• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສ້າງ​ກົນ​ໄກ, ນະ​ໂຍ​ບາຍ​ພິ​ເສດ​ສະ​ເພາະ​ເພື່ອ​ພັດ​ທະ​ນາ​ເສດ​ຖະ​ກິດ​ເອ​ກະ​ຊົນ

ຕອນບ່າຍວັນທີ 7 ພຶດສະພາ, ຢູ່ຮ່າໂນ້ຍ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເປັນປະທານກອງປະຊຸມກັບຄະນະລັດຖະບານ ກ່ຽວກັບການສ້າງຮ່າງມະຕິຂອງສະພາແຫ່ງຊາດກ່ຽວກັບບາງກົນໄກ, ນະໂຍບາຍພິເສດສະເພາະພັດທະນາເສດຖະກິດເອກະຊົນ.
ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ເປັນປະທານກອງປະຊຸມກັບຄະນະລັດຖະບານ

ເມື່ອກ່າວຄໍາເຫັນໃນກອງປະຊຸມ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ກໍຮຽກຮ້ອງໃຫ້ຕ້ອງປະຕິບັດເປົ້າໝາຍຮອດປີ 2030, ທົ່ວປະເທດມີວິສາຫະກິດ 2 ລ້ານແຫ່ງ, ສູງກວ່າທົບ 2 ເທົ່າເມື່ອທຽບໃສ່ຈຳນວນປັດຈຸບັນ. ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ຊີ້ແຈ້ງວ່າ:

“ເຮັດແນວໃດເພື່ອໃຫ້ລະບຽບການສ້າງຕັ້ງວິສາຫະກິດ, ຍຸບເລີກວິສາຫະກິດ, ວິສາຫະກິດລົ້ມລະລາຍໄດ້ແກ່ໄຂຢ່າງວ່ອງໄວ. ຕ້ອງເຮັດແນວໃດເພື່ອໃຫ້ວິສາຫະກິດຂະໜາດນ້ອຍ ກາຍເປັນວິສາຫະກິດຂະໜາດໃຫຍ່, ວິສາຫະກິດຂະໜາດໃຫຍ່ກາຍເປັນວິສາຫະກິດທີ່ໃຫຍ່ກວ່າ”.

ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ຍູ້ແຮງການຈັດແບ່ງຂັ້ນໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ເຈົ້າຂອງລົງທຶນໃນການຮັບເໝົາບັນດາກິດຈະກຳ, ໂຄງການໃຫ້ວິສາຫະກິດປະຕິບັດ ດ້ວຍຫຼັກການ ຮັບປະກັນຄວາມຄືບໜ້າ, ມີຄຸນນະພາບ, ບໍ່ເພີ່ມທຶນຮອນ ແລະ ບໍ່ສໍ້ລາດບັງຫຼວງ, ຟຸມເຟືອຍ, ຫຍໍ້ທໍ້.

(ແຫຼ່ງຄັດຈາກ VOV)

ສິດເສລີໃນການເຊື່ອຖືສາສະຫນາ ສັງເກດຈາກ ວັນບຸນວິສາຂະບູຊາ Vesak 2025

ສິດເສລີໃນການເຊື່ອຖືສາສະຫນາ ສັງເກດຈາກ ວັນບຸນວິສາຂະບູຊາ Vesak 2025

ວັນບຸນວິສາຂະບູຊາ ສະຫະປະຊາຊາດ ປີ 2025 (Vesak 2025) ດຳເນີນຢູ່ ນະຄອນ ໂຮ່ຈິມິນ ແຕ່ວັນທີ 6-8 ພຶດສະພາ ໄດ້ຢັ້ງຢືນຕໍ່ກັບປະຊາຄົມສາກົນກ່ຽວກັບນະໂຍບາຍສະເຫມີຕົ້ນສະເຫມີປາຍໃນການເຄົາລົບ ແລະ ຮັບປະກັນສິດເສລີໃນການເຊື່ອຖື, ສາສະຫນາຂອງພັກ ແລະ ລັດ ຫວຽດນາມ. ເຫດການນີ້ກໍ່ເປັນການພິສູດໃຫ້ເຫັນພຶດຕິກຳຕົວຈິງຂອງຄວາມເສລີໃນການເຄື່ອນໄຫວດ້ານສາສະຫນາຢູ່ ຫວຽດນາມ, ກ່ຽວກັບບັນດາບາດກ້າວທີ່ແທດຈິງໃນການຮັບປະກັນສິດທິມະນຸດ.

Top