• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສື່ມວນຊົນແບນຊິກ: ການຢ້ຽມຢາມຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ໄດ້ຍົກລະດັບການພົວພັນລະຫວ່າງ ອີຢູ - ຫວຽດນາມ

      ໃນຂອບເຂດການເດີນທາງໄປປະຕິບັດງານຢູ່ເອີຣົບ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ໄດ້ຢ້ຽມຢາມ ແລະ ເຮັດວຽກກັບລັດຖະສະພາເອີຣົບ, ລາຊະອານາຈັກ ແບນຊິກ ແຕ່ວັນທີ 8 ຫາ ວັນທີ 9 ກັນຍາ. ຫຼາຍໜັງສືພິມທີ່ມີຄວາມໄວ້ວາງໃຈຂອງ ແບນຊິກ ເຊັ່ນ Brussels Times, EU Today…. ໄດ້ລົງຂ່າວ, ບົດ ຕີລາຄາກ່ຽວກັບການຢ້ຽມຢາມທີ່ສ້າງກຳລັງໜູນຊຸກຍູ້ການພົວພັນລະຫວ່າງ ຫວຽດນາມ ແລະ ແບນຊິກ ເວົ້າສະເພາະ, ຫວຽດນາມ - ອີຢູ ເວົ້າລວມ ພັດທະນາຂຶ້ນສູ່ລະດັບສູງໃໝ່ໃນໄລຍະຈະມາເຖິງ.
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ແລະ ທ່ານນາງປະທານສະພາຕ່ຳ ແບນຊິກ  Elliance Tillieux ພ້ອມດ້ວຍບັນດາຜູ້ແທນ (ພາບ: TTXVN)
      ບົດຂຽນ “ສາຍພົວພັນ ຫວຽດນາມ - ອີຢູ ຂຶ້ນສູ່ລະດັບສູງໃໝ່” ໄດ້ເອົາລົງໃນໜັງສືພິມ Brussels Times ໄດ້ຫວນຄືນວິວັດການພັດທະນາຢ່າງຕັ້ງໜ້າຂອງການພົວພັນລະຫວ່າງ ອີຢູ ກັບ ຫວຽດນາມ ໃນໄລຍະເວລາກວ່າ 30 ປີທີ່ຜ່ານມາ, ໃນນັ້ນ ບັນດາອົງການນິຕິບັນຍັດສອງຝ່າຍ ແມ່ນສວມບົດບາດສຳຄັນ. ຜູ້ຂຽນ ກໍໄດ້ເນັ້ນໜັກວ່າ ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫວ້ ແມ່ນການນຳສູງຂັ້ນສູງທຳອິດຂອງ ຫວຽດນາມ ທີ່ເດີນທາງໄປປະຕິບັດງານຢູ່ເອີຣົບ ນັບແຕ່ຫຼັງກອງປະຊຸມໃຫຍ່ຄັ້ງທີ XIII  ຂອງພັກ ແລະ ການເລືອກຕັ້ງສະພາແຫ່ງຊາດຊຸດທີ XV  ຢູ່ ຫວຽດນາມ. ການຢ້ຽມຢາມໄດ້ເປັນການປະກອບສ່ວນຢັ້ງຢືນແຜນນະໂຍບາຍສືບຕໍ່ຖືເປັນສຳຄັນ ແລະ ເພີ່ມທະວີການພົວພັນຮ່ວມມືກັບ ສະຫະພາບເອີຣົບ (ອີຢູ) ແລະ ແບນຊິກ ຂອງຄະນະການນຳຊຸດໃໝ່ຢູ່ ຫວຽດນາມ.
      ໜັງສືພິມ EU Today ກໍໄດ້ລົງບົດຂຽນດ້ວຍຫົວຂໍ້ “ການພົວພັນ ອີຢູ - ຫວຽດນາມ - ແບນຊິກ: ທິດກ້າວເດີນໃໝ່ພາຍຫຼັງໂລກລະບາດ” ໄດ້ຕີລາຄາຢ່າງຕັ້ງໜ້າກ່ຽວກັບແງ່ຫວັງການຮ່ວມມືລະຫວ່າງຫວຽດນາມ ກັບ ອີຢູ ເວົ້າລວມ ແລະ ແບນຊິກ ເວົ້າສະເພາະ. ຜູ້ຂຽນກໍໄດ້ໃຫ້ຂໍ້ສັງເກດວ່າ ການລົງນາມໃນສົນທິສັນຍາ EVFTA ແລະ ສົນທິສັນຍາອາລັກຂາການລົງທຶນ ຫວຽດນາມ - ອີຢູ (EVIPA) ໄດ້ເປີດໜ້າສັງກາດໃໝ່ທີ່ສົດໃສໃຫ້ແກ່ສາຍພົວພັນຮ່ວມມືລະຫວ່າງ ອີຢູ, ແບນຊິກ ກັບ ຫວຽດນາມ. ຜູ້ຂຽນກໍໄດ້ຕີລາຄາວ່າ ການຢ້ຽມຢາມຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ໄດ້ເປີດໄລຍະໃໝ່ໃຫ້ແກ່ການພົວພັນລະຫວ່າງສອງຝ່າຍ.
(ແຫຼ່ງຄັດຈາກ VOV)

ສະຫາຍ ເລຂາທິການໃຫຍ່ ໂຕເລິມ ເປັນປະທານພິທີຕ້ອນຮັບ ສະຫາຍ ເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ

ສະຫາຍ ເລຂາທິການໃຫຍ່ ໂຕເລິມ ເປັນປະທານພິທີຕ້ອນຮັບ ສະຫາຍ ເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ

ສະຫາຍ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ທອງລຸນ ສີສຸລິດ ແລະ ພັນລະຍາ ນາງ ນາລີ ສີສຸລິດ ໄດ້ເດີນທາງເຖິງນະຄອນຫຼວງ ຮ່າໂນ້ຍ, ເລີ່ມຕົ້ນການຢ້ຽມຢາມລັດຖະກິດ ຢູ່ ສສ ຫວຽດນາມ ໃນລະຫວ່າງວັນທີ 26-27 ມັງກອນ 2026, ຕາມຄຳເຊີນຂອງ ສະຫາຍ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ ນາງ ໂງເຟືອງລີ.

Top