ຂ່າວສານ
ສື່ມວນຊົນສາກົນ ຕີລາຄາສູງການກຳນົດທິດທາງການຮ່ວມມື ແລະ ບົດບາດເປັນໃຈກາງຂອງ ຫວຽດນາມ ໃນ ອາຊຽນ
ໜັງສືພິມ Straits Times ຂອງ ສິງກະໂປ ໃຫ້ຂໍ້ສັງເກດວ່າ ການຢ້ຽມຢາມທາງລັດຖະກິດໃນເວລາ 04 ວັນ ຂອງທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໄດ້ດຳເນີນໃນສະພາບການສາຍພົວພັນສອງຝ່າຍພວມພັດທະນາຢ່າງແຮງ ນັບທັງດ້ານການຄ້າ, ການລົງທຶນ ຕະຫຼອດຮອດການຮ່ວມມືເຕັກໂນໂລຢີສູງ. ໜັງສືພິມດັ່ງກ່າວກໍໄດ້ເນັ້ນໜັກເປັນພິເສດເຖິງກຳນົດທິດພັດທະນາຮູບແບບເຂດອຸດສາຫະກຳ ຫວຽດນາມ - ສິງກະໂປ, VSIP 2.0 ດ້ວຍເນື້ອໃນຈຸດສຸມແມ່ນເຕັກໂນໂລຢີອັດສະລິຍະ, ຫັນເປັນດີຈີຕອນ ແລະ ພັດທະນາແບບຍືນຍົງ.
ຊ່ອງໂທລະພາບ Channel News Asia (CNA) ຕີລາຄາວ່າ ການຢ້ຽມຢາມຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ “ໄດ້ຢັ້ງຢືນການພົວພັນອັນໜຽວແໜ້ນ ແລະ ຫຼາຍຝ່າຍ” ລະຫວ່າງສອງປະເທດ. ເລື່ອງການນຳ ຫວຽດນາມ ມີບົດກ່າວຄຳເຫັນໃນກອງປະຊຸມ Shangri – La, ໜຶ່ງໃນບັນດາເວທີປາໄສຄວາມໝັ້ນຄົງແຖວໜ້າ ອາຊີ, ໄດ້ຊີ້ໃຫ້ເຫັນບົດບາດ ແລະ ທີ່ຕັ້ງນັບມື້ນັບພົ້ນເດັ່ນຂອງ ຫວຽດນາມ ໃນບັນດາບັນຫາພາກພື້ນ ແລະ ສາກົນ.







