ຂ່າວສານ
ສືບຕໍ່ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຈີນເລິກເຊິ່ງກວ່າອີກ
ເນື່ອງໃນໂອກາດການຢ້ຽມຢາມທາງລັດຖະກິດຢູ່ຈີນຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ແຕ່ວັນທີ 14 – 17 ເມສາ, ສອງປະເທດໄດ້ອອກຖະແຫຼງການຮ່ວມກ່ຽວກັບການສືບຕໍ່ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ຊຸກຍູ້ການສ້າງປະຊາຄົມແບ່ງປັນອະນາຄົດຫວຽດນາມ - ຈີນທີ່ມີຄວາມໝາຍຍຸດທະສາດຢູ່ລະດັບສູງກ່ວາໃນສັງກາດໃໝ່. ສອງຝ່າຍໄດ້ເຫັນດີເປັນເອກະພາບຢຶດໝັ້ນຕໍ່ການນຳພາຂອງພັກກອມມູນິດ, ຢຶດໝັ້ນຕໍ່ເສັ້ນທາງສັງຄົມນິຍົມເໝາະສົມກັບສະພາບການຂອງແຕ່ລະປະເທດ, ຊຸກຍູ້ເສດຖະກິດສັງຄົມໃຫ້ພັດທະນາຄຸນນະພາບສູງ. ຈີນເນັ້ນໜັກເຖິງການຢຶດໝັ້ນຕໍ່ນະໂຍບາຍມິດຕະພາບກັບ ຫວຽດນາມ, ຍາມໃດກໍ່ຫວຽດນາມ ແມ່ນທິດທາງບຸລິມະສິດໃນນະໂຍບາຍການທູດຖານບ້ານໃກ້ເຮືອນຄຽງ, ຫວຽດນາມ ຢັ້ງຢືນຄືນໃໝ່ຍາມໃດກໍ່ຖືການພົວພັນກັບຈີນແມ່ນຄວາມຮຽກຮ້ອງຕ້ອງການພາວະວິໄສ, ຄັດເລືອກຍຸດທະສາດ ແລະ ບຸລິມະສິດແຖວໜ້າໃນນະໂຍບາຍການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຫັນເປັນຫຼາຍຝ່າຍ, ຫຼາຍຮູບແບບຂອງ ຫວຽດນາມ. ສອງຝ່າຍເຫັນດີເປັນເອກະພາບຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຈີນ ໃນຍຸກສະໄໝໃໝ່ໃຫ້ພັດທະນາຢ່າງໂປ່ງໃສ, ມີສະຖຽນລະພາບ, ສ້າງປະຊາຄົມແບ່ງປັນອະນາຄົດ ຫວຽດນາມ - ຈີນທີ່ມີຄວາມໝາຍຍຸດທະສາດຢູ່ລະດັບສູງກວ່າ. ສອງຝ່າຍເຫັນດີເປັນເອກະພາບເພີ່ມທະວີການຮ່ວມມືລະຫວ່າງກຳລັງກອງທັບ, ອົງການຄວາມໝັ້ນຄົງ, ປະຕິບັດກົດໝາຍສອງປະເທດ, ຍູ້ແຮງການຮ່ວມມືໃນຂົງເຂດກົດໝາຍ ແລະ ຍຸຕິທຳ.








