• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສຸມ​ແຫຼ່ງ​ກຳ​ລັງ​ເພື່ອ​ສ້າງ​ສຳ​ເລັດ​ບັນ​ດາ​ແຜນ​ຜັ​ງ​ສຳ​ຄັນ​ໂດຍ​ໄວ

ວັນທີ 30 ພຶດສະພາ, ໃນຂອບເຂດກອງປະຊຸມສະໄໝສາມັນເທື່ອທີ 3, ສະພາແຫ່ງຊາດຫວຽດນາມ ຊຸດທີ XV, ສະພາແຫ່ງຊາດໄດ້ໃຊ້ເວລາໝົດມື້ເພື່ອປຶກສາຫາລືກ່ຽວກັບການປະຕິບັດນະໂຍບາຍ, ກົດໝາຍກ່ຽວກັບວຽກງານວາງແຜນຜັງນັບແຕ່ເມື່ອກົດໝາຍວ່າດ້ວຍການວາງແຜນຜັງມີຜົນສັກສິດ (ໃນປີ 2019). ນີ້ແມ່ນການເຄື່ອນໄຫວຕິດຕາມກວດກາສູງສຸດຂອງສະພາແຫ່ງຊາດຕໍ່ກັບວຽກງານວາງແຜນຜັງໃນໄລຍະຜ່ານມາ.

ກອງປະຊຸມສະໄໝສາມັນເທື່ອທີ 3, ສະພາແຫ່ງຊາດຫວຽດນາມ ຊຸດທີ XV (ພາບ: TTXVN)

ກ່າວຄຳເຫັນທີ່ວາລະປຶກສາຫາລື, ທ່ານ ຫງວຽນຫາຍແອັງ, ສະມາຊິກສະພາແຫ່ງຊາດແຂວງດົ່ງທາບ ຕີລາຄາວ່າ:

        “ນັບແຕ່ເມື່ອປະກາດໃຊ້, ກົດໝາຍວ່າດ້ວຍການວາງແຜນຜັງໄດ້ກຳນົດທິດຢ່າງຈະແຈ້ງວິທີສຳຜັດ ແລະ ເນື້ອໃນວາງແຜນຜັງບົນພື້ນຖານສ້າງໂຄງປະກອບການພັດທະນາຄືນໃໝ່ ເພື່ອແນໃສ່ລະດົມ ແລະ ນຳໃຊ້ບັນດາແຫຼ່ງກຳລັງຢ່າງມີປະສິດທິຜົນເພື່ອສ້າງກຳລັງໜູນ ແລະ ກຳລັງພັກດັນພັດທະນາໃໝ່ໃຫ້ແກ່ປະເທດຊາດ ແລະ ທ້ອງຖິ່ນ. ປັດຈຸບັນ, ລັດຖະບານ ໄດ້ກະກຽມເອກະສານວາງແຜນຜັງສັງລວມແຫ່ງຊາດເພື່ອຈະຍື່ນສະເໜີຕໍ່ສະພາແຫ່ງຊາດພິຈາລະນາຮັບຮອງເອົາໃນປີ 2022”.

        ເພື່ອໃຫ້ວຽກງານວາງແຜນຜັງເສີມຂະຫຍາຍປະສິດທິຜົນຢ່າງສູງສຸດໃນການພັດທະນາເສດຖະກິດ - ສັງຄົມນັ້ນ, ສະມາຊິກສະພາແຫ່ງຊາດຫຼາຍທ່ານສະເໜີວ່າ ການວາງແຜນຜັງຕ້ອງຮັບປະກັນລັກສະນະກົມກ່ຽວລະຫວ່າງຄວາມຮຽກຮ້ອງພັດທະນາ ແລະ ຜົນປະໂຫຍດອັນຊອບທຳຂອງປະຊາຊົນ ແລະ ມີຄວາມດຸ່ນດ່ຽງບັນດາແຫຼ່ງກຳລັງເພື່ອປະຕິບັດສໍາເລັດແຜນຜັງສຳຄັນໂດຍໄວ.

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ຢ້ຽມ​ຢາມ​ຄອບ​ຄົວ​ ທ່ານ​ ໄຊ​ສົມ​ພອນ ພົມວິຫານ ອະ​ດີດ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ລາວ

ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ຢ້ຽມ​ຢາມ​ຄອບ​ຄົວ​ ທ່ານ​ ໄຊ​ສົມ​ພອນ ພົມວິຫານ ອະ​ດີດ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ລາວ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ຢັ້ງ​ຢືນເຖິງຄຸນ​ງາມ​ຄວາມ​ດີ​ໃນ​ການ​ປະ​ກອບ​ສ່ວນ​ທີ່​ຍິ່ງ​ໃຫຍ່​ຂອງ​ສະ​ຫາຍທີ່ມີ​ຕໍ່​ການ​ເພີ່ມ​ພ​ູນ​ຄູນ​ສ້າງການ​ພົວ​ພັນ​ມິດ​ຕະ​ພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ ຫວຽດ​ນາມ - ລາວ.

Top