• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສື່ມວນຊົນລາວ ລົງຂ່າວຢ່າງໜາແໜ້ນກ່ຽວກັບ ການພົວພັນລະຫວ່າງ ຫວຽດນາມ - ລາວ

ເນື່ອງໃນໂອກາດການຢ້ຽມຢາມ ຫວຽດນາມ ຂອງທ່ານນາງຮອງປະທານປະເທດ ລາວ ປານີ ຢາທໍ່ຕູ້ ໃນລະຫວ່າງວັນທີ 25 – 27 ເມສາ, ສື່ມວນຊົນ ລາວ ໄດ້ພ້ອມກັນລົງຂ່າວ ແລະ ບົດຍ້ອງຍໍຊົມເຊີຍກ່ຽວກັບນ້ຳໃຈສາມັກຄີແບບພິເສດ ລະຫວ່າງ ລາວ - ຫວຽດນາມ, ກໍ່ຄືມູນເຊື້ອສະຫງ່າອົງອາດຂອງສອງຊາດ.
  ສື່ມວນຊົນລາວ ລົງຂ່າວຢ່າງໜາແໜ້ນກ່ຽວກັບ ການພົວພັນລະຫວ່າງ ຫວຽດນາມ - ລາວ (ພາບ: VOV)  

 ໜັງສືພິມ ປະຊາຊົນ ກະບອກສຽງຂອງສູນກາງພັກປະຊາຊົນປະຕິວັດລາວ ສະບັບອອກໃນວັນທີ 27 ເມສາ ໄດ້ລົງພິມດ້ວຍຫົວຂໍ້ວ່າ: “ນ້ຳໃຈສາມັກຄີພິເສດ ລະຫວ່າງ ລາວ - ຫວຽດນາມ ແມ່ນພື້ນຖານໄຊຊະນະໃຫ້ແກ່ກິດຈະກຳປະຕິວັດຂອງສອງປະເທດ”. ບົດຂຽນໄດ້ຢັ້ງຢືນວ່າ ລາວ - ຫວຽດນາມ ບໍ່ພຽງແຕ່ແມ່ນປະເທດບ້ານໃກ້ເຮືອນຄຽງມິດຕະພາບ ທີ່ມີເສັ້ນຊາຍແດນຕິດຈອດກັນແຕ່ເໜືອຮອດໃຕ້ ເທົ່ານັ້ນ ຫາກປະຊາຊົນສອງປະເທດຍັງມີຈຸດວັດທະນະທຳທີ່ເປັນເອກະລັກທີ່ຄ້າຍຄືກັນ, ຍາມໃດກໍ່ຮຽງບ່າຮຽງໄຫຼ່ຕ້ານສັດຕູໂຕດຽວກັນ ແລະ ລ້ວນແຕ່ຍາດໄດ້ໄຊຊະນະອັນຍິ່ງໃຫຍ່ໃນວິວັດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດ.

ພ້ອມກັນນັ້ນ, ເວັບໄຊຂອງໜັງສືພິມ Vientiane Time, ສຳນັກຂ່າວສານ ລາວ, ສະຖານີໂທລະພາບແຫ່ງຊາດລາວ, ສະຖານີວິທະຍຸກະຈາຍສຽງແຫ່ງຊາດ ລາວ ໃນວັນທີ 26 ແລະ 27 ເມສາ ລ້ວນແຕ່ລົງຂ່າວຢ່າງໜ້າແໜ້ນກ່ຽວກັບການເຄື່ອນໄຫວຂອງຄະນະການນຳຂັ້ນສູງຂອງ ລາວ ໂດຍທ່ານນາງຮອງປະທານປະເທດ ລາວ ປານີ ຢາທໍ່ຕູ້ ນຳໜ້າ.

(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top