• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສ.ເກົາຫຼີໃຫ້ຄຳໝັ້ນສັນຍາໜູນຊ່ວຍຫວຽດນາມພັດທະນາພະລັງງານຜະລິດຄືນໃໝ່

ພາບ​ປະ​ກອບ
      ຕອ​ນ​ເຊົ້າ​ວັນ​ທີ 16/3, ຢູ່​ນະ​ຄອນ ໂຮ່​ຈ​ີມ​ິນ, ສະ​ຫະ​ສະ​ມາ​ຄົມ​ພະ​ລັງ​ງານ ຫວຽດ​ນາມ ໄດ້​ສົມ​ທົບ​ກັບ​ສະ​ຫະ​ສະ​ມາ​ຄົມ​ພະ​ລັງ​ງານ ສ. ເກົາຫຼີ ​ຈັດ​ຕັ້ງ​ກອງ​ປະ​ຊຸມ​ສຳ​ມະ​ນາ​ສາ​ກົນ​ເຕັກ​ໂນ​ໂລ​ຢີ​ໃໝ່​ກ່ຽວ​ກັບ​ຕາໜ່າງ​ໄຟ​ຟ້າ, ພະ​ລັງ​ງານ​ຜະ​ລິດ​ຄືນ​ໃໝ່ ແລະ ລະ​ບົບ​ເກັບ​ຮັກ​ສາ​ພະ​ລັງ​ງານ. ນະ​ທີ່ນີ້, ບັນ​ດາ​ນັກ​ຊ່ຽວ​ຊານ ສ. ເກົາຫຼີ ໄດ້​ແນະ​ນຳຫຼາຍ​ເຕັກ​ໂນ​ໂລ​ຢີ​ຜະ​ລິດ​ພະ​ລັງ​ງານ​ຜະ​ລິດ​ຄືນ​ໃໝ່​ເພື່ອ​ສະ​ໜອງ​​ໄຟ​ຟ້າໃຫ້​ບັນ​ດາ​ເກາະ, ໝູ່​ເກາະ, ບັນ​ດາ​​ບໍ​ລິ​ເວນ​ຫ່າງ​ໄກ​ສອກຫຼີກ, ຕຶກ​ອາ​ຄານ​ສູງ… ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ, ທ່ານ ເຈ​ີ່​ນ​ວຽດ​ຫງາຍ, ປະ​ທານ​ສະ​ຫະ​ສະ​ມາ​ຄົມ​ພະ​ລັງ​ງານ ຫວຽດ​ນາມ, ຖື​ວ່າ:
        “ເຂດ​​ທາງທິດ​ໃຕ້​ພາກ​ກາງ ຕະຫຼອດ​ຮອດ​ພາກ​ໃຕ້ ແມ່ນ​ເຂດ​ທີ່​ມີ​ແດດ​ຫຼາຍ, ລົມ​ຫຼາຍອາດ​ຈະ​ຜັນ​ຂະ​ຫຍາຍຫຼາຍ​ໂຄງ​ການ​ພະ​ລັງ​ງານ​ໄຟ​ຟ້າ​ຜະ​ລິດ​ຄືນ​ໃໝ່​ຈາກ​ພະ​ລັງ​ແຮງ​ລົມ, ໄຟ​ຟ້າ​ແສງຕາ​ເວັນ. ດັ່ງ​ນັ້ນ, ຖ້າ​ຫາກກໍ່​ສ້າງ​ບັນ​ດາ​ໂ​ຮງ​ງານ​ພະ​ລັງ​ງານ​ຜະ​ລິດ​ຄືນ​ໃໝ່​ຈະ​ປະ​ຢັດ ແລະ ຫລຸດ​ຜ່ອນ​ຄວາມ​ດັນ​ໃຫ້​ແກ່​ລະ​ບ​ົບ​ໄຟ​ຟ້າ​ແຫ່ງ​ຊາດ, ພ້ອມ​ທັງ​ຈະ​ຫລຸດ​ຜ່ອນ​ຄວາ​ມ​ກົດ​ດັນ​ໃຫ້​ໂຮງ​ງານ​ໄຟ​ຟ້າ​​ໃຊ້​ພະ​ລັງຄວາ​ມ​ຮ້ອນ​ຈາກ​ຖານ​ຫີນ.”
 (ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top