• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສ້າງ​ສຳ​ເລັດ​ການ​ວາງ​ແຜນ​ຜັງ​ກົດ​ບັນ​ຍັດ​ທາງ​ດ້ານ​ວັດ​ທະ​ນະ​ທຳ, ກິ​ລາ ຕາມ​ທິດ​ຄົບ​ຊຸດ, ທັນ​ສະ​ໄໝ ແລະ ຮັກ​ສາ​ສີ​ສັນ

ຕອນເຊົ້າວັນທີ 12 ພຶດສະພາ, ຢູ່ແຂວງ ກວາງນິງ, ຄະນະກຳມາທິການວັດທະນະທຳ, ສຶກສາຂອງສະພາແຫ່ງຊາດ ໄດ້ເປັນເຈົ້າພາບ, ສົມທົບກັບສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ, ຄະນະໂຄສະນາສຶກສາສູນກາງ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ, ຄະນະກຳມະການປະຊາຊົນແຂວງ ກວາງນິງ ຈັດກອງປະຊຸມສຳມະນາວັດທະນະທຳ ປີ 2024 ດ້ວຍຫົວຂໍ້ “ນະໂຍບາຍ ແລະ ແຫຼ່ງກຳລັງພັດທະນາກົດບັນຍັດທາງດ້ານວັດທະນະທຳ, ກິລາ”.
ກອງປະຊຸມສຳມະນາ

ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນໄດ້ສະເໜີຫຼາຍມາດຕະການເພື່ອແນໃສ່ສ້າງສຳເລັດກົດບັນຍັດ, ນະໂຍບາຍ, ລະດົມແຫຼ່ງກຳລັງພັດທະນາລະບົບກົດບັນຍັດດ້ານວັດທະນະທຳ, ກິລາ. ພ້ອມດຽວກັນນັ້ນ, ແມ່ນມາດຕະການຍົກສູງປະສິດທິຜົນການເຄື່ອນໄຫວຂອງລະບົບກົດບັນຍັດ, ຮັບໃຊ້ຄວາມຕ້ອງການຂອງປະຊາຊົນຈຳນວນຫຼວງຫຼາຍ, ຕອບສະໜອງຄວາມຮຽກຮ້ອງກ່ຽວກັບການພັດທະນາມະນຸດຢ່າງຮອບດ້ານ ແລະ ສ້າງພື້ນຖານວັດທະນະທຳ ຫວຽດນາມ ກ້າວໜ້າ, ເຂັ້ມຂຸ້ນໄປດ້ວຍສີສັນຊາດ ຕາມເນື້ອໃນຈິດໃຈມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກຄອມມູນິດ ຫວຽດນາມ.

ກ່ຽວກັບການວາງແຜນຜັງກົດບັນຍັດທາງດ້ານວັດທະນະທຳ, ກິລາ, ທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດໄດ້ສະເໜີໃຫ້ສ້າງສຳເລັດການວາງແຜນຜັງຕາມທິດຄົບຊຸດ, ທັນສະໄໝ, ຮັກສາສີສັນ, ມີປະສິດທິຜົນ, ຮັບປະກັນຄວາມຍຸຕິທຳ ແລະ ຕອບສະໜອງຄວາມຕ້ອງການຂອງປະຊາຊົນ; ເອົາໃຈໃສ່ເຖິງການສ້າງ ແລະ ພັດທະນາກົດບັນຍັດທາງດ້ານວັດທະນະທຳ, ກິລາໃຫ້ແກ່ຊາວໜຸ່ມ, ເດັກນ້ອຍ ແລະ ຜູ້ອອກແຮງງານ, ຄົນພິການ, ຜູ້ສູງອາຍຸ, ສ້າງນະໂຍບາຍບຸລິມະສິດຢູ່ເຂດພູດອຍ, ທະເລໝູ່ເກາະ, ເຂດຊາຍແດນ, ເຂດຫ່າງໄກສອກຫຼີກ, ເຂດຊົນເຜົ່າສ່ວນໜ້ອຍ.

ໂດຍເປັນປະທານຮ່ວມກອງປະຊຸມສຳມະນາ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນຮົ່ງຮ່າ ກໍໄດ້ເນັ້ນໜັກວ່າ ກົດບັນຍັດທາງດ້ານວັດທະນະທຳ, ກິລາ ຕ້ອງໄດ້ຮັບຖືວ່າ ແມ່ນສ່ວນໜຶ່ງທີ່ມີຄວາມສຳຄັນຍິ່ງຂອງກົດບັນຍັດກ່ຽວຂ້ອງເຖິງໂຄງລ່າງສັງຄົມ. 

(ແຫຼ່ງຄັດຈາກ VOV)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ບັ້ນ​ເຄື່ອນ​ໄຫວ ກວາງ​ຈູງ ໄດ້ ຮັບ​ໄຊ​ຊະ​ນະ​ຢ່າງ​ວ່ອງ​ໄວ ແລະ ດັງ​ກ້ອງ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: “ບັ້ນ​ເຄື່ອນ​ໄຫວ ກວາງ​ຈູງ” ໄດ້ “ຮັບ​ໄຊ​ຊະ​ນະ​ຢ່າງ​ວ່ອງ​ໄວ ແລະ ດັງ​ກ້ອງ”

ຕອນເຊົ້າວັນທີ 16 ມັງກອນ, ຢູ່ສຳນັກງານລັດຖະບານ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເປັນປະທານກອງປະຊຸມສະຫຼຸບ “ບັ້ນເຄື່ອນໄຫວ ກວາງຈູງ” ກໍ່ສ້າງ, ສ້ອມແປງເຮືອນຢູ່ໃຫ້ແກ່ບັນດາຄອບຄົວປະຊາຊົນທີ່ຖືກຜົນເສຍຫາຍຈາກພາຍຸ, ນ້ຳຖ້ວມໃນໄລຍະຜ່ານມາຢູ່ພາກກາງ ຫວຽດນາມ ຢ່າງຮີບດ່ວນ.

Top