• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສື່ມວນ​ຊົນ ອີ​ຕາ​ລີ: ຫວຽດ​ນາມ ມາ​ນະ​ພະ​ຍາ​ຍາມ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ສາ​ກົນ

ບົດຂຽນ “ຫວຽດນາມ ເພີ່ມທະວີການຄ້າ, ການລົງທຶນກັບ ອີຕາລີ ແລະ ເອີລົບ”ໃນໜັງສືພິມ La Citta Futura ໄດ້ຢັ້ງຢືນວ່າ ການຢ້ຽມຢາມຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ຈະຊຸກຍູ້ ການພົວພັນຄູ່ຮ່ວມມື ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ ແລະ ບັນດາປະເທດເອີລົບຢ່າງແຮງ.
  ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ທີ່ເວທີປາໄສຂັ້ນສູງຫວຽດນາມ - ອັງກິດ ກ່ຽວກັບເສດຖະກິດ ແລະ ການລົງທຶນ (ພາບ: TTXVN)  

 ການຢ້ຽມຢາມ 2 ປະເທດຢູ່ເອີລົບຢ່າງເປັນທາງການຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ໃນລະຫວ່າງວັນທີ 26 – 30 ມິຖຸນາ ໄດ້ຮັບຄວາມສົນໃຈຈາກສື່ມວນຊົນອີຕາລີ. ບັນດາບົດຮຽນໄດ້ສຸມໃສ່ເນັ້ນໜັກເຖິງໝາກຜົນຂອງການຮ່ວມມືຢ່າງຕັ້ງໜ້າທີ່ບັນລຸໄດ້ລະຫວ່າງ ຫວຽດນາມ ກັບບັນດາປະເທດເອີລົບ, ເປັນຕົ້ນແມ່ນການຄ້າ, ການລົງທຶນ.

ບົດຂຽນ “ຫວຽດນາມ ເພີ່ມທະວີການຄ້າ, ການລົງທຶນກັບ ອີຕາລີ ແລະ ເອີລົບ”ໃນໜັງສືພິມ La Citta Futura ໄດ້ຢັ້ງຢືນວ່າ ການຢ້ຽມຢາມຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ຈະຊຸກຍູ້ ການພົວພັນຄູ່ຮ່ວມມື ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ ແລະ ບັນດາປະເທດເອີລົບຢ່າງແຮງ.ບົດຂຽນໄດ້ລວບລວມຄວາມກ້າວໜ້າກະໂດດຂັ້ນກ່ຽວກັບການຄ້າສອງສົ້ນລະຫວ່າງສອງປະເທດ ພ້ອມທັງຍົກໃຫ້ເຫັນຢ່າງຈະແຈ້ງທີ່ຕັ້ງບົດບາດຂອງ ຫວຽດນາມ ແມ່ນຄູ່ຮ່ວມມືແຖວໜ້າຂອງອີຕາລີຢູ່ອາຊີຕາເວັນອອກສ່ຽງໃຕ້, ເປັນຂົວເຊື່ອມຕໍ່ທີ່ມີປະສິດທິຜົນ ໃຫ້ແກ່ EU ເວົ້າລວມ ແລະ ອີຕາລີເວົ້າສະເພາະ ກັບອາຊຽນ.

(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top