• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສູ້ຊົນຍົກວົງເງິນການຄ້າສອງສົ້ນ ຫວຽດນາມ - ປາກິດສະຖານ ໃຫ້ຂຶ້ນລະດັບ 1 ຕື້ USD

ຕອນບ່າຍວັນທີ 7 ກຸມພາ, ຢູ່ ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດ ປາກິດສະຖານ ປະຈຳ ຫວຽດນາມ Kohdayar Marri ເນື່ອງໃນໂອກາດເລີ່ມຕົ້ນອາຍຸການປະຕິບັດງານຢູ່ ຫວຽດນາມ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕ້ອນຮັບທ່ານເອກອັກຄະລັດຖະທູດ ປາກິດສະຖານ ປະຈຳ ຫວຽດນາມ Kohdayar Marri. (ພາບ:TTXVN)

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕີລາຄາສູງ ນັບແຕ່ເມື່ອໄດ້ຮັບຫນ້າທີ່, ທ່ານເອກອັກຄະລັດຖະທູດ ໄດ້ຕັ້ງຫນ້າຊຸກຍູ້ການຮ່ວມມື ຫວຽດນາມ - ປາກິດສະຖານ ພິເສດແມ່ນໃນຂົງເຂດວັດທະນະທຳ ສິລະປະ, ຜ່ານນັ້ນ ປະກອບສ່ວນເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະກັນ ລະຫວ່າງສອງປະເທດ. ທ່ານນາຍົກລັດຖະມົນຕີ ເນັ້ນຫນັກວ່າ: ຫວຽດນາມ ແລະ ປາກິດສະຖານ ມີຄວາມສາມາດບົ່ມຊ້ອນການຮ່ວມມືຄວນຕັ້ງຫນ້າຂຸດຄົ້ນເພື່ອນຳການພົວພັນລະຫວ່າງສອງປະເທດໃຫ້ພັດທະນາແທດຈິງກວ່າອີກ, ສະເຫນີທ່ານເອກອັກຄະລັດຖະທູດ ຕັ້ງຫນ້າເປັນຂົວຕໍ່ລະຫວ່າງບັນດາກະຊວງ, ຂະແຫນງການ, ທ້ອງຖິ່ນ, ວິສາຫະກິດລະຫວ່າງສອງປະເທດ ເພື່ອຊຸກຍູ້ບັນດາການເຄື່ອນໄຫວແລກປ່ຽນຄະນະຜູ້ແທນ, ກົນໄກການຮ່ວມມືສອງຝ່າຍໂດຍໄວ.

ທ່ານນາຍົກລັດຖະມົນຕີ ສະເຫນີ ສອງຝ່າຍ ເພີ່ມທະວີການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ຍາດແຍ່ງບັນດາຄວາມສາມາດບົ່ມຊ້ອນ ແລະ ທ່າແຮງຂອງສອງປະເທດ, ສູ້ຊົນຍົກວົງເງິນການຄ້າສອງສົ້ນໃຫ້ຂຶ້ນເຖິງ 1 ຕື້ USD ພ້ອມທັງເປີດກວ້າງການຮ່ວມມືໃນບັນດາຂົງເຂດ: ວັດທະນະທຳ, ການທ່ອງທ່ຽວ ແລະ ແລກປ່ຽນປະຊາຊົນ.

(ແຫຼ່ງຄັດຈາກ VOV)

ຖະແຫຼງການຮ່ວມ ຫວຽດນາມ - ສິງກະໂປ

ຖະແຫຼງການຮ່ວມ ຫວຽດນາມ - ສິງກະໂປ

ຫວຽດນາມ ແລະ ສິງກະໂປ ເພີ່ມທະວີການແລກປ່ຽນ, ພົບປະຂັ້ນສູງ ແລະ ທຸກຂັ້ນໃນທຸກຊ່ອງທາງ; ຮັກສາກົນໄກຈັດກອງປະຊຸມປະຈຳປີລະຫວ່າງນາຍົກລັດຖະມົນຕີ 2 ປະເທດໃຫ້ມີປະສິດທິຜົນ

Top