ໜັງສືພິມຝ່າຍຂວາໃຫຍ່ທີ່ສຸດ ຂອງ ສ.ເຊັກໂກ Nasepravda ສະບັບອອກໃນວັນທີ 10 ເມສາ ໄດ້ລົງບົດຂຽນ “ການພົວພັນສ.ເຊັກໂກ - ຫວຽດນາມ: ບັນດາຈຸດພົ້ນເດັ່ນກ່ຽວກັບເສດຖະກິດ ແລະ ການທູດ”. ບົດຂຽນໄດ້ໃຫ້ຂໍ້ສັງເກດວ່າ ເຫດການຍົກລະດັບການພົວພັນ ເຊັກໂກ - ຫວຽດນາມ ຈະສ້າງຫຼາຍໂອກາດໃຫ້ແກ່ວິສາຫະກິດ ເຊັກໂກເມື່ອມາລົງທຶນຢູ່ປະເທດ ອາຊີຕາເວັນອອກສ່ຽງໃຕ້ນີ້, ຍ້ອນວ່າເສດຖະກິດ ຫວຽດນາມຈະສືບຕໍ່ແມ່ນຈຸດພົ້ນເດັ່ນຂອງພາກພື້ນ ອາຊີ - ປາຊີຟິກໃນປີ 2025.
ບົດຂຽນໄດ້ຕີລາຄາວ່າການຟື້ນຟູຢ່າງແຮງໃນປີ 2024 ຈະສ້າງຮາກຖານຢ່າງໝັ້ນແກ່ນໃຫ້ແກ່ການເຕີບໂຕຂອງ ຫວຽດນາມໃນປີນີ້. ປີ 2025, ສະພາແຫ່ງຊາດ ຫວຽດນາມ ວາງຄາດໝາຍ ການເຕີບໂຕ GDP ເພີ່ມຂຶ້ນເຖິງ 6,5% - 7%, ໃນຂະນະນັ້ນ ລັດຖະບານກຳນົດຄາດໝາຍລື່ນກາຍ 8%, ເຊິ່ງແມ່ນຕົວເລກທີ່ເປັນໜ້າຊື່ນຊົມ. ບົດຂຽນຖືວ່າ ໃນປີໜຶ່ງທີ່ໂລກເຕັມໄປດ້ວຍການຜັນແປ, ຫວຽດນາມ ຍັງຮັກສາໄດ້ການເຕີບໂຕເສດຖະກິດຢູ່ລະດັບເປັນໜ້າເຄົາລົບນັບຖື, ຖານະບົດບາດຂອງປະເທດນັບມື້ນັບໄດ້ຮັບການຍົກຂຶ້ນຢູ່ພາກພື້ນ ແລະ ໂລກ.