• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສ.ເກົາ​ຫຼີ ໂຈະ​ການປະ​ຕິ​ບັດ​ສ່ວນ​ໜຶ່ງ​ຂອງ​ຂໍ້​ຕົກ​ລົງ​ການ​ທະ​ຫານ​ກັບ ສປ​ປ.ເກົາຫຼີ ປີ 2018

ລັດຖະບານ ສ.ເກົາຫຼີ ໄດ້ຮັບຮອງເອົາຂໍ້ສະເໜີແນະໂຈະການເຄື່ອນໄຫວສ່ວນໜຶ່ງຂອງຂໍ້ຕົກລົງການທະຫານກັບ ສປປ.ເກົາຫຼີ ທີ່ໄດ້ລົງນາມເມື່ອປີ 2018. ຂໍ້ຕົກລົງດັ່ງກ່າວໄດ້ຍົກອອກມາໃນກອງປະຊຸມວິສາມັນຂອງລັດຖະບານ ໂດຍທ່ານນາຍົກລັດຖະມົນຕີ Han Duck-soo ເປັນປະທານ.
ລູກສອນໄຟຂອງ ສປປ.ເກົາຫຼີ ຖືດາວທຽມສອດແນມການທະຫານ (ພາບ: KCNA)

ວັນທີ 22 ພະຈິກ, ລັດຖະບານ ສ.ເກົາຫຼີ ໄດ້ຮັບຮອງເອົາຂໍ້ສະເໜີແນະໂຈະການເຄື່ອນໄຫວສ່ວນໜຶ່ງຂອງຂໍ້ຕົກລົງການທະຫານກັບ ສປປ.ເກົາຫຼີ ທີ່ໄດ້ລົງນາມເມື່ອປີ 2018. ຂໍ້ຕົກລົງດັ່ງກ່າວໄດ້ຍົກອອກມາໃນກອງປະຊຸມວິສາມັນຂອງລັດຖະບານ ໂດຍທ່ານນາຍົກລັດຖະມົນຕີ Han Duck-soo ເປັນປະທານ. ກ່ອນໜ້ານັ້ນ, ສະພາປ້ອງກັນຄວາມສະຫງົບແຫ່ງຊາດ ສ.ເກົາຫຼີ ແຈ້ງໃຫ້ຊາບວ່າ ຈະປະຕິບັດບັນດາຂັ້ນຕອນເພື່ອໂຈະການປະຕິບັດສ່ວນໜຶ່ງເນື້ອໃນຂອງຂໍ້ຕົກລົງສະບັບດັ່ງກ່າວໂດຍຊົ່ວຄາວ ກໍຄື ຈະເຊື່ອມຕໍ່ບັນດາການເຄື່ອນໄຫວສືບສອດແນມ ແລະ ຕິດຕາມກວດກາຢູ່ອ້ອມເຂດຊາຍແດນຕິດກັບ ສປປ.ເກົາຫຼີ.

ນີ້ໄດ້ຮັບຖືວ່າ ແມ່ນປະຕິກິລິຍາຂອງ ສ.ເກົາຫຼີ ຕໍ່ເລື່ອງ ສປປ.ເກົາຫຼີ ຫາກໍຍິງດາວທຽມສອດແນມການທະຫານ.

ສ.ເກົາຫຼີ ແລະ ສປປ.ເກົາຫຼີ  ໄດ້ລົງນາມໃນຂໍ້ຕົກລົງການທະຫານຮອບດ້ານ (CMA) ເມື່ອວັນທີ 19 ກັນຍາ 2018, ຮຽກຮ້ອງໃຫ້ຢຸດທຸການເຄື່ອນໄຫວການທະຫານເປັນປໍລະປັກລະຫວ່າງສອງຝ່າຍ, ສ້າງຕັ້ງບັນດາເຂດເຊື່ອມຕໍ່ໃນທະເລ, ຫັນເຂດປອດທະຫານ (DMZ) ໃຫ້ກາຍເປັນເຂດສັນຕິພາບ ແລະ ມີຫຼາຍມາດຕະການອື່ນ.

(ແຫຼ່ງຄັດຈາກ VOV)

ຫວຽດນາມ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບຕໍ່ຄວາມມານະພະຍາຍາມຂອງສະຫະປະຊາຊາດ

ຫວຽດນາມ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບຕໍ່ຄວາມມານະພະຍາຍາມຂອງສະຫະປະຊາຊາດ

ທ່ານນາຍົກລັດຖະມົນຕີ ເລມິງຮຶງ ສະເໜີໃຫ້ບັນດາ ອົງການສະຫະປະຊາຊາດ ເສີມຂະຫຍາຍທ່າແຮງດ້ານວິຊາສະເພາະ ແລະ ເຄືອຂ່າຍຄູ່ຮ່ວມມືທົ່ວໂລກໜູນຊ່ວຍ ຫວຽດນາມ ເຂົ້າເຖິງພູມປັນຍາ

Top