ຂ່າວສານ

ສ້າງເງື່ອນໄຂອອກວີຊາ, ຕໍ່ກຳນົດເວລາພັກອາໄສຊົ່ວຄາວໃຫ້ພົນລະເມືອງຕ່າງປະເທດຍ້ອນຜົນກະທົບຈາກໂລກລະບາດໂຄວິດ -19

      ວັນທີ 1 ເມສາ, ກົມຄຸ້ມຄອງຄົນເຂົ້າ-ອອກເມືອງ ກະຊວງຕຳຫຼວດຫວຽດນາມ ໄດ້ປະກາດໃຊ້ຄຳແນະນຳວ່າດ້ວຍການສ້າງເງື່ອນໄຂສະດວກໃນລະບຽບການອອກວີຊາ ຕໍ່ກຳນົດເວລາພັກອາໄສຊົ່ວຄາວໃຫ້ພົນລະເມືອງຕ່າງປະເທດຍ້ອນຜົນກະທົບຈາກໂລກລະບາດໂຄວິດ -19 ທີ່ຍັງບໍ່ທັນກັບເມືອປະເທດໄດ້.

(ພາບປະກອບ)
         ຕາມນັ້ນແລ້ວ, ພົນລະເມືອງຕ່າງປະເທດເຂົ້າມາຫວຽດນາມ ທີ່ໄດ້ຍົກເວັ້ນວີຊາ ຫລື ມີວີຊາທ່ອງທ່ຽວແຕ່ໝົດກຳນົດເວລາພັກອາໄສຊົ່ວຄາວ ແຕ່ບໍ່ທັນກັບເມືອ ສາມາດໄປສະຖານທູດ ຫລືກົງສູນໃຫ່ຍ ເພື່ອເຮັດລະບຽບການປະກັນການຕໍ່ກຳນົດເວລາພັກອາໄສຊົ່ວຄາວ (ຫຼາຍສຸດແມ່ນ 30 ວັນ) ເພື່ອລໍຖ້າການກັບເມືອປະເທດ ແລະ ສົ່ງສຳເນົາເອກະສານຢູ່ ກົມຄຸ້ມຄອງຄົນເຂົ້າ-ອອກເມືອງ ກະຊວງຕຳຫຼວດຫວຽດນາມ.
   ສະຖານທູດ ຫລືກົງສູນໃຫ່ຍມີຄວາມຮັບຜິດຊອບຄຸ້ມຄອງພົນລະເມືອງໂດຍສະຖານທູດ ຫລືກົງສູນໃຫ່ຍຮັບປະກັນ ໃນໄລຍະທີ່ພັກອາໄສຢູ່ຫວຽດນາມ ແລະ ສົມທົບກັບບັນດາອົງການມີໜ້າທີ່ຮັບຜິດຊອບຂອງຫວຽດນາມ ແກ້ໄຂວຽກງານທີ່ກ່ຽວຂ້ອງເຖິງພົນລະເມືອງຂອງຕົນເມື່ອມີຄວາມຕ້ອງການ. ກຳນົດເວລາແມ່ນນັບແຕ່ວັນທີ 30 ມີນາຮອດວັນທີ 30 ເມສາປີ 2020.
 (ແຫຼ່ງຄັດຈາກ VOV)


top