• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສ້າງສຳເລັດນະໂຍບາຍໜູນຊ່ວຍເສດຖະກິດລວມໝູ່ຢ່າງມີປະສິດທິຜົນ, ມີບົດບາດນຳພາ, ສ້າງກຳລັງໜູນ

ວັນທີ 15 ກຸມພາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມທາງໄກທົ່ວປະເທດສະຫຼຸບ 20 ປີແຫ່ງການປະຕິບັດມະຕິຂອງສູນກາງພາກກ່ຽວກັບເສດຖະກິດລວມໝູ່ ແລະ ສະຫຼຸບ 10 ປີແຫ່ງການປະຕິບັດກົດໝາຍສະຫະກອນ ປີ 2012.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ

ບົດລາຍງານທີ່ກອງປະຊຸມໃຫ້ຮູ້ວ່າ ພາຍຫຼັງການປະຕິບັດມະຕິມາເປັນເວລາ 20 ປີ, ພ້ອມກັບວິວັດການປ່ຽນແປງໃໝ່ເສດຖະກິດ ແລະ ເຊື່ອມໂຍງເຂົ້າກັບເສດຖະກິດສາກົນ, ຂົງເຂດເສດຖະກິດ ລວມໝູ່ ບັນລຸໄດ້ບາງໝາກຜົນສຳຄັນ. ພົ້ນເດັ່ນທີ່ສຸດແມ່ນການປ່ຽນແປງຮູບແບບສະຫະກອນເກົ່າໄປຍັງສູ່ຮູບແບບສະຫະກອນເປັນເຈົ້າຕົນເອງ, ມີຄວາມຮັບຜິດຊອບດ້ວຍຕົນເອງ.

ກ່າວຄຳເຫັນສະຫຼຸບກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢັ້ງຢືນວ່າ ເສດຖະກິດ ລວມໝູ່ ແມ່ນພາກສ່ວນເສດຖະກິດສຳຄັນ, ຍາມໃດພັກ, ລັດ ກໍ່ສົ່ງເສີມພັດທະນາ. ທ່ານນາຍົກລັດຖະມົນຕີ ຍົກອອກບາງເປົ້າໝາຍ, ການກຳນົດທິດ, ມາດຕະການຈຸດສຸມເພື່ອຊຸກຍູ້ການພັດທະນາເສດຖະກິດ ລວມໝູ່ໃນໄລຍະຈະມາເຖິງ, ແນໃສ່ພັດທະນາເສດຖະກິດລວມໝູ່ຢ່າງຂະຫຍັນຂັນເຄື່ອນ, ມີປະສິດທິຜົນ, ຍື່ນຍົງຢ່າງແທດຈິງ ແມ່ນພາກສ່ວນສຳຄັນໃນພື້ນຖານເສດຖະກິດ ດ້ວຍຫຼາຍຮູບແບບເຊື່ອມຕໍ່, ຮ່ວມມື.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຮຽກຮ້ອງໃຫ້ສືບຕໍ່ສ້າງນະໂຍບາຍພັດທະນາເສດຖະກິດ ລວມໝູ່, ພັດທະນາເສດຖະກິດລວມໝູ່ຕາມທິດປະດິດຄິດສ້າງ, ມີວິທະຍາສາດ, ດີຈີຕອນ, ເສດຖະກິດຂຽວ, ເສດຖະກິດໝູນວຽນ, ລະດົມທຸກແຫຼ່ງກຳລັງລົງທຶນເຂົ້າຂົງເຂດເສດຖະກິດລວມໝູ່.

(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top