• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສື່ມວນຊົນ ຈີນ ໃຫ້ຂ່າວຢ່າງຫຼວງຫຼາຍກ່ຽວກັບການເຄື່ອນໄຫວຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ

ໜັງສືພິມສະບັບນີ້ໄດ້ຢືນຢັນວ່າ ການຢ້ຽມຢາມສະແດງໃຫ້ເຫັນຄວາມຖືເປັນສຳຄັນຢ່າງສູງຂອງທັງ 2 ຝ່າຍຕໍ່ການພັດທະນາລະຫວ່າງ 2 ພັກ ແລະ 2 ລັດ.

ໜັງສືພິມສະບັບນີ້ໄດ້ຢືນຢັນວ່າ ການຢ້ຽມຢາມສະແດງໃຫ້ເຫັນຄວາມຖືເປັນສຳຄັນຢ່າງສູງຂອງທັງ 2 ຝ່າຍຕໍ່ການພັດທະນາລະຫວ່າງ 2 ພັກ ແລະ 2 ລັດ.

    

(ແຫຼ່ງຂ່າວກ່ຽວກັບການພົບປະເຈລະຈາລະຫວ່າງເລຂາທິການໃຫຍ່ 2 ທ່ານ)

ໃນລະຫວ່າງວັນທີ 31 ຕຸລາ ຫາວັນທີ 01 ພະຈິກ, ບັນດາອົງການຊື່ມວນຊົນໃຫຍ່ຂອງ ຈີນ ໄດ້ເອົາລົງຫຼາຍຂ່າວ/ບົດກ່ຽວກັບການເຄື່ອນໄຫວຂອງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ໃນການຢ້ຽມຢາມ ຈີນ ຢ່າງເປັນທາງການ.

        ແຫຼ່ງຂ່າວກ່ຽວກັບພິທີຕ້ອນຮັບ, ການພົບປະເຈລະຈາລະຫວ່າງເລຂາທິການໃຫຍ່ 2 ທ່ານ ແລະ ພິທີປະດັບຫຼຽນໄຊມິດຕະພາບຂອງປະເທດ ສປ.ຈີນ ໂດຍທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈີ້ນຜິງ ເປັນເຈົ້າພາບ, ໄດ້ລົງໃນໜ້າທຳອິດຂອງໜັງສືພິມ ເຢີນໝີນຢືປ້າວ, ອົງການກະບອກສຽງຂອງພັກກອມມູນິດ ຈີນ ສະບັບອອກວັນທີ 01 ພະຈິກ. ໜັງສືພິມສະບັບນີ້ໄດ້ຢືນຢັນວ່າ ການຢ້ຽມຢາມສະແດງໃຫ້ເຫັນຄວາມຖືເປັນສຳຄັນຢ່າງສູງຂອງທັງ 2 ຝ່າຍຕໍ່ການພັດທະນາລະຫວ່າງ 2 ພັກ ແລະ 2 ລັດ. 2 ຝ່າຍໄດ້ເຫັນດີປັບປຸງນ້ຳໃຈມິດຕະພາບທີ່ເປັນມູນເຊື້ອ, ເພີ່ມທະວີການຕິດຕໍ່ຍຸດທະສາດ, ຍົກສູງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຄວບຄຸມບັນດາຄວາມແຕກຕ່າງກັນຢ່າງສົມເຫດສົມຜົນ, ສືບຕໍ່ນຳການພົວພັນຄູ່ຮ່ວມມືຍຸດທະສາດຢ່າງຮອບດ້ານລະຫວ່າງ 2 ຝ່າຍໃຫ້ຂຶ້ນສູ່ລະດັບສູງໃໝ່.

        ກ່ອນໜ້ານັ້ນ, ຕອນຄ່ຳວັນທີ 31 ຕຸລາ, ຊ່ອງກະຈາຍສຽງໂທລະພາບສູນກາງ ຈີນ ໄດ້ສະຫງວນເວລາ 1/3 ລາຍການຂ່າວສະຖານະການການເມືອງສຳຄັນທີ່ສຸດປະຈຳວັນ ເພື່ອໃຫ້ຂ່າວກ່ຽວກັບການເຄື່ອນໄຫວຕ້ອນຮັບ ແລະ ການພົບປະເຈລະຈາລະຫວ່າງການນຳ 2 ທ່ານ.

        ສ່ວນໃນບົດຂຽນເຊິ່ງລົງໃນໜັງສືພິມ ເຢີນໝີນຢືປ້າວ ໃນວັນທີ 31 ຕຸລາຂອງທ່ານ ຊຸງປົວ, ເອກອັກຄະລັດຖະທູດ ຈີນ ປະຈຳ ຫວຽດນາມ ໄດ້ຢືນຢັນວ່າ, ຈີນ ພ້ອມແລ້ວທີ່ຈະພ້ອມກັບ ຫວຽດນາມ ຢຶດໝັ້ນປະຕິບັດການນຳພາຍຸດທະສາດຂອງການນຳຂັ້ນສູງສຸດຂອງ 2 ພັກ, ປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ເພີ່ມທະວີຄວາມສາມັກຄີ…, ຊຸກຍູ້ການພົວພັນລະຫວ່າງ 2 ປະເທດໃຫ້ພັດທະນາຢ່າງໝັ້ນຄົງໜັກແໜ້ນ ແລະ ຍາວນານຢ່າງບໍ່ຢຸດຢັ້ງ.

(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top