• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສ້າງ​ຕັ້ງ​ສະ​ມາ​ຄົມ​ນັກ​ທຸ​ລະ​ກິດ ຫວຽດ​ນາມ - ກາ​ນາ​ດາ

ພາຍຫຼັງປຶກສາຫາລືແລກປ່ຽນ ແລະ ກະກຽມຢ່າງລອບຄອບຖີ່ຖ້ວນ ພາຍໃຕ້ການຊີ້ນຳ, ນຳພາ ແລະ ການຮ່ວມເດີນທາງຂອງສະຖານກົງສູນໃຫຍ່ ຫວຽດນາມ ປະຈຳ Vancouver, ການາດາ, ສະມາຄົມນັກທຸລະກິດ ຫວຽດນາມ - ການາດາ (VCB Asssociation) ໄດ້ຈັດກອງປະຊຸມໃຫຍ່ສ້າງຕັ້ງສະມາຄົມໃນວັນທີ 1 ຕຸລາ.

ການມອບໃບຢັ້ງຢືນສະມາຊິກ

ກ່າວຄຳເຫັນທີ່ກອງປະຊຸມໃຫຍ່, ທ່ານຮອງລັດຖະມົນຕີກະຊວງພາຍໃນ ຫງວຽນຈ້ອງເທື່ອ ສະແດງຄວາມເຊື່ອໝັ້ນວ່າ VCB Association ຈະປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນສາຍພົວພັນທາງດ້ານເສດຖະກິດ, ການຄ້າລະຫວ່າງ ຫວຽດນາມ ແລະ ການາດາ. ກະຊວງພາຍໃນປຶກສາຫາລືກັບບັນດາຝ່າຍທີ່ກ່ຽວຂ້ອງເພື່ອໃຫ້ VCB Association ສາມາດເປີດກວ້າງເຄືອຂ່າຍສະມາຊິກຢູ່ ຫວຽດນາມ ແລະ ມີກິດຈະກຳແທດຈິງຫຼາຍຢ່າງ.

ທ່ານ Dan On, ປະທານບໍລິສັດ Dan D Pak ແລະ ກໍແມ່ນປະທານຜູ້ທຳອິດຂອງ VCB Association ໄດ້ແບ່ງປັນເລື່ອງລາວການລົງທຶນທີ່ປະສົບຜົນສຳເລັດຂອງທ່ານຢູ່ບ້ານເກີດເມືອງນອນ ໃນໄລຍະປ່ຽນແປງໃໝ່ ແລະ ຮຽກຮ້ອງໃຫ້ບັນດາສະມາຊິກພ້ອມກັນລົງທຶນ, ດຳເນີນທຸລະກິດ, ຮ່ວມແຮງຮ່ວມໃຈເຮັດໃຫ້ສາຍພົວພັນສອງຝ່າຍເລິກເຊິ່ງຂຶ້ນຕື່ມ.

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ໂດຍສືບຕໍ່ບັນດາການເຄື່ອນໄຫວໃນຂອບເຂດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ, ຕອນເຊົ້າວັນທີ 28 ຕຸລາ, ຢູ່ ກົວລາ ລຳເປີ ປະເທດ ມາເລເຊຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມດ້ວຍບັນດາການນຳ ອາຊຽນ ແລະ ທ່ານນາຍົກລັດຖະມົນຕີ ຈີນ ຫຼີຊຽນ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ - ຈີນ ຄັ້ງທີ 28.

Top