• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສື່ມວນຊົນອັງກິດ ສະແດງຄວາມປະທັບໃຈຕໍ່ການພັດທະນາຂອງ ຫວຽດນາມ

      ບົດຂ່າວໄດ້ສະຫຼຸບວ່າ ຫວຽດນາມ ພວມນັບມື້ນັບບືນຕົວຂຶ້ນກາຍເປັນປະເທດມະຫາອຳນາດລະດັບປານການໃນພາກພື້ນ, ເຊື່ອມໂຍງເຂົ້າກັບພື້ນຖານເສດຖະກິດໂລກ ເປັນຢ່າງດີ ແລະ ແມ່ນໜຶ່ງໃນຈຳນວນໜ້ອຍ ປະເທດ ອາດຈະສ້າງເຕັກໂນໂລຢີ 5G.
ເວັບໄຊ Strifeblog.org ຂອງ ອັງກິດ ສະບັບອອກໃນວັນທີ 13 ເມສາ ໄດ້ລົງບົດຂຽນໃຫ້ສັງເກດວ່າ ຫວຽດນາມ ພວມບື່ນຕົວຂຶ້ນ ດ້ວຍຖານະແມ່ນປະເທດມະຫາອຳນາດລະດັບປານກາງ (ພາບ: baoquocte.vn)
      ເວັບໄຊ Strifeblog.org ຂອງ ອັງກິດ ສະບັບອອກໃນວັນທີ 13 ເມສາ ໄດ້ລົງບົດຂຽນໃຫ້ສັງເກດວ່າ ຫວຽດນາມ ພວມບື່ນຕົວຂຶ້ນ ດ້ວຍຖານະແມ່ນປະເທດມະຫອຳນາດລະດັບປານກາງ, ພິເສດແມ່ນໃນຂົງເຂດລະບົບສະໜອງທົ່ວໂລກ ແລະ ພັດທະນາເຕັກໂນໂລຢີ 5G. ຕາມບົດຂຽນແລ້ວ, ທ່າໄດ້ປຽບຂອງ ຫວຽດນາມ ແມ່ນຄວາມສາມາດໃນການສະໜອງພື້ນຖານໂຄງລ່າງຢ່າງໝັ້ນແກ່ນພ້ອມກັບກຳລັງແຮງງານທີ່ອຸດົມສົມບູນ. ໃນການພັດທະນາເຕັກໂນໂລຢີ, ກຸ່ມບໍລິສັດ Viettel ໄດ້ຮ່ວມມືກັບ Ericson ເພື່ອສ້າງເຕັກໂນໂລຢີ 5G ສະເພາະຂອງຕົນ ແລະ ມີແຜນການເປີດກ້ວາງການບໍລິການໄປຍັງ ມຽນມາ, ລາວ ແລະ ກຳປູເຈຍ. ຫວຽດນາມ ກໍ່ໄດ້ສະໜອງການບໍລິການອິນເຕີແນັດລາຄາຖືກໃຫ້ແກ່ປະຊາຊົນ, ພ້ອມທັງມຸ່ງໄປເຖິງເປົ້າໝາຍກາຍເປັນປັດໄຈສຳຄັນໃນການຄ້າ ເອເລັກໂຕນິກ ແລະ ບັນດາວິທີການຊຳລະທາງອອນລາຍ. ພາຍຫຼັງ Ericsson, Nokia, Huawei, Samsung ແລະ ZTE, Viettel ແມ່ນໂຮງງານຜະລິດໃຫຍ່ອັນດັບທີ 6 ໃນການແຂ່ງຂັນ 5G. ບົດຂ່າວໄດ້ສະຫຼຸບວ່າ ຫວຽດນາມ ພວມນັບມື້ນັບບືນຕົວຂຶ້ນກາຍເປັນປະເທດມະຫາອຳນາດລະດັບປານການໃນພາກພື້ນ, ເຊື່ອມໂຍງເຂົ້າກັບພື້ນຖານເສດຖະກິດໂລກ ເປັນຢ່າງດີ ແລະ ແມ່ນໜຶ່ງໃນຈຳນວນໜ້ອຍ ປະເທດ ອາດຈະສ້າງເຕັກໂນໂລຢີ 5G.
(ແຫຼ່ງຄັດຈາກ VOV)

ສືບ​ຕໍ່​ກຳ​ນົດ​ການ​ພົວ​ພັນ​ແບບ​ພິ​ເສດ ຫວຽດ​ນາມ-ລາວ ແມ່ນ​ບຸ​ລິ​ມະ​ສິດ​ສູງ​ສຸດ​ໃນ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ຂອງ​ແຕ່​ລະ​ປະ​ເທດ

ສືບ​ຕໍ່​ກຳ​ນົດ​ການ​ພົວ​ພັນ​ແບບ​ພິ​ເສດ ຫວຽດ​ນາມ-ລາວ ແມ່ນ​ບຸ​ລິ​ມະ​ສິດ​ສູງ​ສຸດ​ໃນ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ຂອງ​ແຕ່​ລະ​ປະ​ເທດ

ທ່ານນາ​ຍົກ​ລັດ​ຖະ​ມົ​ນ​ຕີ ເລ​ມິນ​ຮຶງ ແລະ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສະ​ເຫຼີມ​ໄຊ ກົມ​ມະ​ສິດ ໄດ້​ດຳ​ເນີນ​ການ​ພົບ​ປະ​ສົນ​ທະ​ນາ.

Top