• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສື່ມວນ​ຊົນ​ລາວ​ ເນັ້ນ​ໜັກ​ເຖິງ​ຄວາມ​ສຳ​ຄັນ ແລະ ຄວາມ​ໝາຍ​ປະ​ຫວັດ​ສາດ​ໃນ​ການ​ຢ້ຽມ​ຢາມ​ຂອງ ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ

ກ່ອນການຢ້ຽມຢາມທາງລັດຖະກິດຢູ່ ສປປ. ລາວ ຂອງ ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໃນວັນທີ 05 ແລະ ວັນທີ 06 ກຸມພາ, ຕາມຄຳເຊີນຂອງ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດແຫ່ງ ສປປ.ລາວ, ວັນທີ 04 ກຸມພາ, ສື່ມວນຊົນລາວ ໄດ້ລົງບົດຂຽນຈຳນວນຫຼາຍກ່ຽວກັບການຢ້ຽມຢາມດັ່ງກ່າວ.

ບັນດາບົດຂຽນໃນສື່ເອເລັກໂຕນິກໜັງສືພິມ ຂ່າວສານປະເທດລາວ ແລະ ໜັງສືພິມປ້ອງກັນຄວາມສະຫງົບ ລາວ ລ້ວນແຕ່ໃຫ້ຂໍ້ສັງເກດວ່າ ການຢ້ຽມຢາມຄັ້ງນີ້ ຈະຊ່ວຍໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລາວ - ຫວຽດນາມ, ຫວຽດນາມ - ລາວ ນັບມື້ນັບພັດທະນາກວ່າອີກ.

ນີ້ແມ່ນການຢ້ຽມຢາມຕ່າງປະເທດຄັ້ງທຳອິດຂອງ ທ່ານເລຂາທິການໃຫຍ່ ໂຕເລິມ ໃນປີ 2026 ແລະ ກໍແມ່ນການຢ້ຽມຢາມທຳອິດໃນຖານະເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ XIV. ໃນຂະນະທີ່ນີ້ກໍແມ່ນການຕ້ອນຮັບແຂກຕ່າງປະເທດສະຫາຍທຳອິດຂອງພັກ, ລັດ ແລະ ປະຊາຊົນ ພາຍຫຼັງຜົນສຳເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ. ດັ່ງນັ້ນ, ການຢ້ຽມຢາມ ບໍ່ພຽງແຕ່ມີຄວາມໝາຍປະຫວັດສາດ ແລະ ຄວາມສຳຄັນອັນຍິ່ງໃຫຍ່ເທົ່ານັ້ນ, ຫາກຍັງຢັ້ງຢືນລະດັບຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງສູງ ແລະ ນະໂຍບາຍສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ທີ່ຍາມໃດກໍຖືສາຍພົວພັນມິດຕະພັນອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ຫວຽດນາມ - ລາວ, ລາວ - ຫວຽດນາມ ເປັນສຳຄັນທີ່ສຸດ.

ສິ່ງດັ່ງກ່າວຈະສ້າງພື້ນຖານອັນໝັ້ນແກ່ນເພື່ອໃຫ້ສາຍພົວພັນ ຫວຽດນາມ - ລາວ ສືບຕໍ່ພັດທະນາຢ່າງແທ້ຈິງ ແລະ ມີປະສິດທິຜົນກວ່າເກົ່າ, ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ປະຊາຊົນ ແລະ ໜູນຊ່ວຍການພັດທະນາແບບຍືນຍົງຂອງທັງສອງປະເທດ ລາວ ແລະ ຫວຽດນາມ.

(ແຫຼ່ງຄັດຈາກ VOV)

ລາວ ອວຍ​ພອນ​ວັນ​ສ້າງ​ຕັ້ງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ຄົບ​ຮອບ 96 ປີ

ລາວ ອວຍ​ພອນ​ວັນ​ສ້າງ​ຕັ້ງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ຄົບ​ຮອບ 96 ປີ

ໃນລະຫວ່າງວັນທີ 02 – 03 ກຸມພາ, ມີຫຼາຍຄະນະພັກ, ກະຊວງ, ຂະແໜງການ, ສຳນັກງານອົງການຂອງລາວ ໄດ້ເຂົ້າໄປຍັງສະຖານທູດ ຫວຽດນາມ ປະຈຳ ລາວ ອວຍພອນເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ ຄົບຮອບ 96 ປີ (03/02/1930 – 03/02/2026) ແລະ ບຸນປີໃໝ່ປະຈຳຊາດປີມະເມຍ 2026.

Top