• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສື່ມວນ​ຊົນ ຮຸງ​ກາ​ຣີ ຂ່ຳ​ນັບ​ຮັບ​ຕ້ອນ​ທ່ານນ​າ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເດີນ​ທາງມາ​ຢ້ຽມ​ຢາມ ຮຸງ​ກາ​ຣີ

ການຢ້ຽມຢາມ ຮຸງກາຣີ ຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຈະເຮັດໃຫ້ການພົວພັນດ້ານການເມືອງ, ການທູດລະຫວ່າງສອງປະເທດເລິກເຊິ່ງຂຶ້ນຕື່ມ, ເພີ່ມທະວີການຮ່ວມມືໃນບັນດາຂົງເຂດເສດຖະກິດ - ການຄ້າ - ການລົງທຶນ, ການຮ່ວມມືດ້ານສຶກສາ, ປ້ອງກັນຊາດ, ປ້ອງກັນຄວາມສະຫງົບ…, ເພີ່ມທະວີການຮ່ວມມື ແລະ ສະໜັບສະໜູນໃນບັນດາເວທີປາໄສຫຼາຍຝ່າຍ…
ສື່ມວນຊົນ ຮຸງກາຣີ ໃຫ້ຂ່າວເປັນຈຳນວນຫຼາຍກ່ຽວກັບການຂ່ຳນັບຮັບຕ້ອນທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເດີນທາງມາຢ້ຽມຢາມ ຮຸງກາຣີ (ພາບ: VOV)
ໃນ 2 ມື້ຜ່ານມາ, ສື່ມວນຊົນ ຮຸງກາຣີ ໄດ້ໃຫ້ຂ່າວເປັນຈຳນວນຫຼາຍກ່ຽວກັບການຂ່ຳນັບຮັບຕ້ອນທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເດີນທາງມາຢ້ຽມຢາມ ຮຸງກາຣີ. ໃນບາງເວັບໄຊສື່ມວນຊົນຂອງ ຮຸງກາຣີ ເຊັ່ນ, ສຳນັກຂ່າວສານ ຮຸງກາຣີ, index.hu, magyarnemzet.hu…) ລ້ວນແຕ່ໃຫ້ຂ່າວວ່າ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຈະເດີນທາງມາຢ້ຽມຢາມ ຮຸງກາຣີ ຢ່າງເປັນທາງການ ໃນວັນທີ 18 ມັງກອນ (ຕາມເວລາທ້ອງຖິ່ນ). ໜັງສືພິມຕ່າງໆໄດ້ເນັ້ນໜັກວ່າ ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອມາແຕ່ດົນນານລະຫວ່າງ ຮຸງກາຣີ ແລະ ຫວຽດນາມ, ພ້ອມທັງຢັ້ງຢືນວ່າ ການຢ້ຽມຢາມ ຮຸງກາຣີ ຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຈະເຮັດໃຫ້ການພົວພັນດ້ານການເມືອງ, ການທູດລະຫວ່າງສອງປະເທດເລິກເຊິ່ງຂຶ້ນຕື່ມ, ເພີ່ມທະວີການຮ່ວມມືໃນບັນດາຂົງເຂດເສດຖະກິດ - ການຄ້າ - ການລົງທຶນ, ການຮ່ວມມືດ້ານສຶກສາ, ປ້ອງກັນຊາດ, ປ້ອງກັນຄວາມສະຫງົບ…, ເພີ່ມທະວີການຮ່ວມມື ແລະ ສະໜັບສະໜູນໃນບັນດາເວທີປາໄສຫຼາຍຝ່າຍ… ບັນດາພາຫະນະສື່ມວນຊົນ ຮຸງກາຣີ ຖືວ່າ ການພົບປະຂັ້ນສູງລະຫວ່າງນາຍົກລັດຖະມົນຕີສອງປະເທດໃນຄັ້ງນີ້ ມີຄວາມສຳຄັນດ້ານປະຫວັດສາດ, ຍົກສູງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ອີງໃສ່ການຮ່ວມມືຢ່າງແໜ້ນແຟ້ນໃນສິບໆປີຜ່ານມາ ແລະ ສາຍພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງສອງປະເທດ, ເປີດກາລະໂອກາດຮ່ວມມືສອງຝ່າຍໃນໄລຍະຈະມາເຖິງ.

(ແຫຼ່ງຄັດຈາກ VOV)

ສືບ​ຕໍ່​ສຸມ​ໃສ່​ການ​ໂຄ​ສະ​ນາ​ເພື່ອ​ຕໍ່​ສູ້​ຮຽກ​ຮ້ອ​ງ​ຄວາມ​ຍຸ​ຕິ​ທຳ​ໃຫ້​ແກ່​ຜູ້​ປ​ະ​ສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ

ສືບ​ຕໍ່​ສຸມ​ໃສ່​ການ​ໂຄ​ສະ​ນາ​ເພື່ອ​ຕໍ່​ສູ້​ຮຽກ​ຮ້ອ​ງ​ຄວາມ​ຍຸ​ຕິ​ທຳ​ໃຫ້​ແກ່​ຜູ້​ປ​ະ​ສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ

“ສືບຕໍ່ສຸມໃສ່ການໂຄສະນາເພື່ອຕໍ່ສູ້ຮຽກຮ້ອງຄວາມຍຸຕິທຳໃຫ້ແກ່ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ” ສິ່ງດັ່ງກ່າວໂດຍພົນຕີ ຫງວຽນຫືວຈິງ, ປະທານສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ຫວຽດນາມ (VAVA), ໄດ້ຢັ້ງຢືນໃນກອງປະຊຸມຄັ້ງທີ 3, ຄະນະບໍລິຫານງານຊຸດທີ V, ອາຍຸການ 2023 – 2028, ໄດ້ດຳເນີນໃນຕອນບ່າຍວັນທີ 9 ທັນວາ, ຢູ່ຮ່າໂນ້ຍ.

Top