• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສື່ມວນຊົນຕ່າງປະເທດ: ການເລືອກຕັ້ງຂອງຫວຽດນາມ ໄດ້ດຳເນີນຢ່າງປອດໄພໃນສະພາບການເກີດໂລກລະບາດໂຄວິດ - 19

      ວັນທີ 23 ພຶດສະພາ, ບັນດາສຳນັກຂ່າວສານ ແລະ ສື່ມວນຊົນຕ່າງປະເທດ ໄດ້ລົງຂ່າວກ່ຽວກັບການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ XV ແລະ ສະພາປະຊາຊົນທຸກຂັ້ນອາຍຸການ 2021 – 2026 ຢູ່ ຫວຽດນາມ.
ສຳນັກຂ່າວສານ reuters ລົງບົດຂຽນກ່ຽວກັບການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XV
ແລະ ສະພາປະຊາຊົນທຸກຂັ້ນອາຍຸການ 2021 - 2026
      ການເລືອກຕັ້ງດຳເນີນໃນສະພາບການໂລກລະບາດໂຄວິດ - 19 ມີການຜັນແປຢ່າງສັບສົນ, ແຕ່ວຽກງານເລືອກຕັ້ງກໍ່ໄດ້ຮັບການກະກຽມຢ່າງລະອຽດລະອໍ, ມີແບບມີແຜນ, ຮັບປະກັນຄວາມປອດໄພ, ປະຕິບັດຕາມຂໍ້ກຳນົດກ່ຽວກັບວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19.
            ໜັງສືພິມຊິນຮວາ ໄດ້ລົງຂ່າວວ່າ ຜູ້ມີສິດເລືອກຕັ້ງ ກ່ວາ 69 ລ້ານຄົນໃນທົ່ວປະເທດ ຫວຽດນາມ ໄປປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດ 500 ທ່ານ ກໍ່ຄືບັນດາສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ 2021 – 2026. ຍ້ອນໂລກລະບາດໂຄວິດ - 19 ມີການຜັນແປຢ່າງສັບສົນ, ຜູ້ມີສິດເລືອກຕັ້ງຕ້ອງປະຕິບັດບັນດາຂໍ້ກຳນົດໃນການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ຄືໃສ່ຜ້າອັດປາກດັງ ແລະ ຮັບປະກັນການແຍກຫ່າງໃນສັງຄົມ ຢູ່ບັນດາສະຖານທີ່ປ່ອນບັດເລືອກຕັ້ງ ຢ່າງເຂັ້ມງວດ.
            ສຳນັກຂ່າວສານ reuters ຂອງອັງກິດ ໄດ້ຄັດສະເໜີ ບົດກ່າວຄຳເຫັນຂອງ ທ່ານ ປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ທີ່ໄດ້ຕອບສຳພາດຕໍ່ສື່ມວນຊົນ ກ່ອນເວລາດຳເນີນການປ່ອນບັດເລືອກຕັ້ງ ໂດຍໃຫ້ຮູ້ວ່າ: ບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ໄດ້ຮັບການຜັນຂະຫຍາຍຢ່າງຕັ້ງໜ້າ ເພື່ອແນໃສ່ຮັບປະກັນຄວາມປອດໄພໃຫ້ແກ່ການເລືອກຕັ້ງ.
            ສຳນັກຂ່າວສານ ຂອງກູບາ ໄດ້ລົງບົດທີ່ມີຫົວຂໍ້ວ່າ “ຊາວຫວຽດນາມ ໄປປ່ອນບັດເລືອກຕັ້ງເພື່ອເລືອກເອົາຜູ້ທີ່ເໝາະສົມ ໃຫ້ແກ່ອົງການນິຕິບັນຍັດ”. ບົດຂຽນໄດ້ຢັ້ງຢືນວ່າ ຜູ້ມີສິດເລືອກຕັ້ງຫວຽດນາມທີ່ມີເງື່ອນໄຂຢ່າງຄົບຖ້ວນ ກ່ວາ 69 ລ້ານ ຄົນ ໄດ້ໄປປ່ອນບັດເລືອກຕັ້ງ ດ້ວຍຈຳນວນສູງທີ່ສຸດ.
            ໜັງສືພິມ ຂອງ ສ.ເຊັກໂກ ສະບັບອອກໃນວັນທີ 23 ພຶດສະພາ ໄດ້ລົງຂ່າວກ່ຽວກັບເຫດການ ຫວຽດນາມ ຈັດຕັ້ງການເລືອກຕັ້ງສະພາແຫ່ງຊາດຊຸດທີ XV ແລະ ສະພາປະຊາຊົນທຸກຂັ້ນອາຍຸການ 2021 – 2026 ໃນສະພາບການເກີດໂລກລະບາດຮອບໃໝ່. ບົດຂຽນໄດ້ຕີລາຄາສູງເລື່ອງຫວຽດນາມ ຜັນຂະຫຍາຍບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ຢ່າງເຂັ້ມງວດ ເພື່ອແນໃສ່ຮັບປະກັນຄວາມປອດໄພໃຫ້ແກ່ການເລືອກຕັ້ງ.
 (ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top