• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສ້າງພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງໃນໄລຍະຈະມາເຖິງ

ເມື່ອຕີລາຄາໝາກຜົນການປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມປີ 2022 ແລະ ຮ່າງແຜນການພັດທະນາເສດຖະກິດ - ສັງຄົມປີ 2023, ບັນດາຜູ້ແທນຖືວ່າ: 9 ເດືອນຂອງປີ 2022, ເສດຖະກິດມະຫາພາກເປັນປົກກະຕິ, ໄພເງິນເຟີ້ໄດ້ຮັບການຄວບຄຸມ...
  ພາບປະກອບ  

ໂດຍສືບຕໍ່ກອງປະຊຸມສະໄໝສາມັນເທື່ອທີ 4, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV, ຕອນເຊົ້າວັນທີ 27 ຕຸລາ, ຢູ່ຮ່າໂນ້ຍ, ສະພາແຫ່ງຊາດໄດ້ເລີ່ມດຳເນີນວາລະປຶກສາຫາລືທີ່ກອງປະຊຸມກ່ຽວກັບໝາກຜົນການປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມ ປີ 2022; ຄາດຄະເນແຜນການພັດທະນາເສດຖະກິດ - ສັງຄົມ ປີ 2023. ວາລະປືກສາຫາລືດຳເນີນໃນ 2 ວັນ, ແຕ່ວັນທີ 27  28 ຕຸລາ ແລະ ໄດ້ອອກອາກາດ ແລະ ຖ່າຍທອດສົດທາງໂທລະພາບ ເພື່ອໃຫ້ຜູ້ມີສິດເລືອກຕັ້ງໄດ້ຮັບຂໍ້ມູນຂ່າວ.

ເມື່ອຕີລາຄາໝາກຜົນການປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມປີ 2022 ແລະ ຮ່າງແຜນການພັດທະນາເສດຖະກິດ - ສັງຄົມປີ 2023, ບັນດາຜູ້ແທນຖືວ່າ: 9 ເດືອນຂອງປີ 2022, ເສດຖະກິດມະຫາພາກເປັນປົກກະຕິ, ໄພເງິນເຟີ້ໄດ້ຮັບການຄວບຄຸມ; ຄາດຄະເນປີ 2022 ມີ 14/15 ມາດຖານບັນລຸ ແລະ ລື່ນກາຍຄາດໝາຍເມື່ອທຽບໃສ່ແຜນການສະພາແຫ່ງຊາດມອບໝາຍໃຫ້. ທ່ານ ຫງວຽນຫືວທົງ, ສະມາຊິກສະພາແຫ່ງຊາດ ແຂວງ ບິ່ງທ້ວນ, ຖືວ່າ:

“ເສດຖະກິດພວມຟື້ນຟູຢ່າງຕັ້ງໜ້າ ແລະ ບັນລຸໄດ້ໝາກຜົນຢ່າງຮອບດ້ານພໍສົມຄວນ. ຄາດວ່າ, ປີ 2022 ຄາດຄະເນ GDP ຈະບັນລຸລະດັບ 8%. ຫວຽດນາມ ແມ່ນຈຳນວນໜ້ອຍປະເທດໃນໂລກທີ່ບັນດາອົງການສາກົນມີອິດທິພົນຊື່ສຽງໃນໂລກຕີລາຄາສູງໃນການປ້ອງກັນ, ຕ້ານໂຄວິດ - 19 ແລະ ຟື້ນຟູເສດຖະກິດຢ່າງມີປະສິດທິຜົນ.”

ໃນສະພາບການປະຕິວັດອຸດສາຫະກຳຄັ້ງທີ 4 ນັບມື້ນັບສຳຄັນສຳລັບພື້ນຖານເສດຖະກິດຂອງແຕ່ລະປະເທດ, ບັນດາຜູ້ແທນໄດ້ເອົາໃຈໃສ່ພັດທະນາພື້ນຖານເສດຖະກິດດີຈີຕອນ. ຂອບຂະໜາດເສດຖະກິດດີຈີຕອນຂອງ ຫວຽດນາມ ໃນປີ 2021 ບັນລຸ 21 ຕື້ USD, ປະກອບສ່ວນປະມານ 6% GDP, ຍືນອັນດັບ 14/50 ຂອງທະວີບ ອາຊີ… ເປົ້າໝາຍພັດທະນາເສດຖະກິດ ດີຈີຕອນຮອດປີ 2030, ເສດຖະກິດກວມ 30% GDP, ອັດຕາສ່ວນເສດຖະກິດດີຈີຕອນໃນແຕ່ລະຂະແໜງ, ຂົງເຂດໜ້ອຍສຸດແມ່ນ 20%. ທ່ານ ເລຮ່ວາງຫາຍ, ສສຊ ແຂວງ ດົ່ງນາຍ, ປະກອບຄຳເຫັນວ່າ:

“ຂ້າພະເຈົ້າສະເໜີໃຫ້ຍົກສູງຄຸນນະພາບພື້ນຖານໂຄງລ່າງດີຈີຕອນ ແລະ ແຫຼ່ງຊັບພະຍາກອນມະນຸດດີຈີຕອນ. ສ້າງບັນດາແຜນການຫັນເປັນດີຈີຕອນ. ການສ້າງບັນດາແຜນການຈະຊ່ວຍໃຫ້ບັນດາຂະແໜງ, ບັນດາວິສາຫະກິດສ້າງເປົ້າໝາຍ, ຂັ້ນຕອນແຜນການພັດທະນາດີຈີຕອນຢູ່ອົງການຕົນໃຫ້ເໝາະສົມ ແລະ ມີປະສິດທິຜົນກ່ວາອີກ.”

(ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top