊາການສ້າງ 1 – 2 ສູນການເງິນທີ່ເຄື່ອນໄຫວຮັບປະກັນບັນດາຂໍ້ກຳນົດ ຂອງກົດໝາຍ ຫວຽດນາມ, ສອດຄ່ອງກັບເງື່ອນໄຂ, ມາດຕະຖານ, ກົດໝາຍສາກົນ.

(ແຫຼ່ງຄັດຈາກ VOV)

ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ ຜັນ​ຂະ​ຫຍາຍຫຼາຍກິດ​ຈະ​ກຳ​ທີ່ມີ​ຄວາມ​ໝາຍ​ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງວັນ​ປົດ​ປ່ອຍ​ພາກ​ໃຕ້ ຫວຽດ​ນາມ ແລະ ວັນ​ກຳ​ມະ​ກອນ​ສາ​ກົນ

ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ ຜັນ​ຂະ​ຫຍາຍຫຼາຍກິດ​ຈະ​ກຳ​ທີ່ມີ​ຄວາມ​ໝາຍ​ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງວັນ​ປົດ​ປ່ອຍ​ພາກ​ໃຕ້ ຫວຽດ​ນາມ ແລະ ວັນ​ກຳ​ມະ​ກອນ​ສາ​ກົນ

ພົ້ນ​ເດັ່ນ​ຂຶ້ນ​ໃນ​ລະ​ບົບ​ການ​ເຄື່ອນ​ໄຫວ​ດັ່ງ​ກ່າວ​ແມ່ນ​ລາຍ​ການ​ພົບ​ປະ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ “ປະ​ດັບ​ປະ​ດາ​ກຸບ ຫວຽດ” ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງທະ​ຫານ​ຍິງ​ທີ່​ມາ​ຈາກຫຼາຍ​ປະ​ເທດ.

Top