ທ່ານຮອງລັດຖະມົນຕີ ຮວ່າງຊວັນຈຽນ ໄດ້ເຂົ້າຮ່ວມພິທີໄຂງານວາງສະແດງ ແລະ ດຳເນີນການພົບປະ 2 ຝ່າຍກັບ ທ່ານ Chan Heng Kee, ເລຂາຜູ້ປະຈຳການກະຊວງປ້ອງກັນປະເທດ ສິງກະໂປ.
ຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມງານວາງສະແດງການບິນ ສິງກະໂປ (ພາບ: BQP)
ໂດຍຕອບຮັບຄຳເຊີນຂອງລັດຖະມົນຕີກະຊວງປ້ອງກັນປະເທດ ສິງກະໂປ, ທ່ານພົນໂທ ຮວ່າງຊວັນຈຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ນຳໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມງານວາງສະແດງການບິນ ສິງກະໂປ (Singapore Airshow) ທີ່ຈັດຂຶ້ນແຕ່ວັນທີ 03 – 08 ກຸມພາ, ຢູ່ ສິງກະໂປ.
ວັນທີ 03 ກຸມພາ, ທ່ານຮອງລັດຖະມົນຕີ ຮວ່າງຊວັນຈຽນ ໄດ້ເຂົ້າຮ່ວມພິທີໄຂງານວາງສະແດງ ແລະ ດຳເນີນການພົບປະ 2 ຝ່າຍກັບ ທ່ານ Chan Heng Kee, ເລຂາຜູ້ປະຈຳການກະຊວງປ້ອງກັນປະເທດ ສິງກະໂປ. ຢູ່ທີ່ນີ້, ທ່ານ ຮວ່າງຊວັນຈຽນ ປາດຖະໜາຢາກຊຸກຍູ້ການພັດທະນາການພົວພັນດ້ານປ້ອງກັນຊາດ ຫວຽດນາມ - ສິງກະໂປ ໃນບັນດາຂົງເຂດ, ຄື: ການຮ່ວມມືດ້ານການທະຫານ, ເຫຼົ່າຮົບ; ການຮ່ວມມືບຳລຸງສ້າງ; ຄວາມໝັ້ນຄົງ, ຄວາມປອດໄພໃນການເດີນເຮືອ; ການກູ້ໄພກູ້ຊີບ; ເສນາຮັກ, ພະລາທິການ, ຄວາມໝັ້ນຄົງແບບໃໝ່…
ກໍ່ທີ່ງານວາງສະແດງ, ທ່ານພົນໂທ ຮວ່າງຊວັນຈຽນ ໄດ້ພົບປະກັບການນຳກະຊວງປ້ອງກັນປະເທດ, ພົບປະກັບວິສາຫະກິດປ້ອງກັນຊາດຂອງ ສິງກະໂປ, ຝລັ່ງ, ອາເມລິກາ, ຍີ່ປຸ່ນ, ອິດສະຣາແອັນ, ເຊັກໂກ…
(ແຫຼ່ງຄັດຈາກ VOV)