• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ແລະ ຈີນ ຊຸກຍູ້ການຮ່ວມມືໃນຂບັນດາຂົງເຂດຈຸດສຸມໃໝ່

ທ່ານລັດຖະມົນຕີ ເລຮ່ວາຍຈຸງ ສະເໜີໃຫ້ 2 ຝ່າຍຊຸກຍູ້ການຮ່ວມມືໃນບັນດາຂົງເຂດຈຸດສຸມໃໝ່ແມ່ນ ວິທະຍາສາດ, ນະວັດຕະກຳ, ການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດມີຄຸນນະພາບສູງ
ທ່ານ ເລຮ່ວາຍຈຸງ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ແລະ ທ່ານ ຫວາງອີ, ລັດຖະມົນຕີການຕ່າງປະເທດ ຈີນ (ພາບ: nhandan.vn)

ຕອນບ່າຍວັນທີ 03 ກຸມພາ, ໃນຂອບເຂດການຢ້ຽມຢາມ ຈີນ, ເມື່ອແຈ້ງໝາກຜົນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 14 ຂອງພັກກອມມູນິດ ຫວຽດນາມ, ທ່ານ ເລຮ່ວາຍຈຸງ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ, ທູດພິເສດຂອງທ່ານເລຂາທິການໃຫຍ່ ໂຕເລິມ, ໄດ້ດຳເນີນການພົບປະເຈລະຈາກັບທ່ານ ຫວາງອີ, ລັດຖະມົນຕີການຕ່າງປະເທດ ຈີນ.

ທີ່ການພົບປະເຈລະຈາ, ທ່ານລັດຖະມົນຕີ ເລຮ່ວາຍຈຸງ ໄດ້ເນັ້ນໜັກເຖິງຄວາມຕັດສິນໃຈຂອງພັກກອມມູນິດ ຫວຽດນາມ ປະຕິບັດບັນດາແນວທາງ, ເປົ້າໝາຍສັງລວມ, ບັນດາໜ້າທີ່ຈຸດສຸມ ແລະ ບັນດາບາດກ້າວບຸກທະລຸຍຸດທະສາດເຊິ່ງກອງປະຊຸມໃຫຍ່ຄັ້ງທີ 14 ໄດ້ວາງອອກ, ເພື່ອນຳ ຫວຽດນາມ ກາຍເປັນປະເທດພັດທະນາຕາມການກຳນົດທິດສັງຄົມນິຍົມ. ທ່ານສະເໜີໃຫ້ 2 ຝ່າຍຊຸກຍູ້ການຮ່ວມມືໃນບັນດາຂົງເຂດຈຸດສຸມໃໝ່ແມ່ນ ວິທະຍາສາດ, ນະວັດຕະກຳ, ການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດມີຄຸນນະພາບສູງ; ພັດທະນາເສດຖະກິດ - ການຄ້າໃຫ້ມີຄວາມດຸ່ນດ່ຽງ, ຍືນຍົງ; ເພີ່ມທະວີການຮ່ວມມືດ້ານວັດທະນະທຳ, ການແພດ ແລະ ການພົວພັນແລກປ່ຽນປະຊາຊົນ…

ສ່ວນທ່ານລັດຖະມົນຕີ ຫວາງອີ ສະເໜີໃຫ້ 2 ປະເທດຜັນຂະຫຍາຍບັນດາຂົງເຂດຮ່ວມມືເຊິ່ງ 2 ຝ່າຍມີຄວາມຕ້ອງການ ແລະ ມີທ່າແຮງ, ເຊິ່ງຈຸດສຸມແມ່ນບັນດາເສັ້ນທາງລົດໄຟເຊື່ອມຕໍ່ 2 ປະເທດ, ການຮ່ວມມືຂ້າມຊາຍແດນ, ສ້າງບາດກ້າວບຸກທະລຸກ່ຽວກັບວິທະຍາສາດ ເຕັກໂນໂລຊີ… ໃຫ້ມີປະສິດທິຜົນ.

(ແຫຼ່ງຄັດຈາກ VOV)

ລາວ ອວຍ​ພອນ​ວັນ​ສ້າງ​ຕັ້ງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ຄົບ​ຮອບ 96 ປີ

ລາວ ອວຍ​ພອນ​ວັນ​ສ້າງ​ຕັ້ງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ຄົບ​ຮອບ 96 ປີ

ໃນລະຫວ່າງວັນທີ 02 – 03 ກຸມພາ, ມີຫຼາຍຄະນະພັກ, ກະຊວງ, ຂະແໜງການ, ສຳນັກງານອົງການຂອງລາວ ໄດ້ເຂົ້າໄປຍັງສະຖານທູດ ຫວຽດນາມ ປະຈຳ ລາວ ອວຍພອນເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ ຄົບຮອບ 96 ປີ (03/02/1930 – 03/02/2026) ແລະ ບຸນປີໃໝ່ປະຈຳຊາດປີມະເມຍ 2026.

Top