• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສື່ມວນຊົນ ເຢຍ​ລະ​ມັນ ຕີ​ລາ​ຄາວ່າ ຫວຽດ​ນາມ ແມ່ນ​ສະ​ຖານ​ທີ່ດູດດຶ່ມ​ສຳ​ລັບ​ບັນ​ດາ​ນັກ​ລົງ​ທຶນ

ວິກິດການໂລກລະບາດໂຄວິດ-19 ໄດ້ສະແດງໃຫ້ເຫັນວ່າບັນດາບໍລິສັດຕ້ອງປະເຊີນໜ້າກັບຄວາມສ່ຽງເມືອລະບົບການສະໜອງຂຶ້ນກັບແຕ່ລະປະເທດຢູ່ດ່ຽວ. ສິ່ງດັ່ງກ່າວໄດ້ເຮັດໃຫ້ເຂົາເຈົ້າປ່ຽນແປງທັດສະນະເພື່ອຊອກຫາບັນດາປະເທດມີເງື່ອນໄຂຄວາມສະດວກກວ່າ.

ໂຮງງານຜະລິດເຄື່ອງອາໄຫຼ່ໂທລະສັບມືຖືຂອງບໍລິສັດ Samsung Electronics (ພາບ:TTXVN)

ຄັດສະເໜີບົດຂ່າວທີ່ເອົາລົງໃນເວັບໄຊ Handelsblatt (ການຄ້າ) ຂອງ ເຢຍລະມັນ ໃນວັນທີ 13 ສິງຫາ ໃຫ້ຮູ້ວ່າໃນການກຳນົດທິດອະນາຄົດ, ບໍລິສັດສະກອັດ Tesa ຂອງ ເຢຍລະມັນ ຢາກເປີດກ້ວາງການຜະລິດ ແລະ ໄດ້ເລືອກເອົາທາງພາກເໜືອຂອງ ຫວຽດນາມ ເປັນບ່ອນລົງທຶນດ້ວຍມູນຄ່າປະມານ 55 ລ້ານ euro (65 ລ້ານ USD) ເພື່ອແນໃສ່ກໍ່ສ້າງໂຮງງານດ້ວຍເນື້ອທີ່ກ້ວາງປະມານ 70.000m2 ໃຫ້ແກ່ການເຄື່ອນໄຫວຜະລິດ, ຄາດຄະເນແມ່ນປີ 2023.

ກໍ່ຕາມບົດຂ່າວແລ້ວ, ດ້ວຍຈຳນວນພົນລະເມືອງປະມານ 100 ລ້ານຄົນ, ຫວຽດນາມ ມີແງ່ຫວັງຫຼາຍພໍສົມຄວນໃນການໝູນໃຊ້ທ່າໄດ້ປຽບຂອງການພັດທະນາ. ກອງທຶນເງິນຕາສາກົນ (IMF) ໄດ້ຄາດຄະເນວ່າ ຫວຽດນາມ ຕັ້ງຫວັງການເຕີບໂຕເສດຖະກິດໃນປີນີ້ໃຫ້ໄດ້ເກືອບ 3%.

ຕາມ ເວັບໄຊ Handelsblatt ແລ້ວ, ບໍ່ພຽງແຕ່ເປີດກ້ວາງການຄ້າເສລີກັບ ເອີລົບ ເທົ່ານັ້ນ, ດ້ວຍສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP), ຫວຽດນາມ ໄດ້ເຂົ້າຮ່ວມພາກພື້ນການຄ້າເສລີກັບບັນດາປະເທດຄື ຍີ່ປຸ່ນ, ການາດາ, ເມັກຊິໂກ ມາແຕ່ປີ 2018. ຫວຽດນາມກໍ່ພວມເຂົ້າຮ່ວມການເຈລະຈາສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP), ໃນນັ້ນມີ ຈີນ ແລະ ອົດສະຕາລີ, ຫວຽດນາມ ກໍ່ພວມປຶກສາຫາລືກ່ຽວກັບສັນຍາການຄ້າເສລີກັບ ອາເມລິກາ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານພົນເອກ ຈັນສະໝອນ ຈັນຍະລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ທີ່ມາເຂົ້າຮ່ວມພິທີງານສົບລະດັບຊາດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

Top