• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສ້າງເຂດປ້ອງກັນກ່ຽວກັບດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ຢ່າງໜັກແໜ້ນ ແລະ ປ້ອງກັນການຮ່ວມມື, ພັດທະນາເສດຖະກິດ

ດັ່ງນັ້ນ, ທະຫານປ້ອງກັນຊາຍແດນແຂວງ ລາວກາຍ ຄວນປະຕິບັດບັນດາໜ້າທີ່ປ້ອງກັນຊາດໃຫ້ມີປະສິດທິຜົນ, ປະກອບສ່ວນປົກປັກຮັກສາເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ, ຮັກສາຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ,
  ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ:VGP/Nhật Bắc)  

ວັນທີ 28 ສິງຫາ, ໃນລາຍການປະຕິບັດງານຢູ່ແຂວງ ລາວກາຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໄປຢ້ຽມຢາມ, ລະດົມກຳລັງໃຈພະນັກງານ, ນັກຮົບທະຫານປ້ອງກັນຊາຍແດນແຂວງ ລາວກາຍ. ກ່າວຄຳເຫັນທີ່ການເຮັດວຽກ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃສ່ໃຈວ່າ: ໄລຍະຈະມາເຖິງ, ຄາດວ່າ, ສະພາບການໂລກ, ພາກພື້ນສືບຕໍ່ມີການຜັນແປທີ່ສັບສົນ, ຍາກທີ່ຄາດຄະເນລ່ວງໜ້າໄດ້. ດັ່ງນັ້ນ, ທະຫານປ້ອງກັນຊາຍແດນແຂວງ ລາວກາຍ ຄວນປະຕິບັດບັນດາໜ້າທີ່ປ້ອງກັນຊາດໃຫ້ມີປະສິດທິຜົນ, ປະກອບສ່ວນປົກປັກຮັກສາເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ, ຮັກສາຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ປົກປັກຮັກສາຊີວິດສະຫງົບສຸກໃຫ້ແກ່ປະຊາຊົນ, ປະຕິບັດພາລະໜ້າທີ່ຂອງກອງທັບສູ້ຮົບ, ກອງທັບປະຕິບັດງານ, ກອງທັບອອກແຮງງານທຳການຜະລິດ, ປະກອບສ່ວນປະຕິບັດ 2 ໜ້າທີ່ຍຸດທະສາດ ແມ່ນສ້າງສາ ແລະ ປົກປັກຮັກສາປະເທດ ຫວຽດນາມ ສັງຄົມນິຍົມໃຫ້ເປັນຢ່າງດີ.

ທ່ານນາຍົກລັດຖະມົນຕີ ໃສ່ໃຈວ່າ: ໜ້າທີ່ສ້າງເຂດຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ສະຖຽນລະພາບ, ການຮ່ວມມືພ້ອມກັນພັດທະນາກັບບັນດາປະເທດບ້ານໃກ້ເຮືອນຄຽງ, ສ້າງເຂດປ້ອງກັນກ່ຽວກັບການປ້ອງກັນຊາດ, ປ້ອງກັນຄວາມສະຫງົບຢ່າງໜັກແໜ້ນ ແລະ ປ້ອງກັນເຂດຮ່ວມມື ແລະ ພັດທະນາເສດຖະກິດ; ປະກອບສ່ວນສ້າງພື້ນຖານເສດຖະກິດ ເອກະລາດ, ເປັນເຈົ້າຕົນເອງ, ຕິດພັນກັບການຕັ້ງໜ້າ, ເປັນເຈົ້າການໃນການເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງ, ກ້ວາງຂວາງ, ແທດຈິງ, ມີປະສິດທິຜົນ, ປະຕິບັດແນວທາງພົວພັນຕ່າງປະເທດເອກະລາດ, ເປັນເຈົ້າ, ຫັນເປັນຫຼາຍຮູບຫຼາຍແບບ, ຫຼາຍຝ່າຍ, ເປັນເພື່ອນມິດທີ່ດີ, ເປັນຄູ່ຮ່ວມມືທີ່ໜ້າໄວ້ເນື້ອເຊື່ອໃຈ, ເປັນສະມາຊິກທີ່ຕັ້ງໜ້າ, ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ.

ແລະ ກໍ່ໃນຕອນເຊົ້າວັນທີ 28 ສິງຫາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໄປຢ້ຽມຢາມບັນດາຄູອາຈານ, ນັກຮຽນ ຂອງກຸ່ມໂຮງຮຽນນະຄອນ ລາວກາຍ ເຊິ່ງລວມມີ: ໂຮງຮຽນປະຖົມ ຫງວຽນຢູ, ໂຮງຮຽນມັດທະຍົມຕອນຕົ້ນ ເລກຸຍດົນ, ໂຮງຮຽນມັດທະຍົມຕອນປາຍ ເລກ 1 ລາວກາຍ.

ໂດຍສືບຕໍ່ການປະຕິບັດຢູ່ລາວກາຍ, ຕອນເຊົ້າວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ  ໄດ້ເຮັດວຽກກັບຄະນະປະຈຳຄະນະພັກແຂວງ ລາວກາຍ ກ່ຽວກັບສະພາບການພັດທະນາເສດຖະກິດ - ສັງຄົມຂອງທ້ອງຖິ່ນ.

ທີ່ການເຮັດວຽກ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຖືວ່າ ເງື່ອນໄຂທຳມະຊາດ, ທີ່ຕັ້ງພູມສາດ, ການທະຫານ, ການພົວພັນຕ່າງປະເທດ, ການເມືອງ ນຳມາໃຫ້ ລາວກາຍ ຄວາມສາມາດບົ່ມຊ້ອນຫຼາຍຢ່າງ, ກາລະໂອກາດເພື່ອພັດທະນາກາຍເປັນທ່າເຕີບໂຕຂອງເຂດຊາຍແດນທາງພາກເໜືອ, ກາຍເປັນສູນເຊື່ອມຕໍ່ພົວພັນແລກປ່ຽນເສດຖະກິດລະຫວ່າງ ຫວຽດນາມ ແລະ ບັນດາປະເທດ ອາຊຽນ ກັບເຂດ ທາງທິດຕາເວັນຕົກພາກໃຕ້ - ຈີນ.

(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top