
ບົດຂຽນມີຫົວຂໍ້ວ່າ “ຫວຽດນາມ ສະແດງຄວາມມຸ່ງມາດປາດຖະໜາຢາກ ຍີ່ປຸ່ນ ຈະສືບຕໍ່ສະແດງບົດບາດໃນບັນຫາທະເລຕາເວັນອອກ”, ສໍານັກຂ່າວສານ Kyodo ໄດ້ຄັດສະເໜີຄໍາກ່າວປາໄສຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ, ທ່ານ ເວົ້າວ່າ: ຍີ່ປຸ່ນ ມີທັດສະນະລວມຄືກັນກັບ ຫວຽດນາມ ແລະ ໄດ້ມີການປະກອບສ່ວນເຂົ້າໃນການຮັບປະກັນເຂດທະເລຕາເວັນອອກ ໃຫ່ມີຄວາມສັນຕິພາບ ແລະ ສະຖຽນລະພາບ. ກໍ່ກ່ຽວຂ້ອງເຖິງເລື່ອງເພີ່ມຈໍານວນຜູ້ເຂົ້າຮ່ວມສັນຍາ CPTPP ພາຍຫຼັງ ອາເມລິກາ ຖອນຕົວອອກຈາກສັນຍາຄູ່ຮ່ວມມືດ້ານເສດຖະກິດຂ້າມປາຊີຟິກ (TPP), ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໃຫ້ຂໍ້ສັງເກດວ່າ ບັນຫາຄວນໄດ້ຮັບການພິຈາລະນາບົນພື້ນຖານວາມເຫັນດີເປັນເອກະພາບຂອງບັນດາຝ່າຍກໍ່ກ່ຽວຂ້ອງພາຍຫຼັງຂໍ້ຕົກລົງມີຜົນສັກສິດ.
ໜັງສືພິມເອເລັກໂຕນິກ Nikkei ກໍໄດ້ຍົກໃຫ້ເຫັນຢ່າງຈະແຈ້ງບັນຫາ CPTPP ດ້ວຍບົດຂຽນມີຫົວຂໍ້ວ່າ “ທ່ານນາຍົກລັດຖະມົນຕີຫວຽດນາມ ຢຶຶນຢັນໃຫ້ສັດຕະຍາບັນ TPP11 ໃນເດືອນ 11, ມີຜົນສັກສິດໂດຍໄວ”. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃຫ້ຮູ້ວ່າ ສະພາແຫ່ງຊາດຫວຽດນາມ ຄາດວ່າ ຮອດເດືອນ 11 ຈະມາເຖິງ ຈະໃຫ້ສັດຕະຍາບັນ ສັນຍາ CPTPP. ທ່ານນາຍົກລັດຖະມົນຕີຫວຽດນາມ ຖືວ່າ ຜົນປະໂຫຍດຂອງການເຂົ້າຮ່ວມສັນຍາ CPTPP ແມ່ນໃຫຍ່ຫຼວງ ແລະ ສະແດງໃຫ້ເຫັນ ຄວາມມຸ່ງມາດປາດຖະໜາຢາກເປີດທ່າແຮງບົ່ມຊ້ອນຂອງ ໃນສະພາສູງາຸດ, ພ້ອມທັງຫວັງວ່າ ຈະສມາຊິກເຂົ້າຮ່ວມສັນຍາ CPTPP ຕື່ມອີກ.
(ແຫຼ່ງຄັດຈາກ VOV)