• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສົມທົບກັນປະຕິບັດວຽກງານຂົນຂວາຍປະຊາຊົນ “ຕຳຫຼວດທະເລຮ່ວມເດີນທາງກັບຊາວປະມົງ”

      ວັນທີ 20 ສິງຫາ, ຢູ່ນະຄອນ ແຣັກຢ໊າ, ຄະນະປະຈຳຄະນະພັກຕຳຫຼວດທະເລໄດ້ສົມທົບກັບຄະນະປະຈຳຄະນະພັກແຂວງ ກຽນຢາງ ຈັດຕັ້ງການລົງນາມໃນລາຍການສົມທົບກັນປະຕິບັດວຽກງານຂົນຂວາຍປະຊາຊົນ ຕຳຫຼວດທະເລຮ່ວມເດີນທາງກັບຊາວປະມົງ

ການລົງນາມໃນລາຍການສົມທົບກັນປະຕິບັດວຽກງານຂົນຂວາຍປະຊາຊົນ
“ຕຳຫຼວດທະເລຮ່ວມເດີນທາງກັບຊາວປະມົງ” (ພາບ: TTXVN)
      ລາຍການແມ່ນເພື່ອແນໃສ່ເສີມຂະຫຍາຍກຳລັງແຮງສັງລວມຂອງທົ່ວລະບົບການເມືອງ, ບັນດາວິສາຫະກິດ, ປະຊາຊົນໃນບໍລິເວນແຂວງ ກຽນຢາງ ແລະ ບັນດາອົງການ, ສຳນັກງານ, ກົມກອງ, ພະນັກງານ, ນັກຮົບຂອງກຳລັງຕຳຫຼວດທະເລ, ຮ່ວມແຮງຮ່ວມໃຈກໍ່ສ້າງ, ປົກປັກຮັກສາ ແລະ ພັດທະນາເສດຖະກິດທະເລ. ພ້ອມກັນນັ້ນ, ລາຍການ ວຽກງານຂົນຂວາຍປະຊາຊົນ “ຕຳຫຼວດທະເລຮ່ວມເດີນທາງກັບຊາວປະມົງ” ສືບຕໍ່ປະຕິບັດຢ່າງມີປະສິດທິຜົນ ແລະ ທະວີຄູນ ຢ່າງກ້ວາງຂວາງໃນບັນດາເມືອງ, ນະຄອນແຄມຝັ່ງທະເລ, ເມືອງເກາະຂອງແຂວງ ກຽນຢາງ. ຜ່ານນັ້ນ, ປະກອບສ່ວນປົກປັກຮັກສາອະທິປະໄຕ, ອຳນາດອະທິປະໄຕ, ຄວາມສະຫງົບ,ຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມປອດໄພໃນເຂດທະເລ, ໝູ່ເກາະຂອງກຽນຢາງ.
        ທ່ານ ພົນຕີ ຮ່ວາງວັນດົ່ງ, ເລຂາຄະນະພັກແຂວງ, ກຳມະການການເມືອງກອງບັນຊາການຕຳຫຼວດທະເລ ຫວຽດນາມ ໃຫ້ຮູ້ວ່າ: ໃນ 2 ປີທີ່ຜ່ານມາ, ຮູບແບບດັ່ງກ່າວໄດ້ເສີມຂະຫຍາຍກຳລັງແຮງຂອງກຸ່ມກ້ອນມະຫາສາມັກຄີ ທົ່ວປວງຊົນໃນການກໍ່ສ້າງ, ປົກປັກຮັກສາ ອຳນາດອະທິປະໄຕເຂດໝູເກາະໄວ້ຢ່າງໝັ້ນຄົງ.
 (ແຫຼ່ງຄັດຈາກ VOV)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີກະຊວງກະສິກຳສອງປະເທດສ້າງກຸ່ມປະຕິບັດງານຮ່ວມ, ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາຄຳໝັ້ນສັນຍາຂັ້ນສູງ, ລວມມີການເປີດຕະຫຼາດໃຫ້ຫຼາຍກ່ວາອີກເພື່ອໃຫ້ຜະລິດຕະພັນກະເສດທີ່ເປັນຂອງທ່າແຮງຂອງກັນ

Top