• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສື່ມວນຊົນຄວນປະຕິບັດຈິດໃຈເຄົາລົບນັບຖືປະຊາຊົນ, ເຂົ້າໃຈປະຊາຊົນ

      ເນື່ອງໃນໂອກາດສະເຫລີມສະຫລອງ 92 ປີແຫ່ງວັນສື່ມວນຊົນປະຕິວັດ ຫວຽດນາມ (21/6/1925-21/6/2017), ຕອນບ່າຍວັນທີ 18 ມິຖຸນາ ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ພົບປະກັບຜູ້ຕາງຫນ້າສະມາຄົມນັກຂ່າວຫວຽດນາມ ແລະ ຜູ້ຕາງຫນ້າປະຊາຄົມວິສາຫະກິດ.

ການພົບປະໃນຕອນບ່າຍວັນທີ 18 ມິຖຸນາ
      ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢືນຢັນ: ພັກ ແລະ ລັດຍາມໃດກໍຖືເປັນສຳຄັນບົດບາດຂອງສື່ມວນຊົນ, ສ້າງຄວາມສະດວກຫລາຍຢ່າງເພື່ອໃຫ້ສື່ມວນຊົນປະຕິບັດພາລະຫນ້າທີ່ຂອງຕົນເປັນຢ່າງດີ. ທ່ານນາຍົກລັດຖະມົນຕີ ຕີລາຄາສູງສື່ມວນຊົນ ແລະ ວິສາຫະກິດ ໄດ້ຮ່ວມເດີນທາງນຳກັນໃນໄລຍະຜ່ານມາ.
        “ພ້ອມກັບສື່ມວນຊົນ, ພວກຂ້າພະເຈົ້າຕີລາຄາສູງບົດບາດຂອງວິສາຫະກິດໃນການເຊື່ອມໂຍງເຂົ້າກັບເສດຖະກິດໂລກ, ຍາມໃດກໍ່ເອົາໃຈໃສ່, ສະຫນັບສະຫນູນ ແລະ ສ້າງເງື່ອນໄຂໃຫ້ແກ່ສື່ມວນຊົນ ແລະ ວິສາຫະກິດພັດທະນາ. ຂ້າພະເຈົ້າມີຄວາມເຊື່ອໝັ້ນວ່າ ສື່ມວນຊົນ ແລະ ວິສາຫະກິດ ຍາມໃດກໍ່ແມ່ນເພື່ອນຮ່ວມເດີນທາງບົນເສັ້ນທາງການເຊື່ອມໂຍງ, ເພື່ອພາລະກິດພັດທະນາຂອງຕົນ ແລະ ວັດທະນາຖາວອນຂອງປະເທດຊາດ.”
        ທ່ານນາຍົກລັດຖະມົນຕີເນັ້ນຫນັກຢ່າງແຮງເຖິງເລື່ອງສື່ມວນຊົນຕ້ອງຮັບຟັງຄຳເຫັນແລະສ່ອງແສງທຸກສິ່ງໃນຊີວິດ.
        “ພວກຂ້າພະເຈົ້າສະເຫນີໃຫ້ສື່ມວນຊົນຄວນປະຕິບັດຈິດໃຈເຄົາລົບນັບຖືປະຊາຊົນ, ໃກ້ຊິດຕິດແທດກັບປະຊາຊົນ, ເຂົ້າໃຈປະຊາຊົນ, ມີຄວາມຮັບຜິດຊອບຕໍ່ປະຊາຊົນ ເພື່ອສ່ອງແສງຄວາມມຸ້ງມາດປາດຖະຫນາ, ຄວາມເຫັນຂອງປະຊາຊົນຢ່າງທັນການ, ເຜີຍແຜ່ຂໍ້ມູນຂ່າວຢ່າງແທດຈິງ ແລະ ເໝາະສົມກັບປະຊາຊົນ.”
        ທ່ານນາຍົກລັດຖະມົນຕີມີຄວາມເຊື່ອໝັ້ນວ່າ ດ້ວຍພູມປັນຍາ, ຄວາມສຸດຈິດສຸດໃຈ, ຄວາມຊື່ຕົງ, ຈິດໃຈກ້າຫານ, ບັນດານັກຂ່າວຈະຜ່ານຜ່າສິ່ງທ້າທາຍເພື່ອສ່ອງແສງຂໍ້ຂາດຕົກບົກຜ່ອງ, ຕໍ່ສູ້, ກ່າວປະນາມບັນດາການກະທຳລະເມີດກົດໝາຍ.
(ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top