ຂ່າວສານ
ສ້າງເງື່ອນໄຂອອກວີຊາ, ຕໍ່ກຳນົດເວລາພັກອາໄສຊົ່ວຄາວໃຫ້ພົນລະເມືອງຕ່າງປະເທດຍ້ອນຜົນກະທົບຈາກໂລກລະບາດໂຄວິດ -19

(ພາບປະກອບ)
ຕາມນັ້ນແລ້ວ, ພົນລະເມືອງຕ່າງປະເທດເຂົ້າມາຫວຽດນາມ ທີ່ໄດ້ຍົກເວັ້ນວີຊາ ຫລື ມີວີຊາທ່ອງທ່ຽວແຕ່ໝົດກຳນົດເວລາພັກອາໄສຊົ່ວຄາວ ແຕ່ບໍ່ທັນກັບເມືອ ສາມາດໄປສະຖານທູດ ຫລືກົງສູນໃຫ່ຍ ເພື່ອເຮັດລະບຽບການປະກັນການຕໍ່ກຳນົດເວລາພັກອາໄສຊົ່ວຄາວ (ຫຼາຍສຸດແມ່ນ 30 ວັນ) ເພື່ອລໍຖ້າການກັບເມືອປະເທດ ແລະ ສົ່ງສຳເນົາເອກະສານຢູ່ ກົມຄຸ້ມຄອງຄົນເຂົ້າ-ອອກເມືອງ ກະຊວງຕຳຫຼວດຫວຽດນາມ.
ສະຖານທູດ ຫລືກົງສູນໃຫ່ຍມີຄວາມຮັບຜິດຊອບຄຸ້ມຄອງພົນລະເມືອງໂດຍສະຖານທູດ ຫລືກົງສູນໃຫ່ຍຮັບປະກັນ ໃນໄລຍະທີ່ພັກອາໄສຢູ່ຫວຽດນາມ ແລະ ສົມທົບກັບບັນດາອົງການມີໜ້າທີ່ຮັບຜິດຊອບຂອງຫວຽດນາມ ແກ້ໄຂວຽກງານທີ່ກ່ຽວຂ້ອງເຖິງພົນລະເມືອງຂອງຕົນເມື່ອມີຄວາມຕ້ອງການ. ກຳນົດເວລາແມ່ນນັບແຕ່ວັນທີ 30 ມີນາຮອດວັນທີ 30 ເມສາປີ 2020.
(ແຫຼ່ງຄັດຈາກ VOV)