• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສ້າງຕັ້ງໜ່ວຍໃຫ້ຄຳປຶກສາດ້ານເສດຖະກິດຂອງນາຍົກລັດຖະມົນຕີ

      ຫວ່າງແລ້ວນີ້, ທ່ານນາຍົກລັດຖະມົນຕີໄດ້ເຊັນຂໍ້ຕົກລົງສ້າງຕັ້ງໜ່ວຍໃຫ້ຄຳປຶກສາດ້ານເສດຖະກິດຂອງນາຍົກລັດຖະມົນຕີ ເພື່ອເປັນທີ່ປຶກສາໃຫ້ນາຍົກລັດຖະມົນຕີບັນດາບັນຫາເສດຖະກິດ,

ທ່ານນາຍົກລັດຖະມົນຕີເຮັດວຽກກັບໜ່ວຍໃຫ້ຄຳປຶກສາດ້ານເສດຖະກິດຂອງນາຍົກລັດຖະມົນຕີ
      ໂດຍປະລິຍາເອກ ຫວູວຽດຫງ້ວານ, ອະດີດປະທານຄະນະກຳມະການຕິດຕາມກວດກາດ້ານການເງິນແຫ່ງຊາດ, ເປັນຫົວໜ້າໜ່ວຍ, ພ້ອມກັບສະມາຊິກ 14 ຄົນ, ເຊິ່ງແມ່ນບັນດານັກຊ່ຽວຊານດ້ານເສດຖະກິດແຖວໜ້າຢູ່ພາຍໃນ ແລະ ຕ່າງປະເທດ. ໜ່ວຍໃຫ້ຄຳປຶກສາ ດ້ານເສດຖະກິດ ມີໜ້າທີ່ເປັນທີ່ປຶກສາໃຫ້ນາຍົກລັດຖະມົນຕີກ່ຽວກັບຍຸດທະສາດ, ແຜນການ, ແຜນຮ່າງ, ນະໂຍບາຍພັດທະນາເສດຖະກິດໃນໄລຍະກາງ, ໄລຍະຍາວ; ແຜນການພັດທະນາເສດຖະກິດ - ສັງຄົມປະຈຳປີ; ໃຫ້ຄຳປຶກສາ, ສະເໜີກັບນາຍົກລັດຖະມົນຕີບັນດາມາດຕະການ, ວິທີການແກ້ໄຂເພື່ອຍົກສູງປະສິດທິຜົນແຫ່ງການປະຕິບັດ ຫຼືສະເໜີປັບປຸງ, ເພີ່ມເຕີມບັນດາກົນໄກ, ນະໂຍບາຍ, ໃຫ້ຄຳປຶກສາບັນດາວິທີ, ມາດຕະການຮັບມືກັບບັນດາການຜັນແປຜິດປົກກະຕິຂອງສະພາບເສດຖະກິດພາຍໃນປະເທດ ແລະ ສາກົນຢ່າງທັນການ. ເຂົ້າຮ່ວມການປະກອບຄຳເຫັນໃສ່ບັນດາບົດລາຍງານ, ແຜນຮ່າງໃຫຍ່ດ້ານເສດຖະກິດຂອງລັດຖະບານ, ນາຍົກລັດຖະມົນຕີທີ່ຍື່ນສະເໜີຕໍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ກົມການເມືອງ, ຄະນະເລຂາທິການ, ສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດ ຕາມການຊີ້ນຳຂອງນາຍົກລັດຖະມົນຕີ.
 (ແຫຼ່ງຄັດຈາກ VOV)
 

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top