• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສື່ມວນຊົນ ອາກຊັງຕີນ ຕີລາຄາສູງຜົນງານດ້ານເສດຖະກິດຂອງ ຫວຽດນາມ

      ຫວ່າງແລ້ວນີ້ສື່ເອເລັກໂຕນິກ Equilibrium Global ຂອງ ອາກຊັງຕີນ ມີບົດຂຽນຂອງສາດສະດາຈານ - ປອ Julio Sebares, ມະຫາວິທະຍາໄລ Buenos Aires, ໃນນັ້ນໄດ້ຕີລາຄາສູງບັນດາຜົນງານດ້ານເສດຖະກິດຂອງ ຫວຽດນາມ ພາຍຫຼັງ 30 ປີແຫ່ງການປ່ຽນແປງໃໝ່
      ດ້ວຍພື້ນຖານເສດຖະກິດການຕະຫຼາດຕາມກຳນົດທິດສັງຄົມນິຍົມ. ໃນບົດຂຽນ, ສາດສະດາຈານ - ປອ Julio Sebares ເນັ້ນໜັກວ່າ: ໂດຍອີງໃສ່ການປະຕິບັດນະໂຍບາຍປ່ຽນແປງໃໝ່, ໃນ 15 ປີມໍ່ໆມານີ້, ເສດຖະກິດ ຫວຽດນາມ ບັນລຸລະດັບເຕີບໂຕກ່ວາ 6,5% ດ້ວຍລະດັບລາຍຮັບສະເລ່ຍໃສ່ຫົວຄົນເພີ່ມຂຶ້ນທົບ 9 ເທື່ອ ແລະ ບັນລຸເກືອບ 2.200 USD ໃນປີກາຍ.
        ການສະຖິຕິຂອງ ສປຊ ໄດ້ສະແດງໃຫ້ເຫັນວ່າ ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດ ປະສົບຜົນສຳເລັດທີ່ສຸດໃນການພັດທະນາເສດຖະກິດ ແລະ ແມ່ນໜຶ່ງໃນຈຳນວນຫນ້ອຍປະເທດໄດ້ປະຕິບັດສຳເລັດ ເປົ້າໝາຍພັດທະນາສະຫັດສະຫວັດ, ກ່ອນກຳນົດເວລາໂດຍ ສປຊ ວາງອອກ.
 (ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ສະ​ເໜີ ອາ​ຊຽນ ເສີມ​ຂະ​ຫຍາຍ​ 3 ກົກ​ເຄົ້າແຫຼ່ງ​ກຳ​ລັງ​ແຮງຍຸດ​ທະ​ສາດ​ຢ່າງ​ແຮງ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ສະ​ເໜີ ອາ​ຊຽນ ເສີມ​ຂະ​ຫຍາຍ​ 3 ກົກ​ເຄົ້າແຫຼ່ງ​ກຳ​ລັງ​ແຮງຍຸດ​ທະ​ສາດ​ຢ່າງ​ແຮງ

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ “ກວມລວມ ແລະ ຍືນຍົງ” ແມ່ນການຄັດເລືອກ ແລະ ຄວາມຮຽກຮ້ອງຕ້ອງການຍຸດທະສາດຂອງ ອາຊຽນ, ພ້ອມທັງສະເໜີໃຫ້ ອາຊຽນ ເສີມຂະຫຍາຍສາມກົກເຄົ້າແຫຼ່ງກຳລັງຍຸດທະສາດຢ່າງແຮງ.

Top