• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສືບຕໍ່ເສີມຂະຫຍາຍການເຄື່ອນໄຫວກອງທຶນສັນຕິພາບ ແລະ ພັດທະນາ ຫວຽດນາມ ຢ່າງໃຫ້ມີປະສິດທິຜົນ

      ວັນທີ 26 ຕຸລາ ຢູ່ ຮ່າໂນ້ຍ, ກອງທຶນສັນຕິພາບ ແລະ ພັດທະນາ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມໃຫຍ່ຄັ້ງທີ 4 ອາຍຸການ 2019 – 2024 ເພື່ອສະຫລຸບການເຄື່ອນໄຫວໃນອາຍຸການຜ່ານມາ, ປຶກສາຫາລືທິດທາງການເຄື່ອນໄຫວໃນໄລຍະຈະມາເຖິງ.

ທ່ານນາງ ເຈືອງທິມາຍ (ພາບ:dangcongsan.vn)
       ກ່າວຄຳເຫັນທີ່ກອງປະຊຸມໃຫຍ່, ທ່ານນາງ ເຈືອງທິມາຍ, ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງພັກຕີລາຄາສູງຂໍ້ລິເລີ່ມສ້າງຕັ້ງກອງທຶນສັນຕິພາບ ແລະ ພັດທະນາ ຫວຽດນາມ ຂອງທ່ານນາງອະດີດປະທານປະເທດ ຫງວຽນທິບີ່ງ ປີ 2003, ປະກອບສ່ວນເພີ່ມທະວີຄວາມເຂົ້າໃຈ ແລະ ການພົວພັນມິດຕະພາບລະຫວ່າງປະຊາຊົນ ຫວຽດນາມ ກັບປະຊາຊົນບັນດາປະເທດ, ປະກອບສ່ວນເຂົ້າພາລະກິດລວມຂອງປະຊາຊົນໃນພາກພື້ນ ແລະ ໂລກ. ທ່ານນາງ ເຈືອງທິມາຍ ກ່າວວ່າ:
        ສະພາກອງທຶນ ແລະ ສ່ວນຕົວທ່ານນາງປະທານ ຫງວຽນທິບີ່ງ ໄດ້ມີຄຳເຫັນປະກອບ, ຂໍ້ສະເໜີທີ່ມີຄຸນຄ່າຫລາຍຢ່າງໃຫ້ພັກ ແລະ ລັດ ກ່ຽວກັບບັນດາບັນຫາໃນຂົງເຂດການພົວພັນຕ່າງປະເທດ ແລະ ພັດທະນາປະເທດຊາດ. ຕາມພຶດຕິກຳຕົວຈິງແຫ່ງການເຄື່ອນໄຫວ ແລະ ບັນດາໝາກຜົນທີ່ບັນລຸໄດ້ສະແດງໃຫ້ເຫັນວ່າ ດ້ວຍຮູບການຈັດຕັ້ງກະທັດລັດ ແລະ ວິທີການເຄື່ອນໄຫວຢ່າງໄຫວພິບ, ກອງທຶນໄດ້ເສີມຂະຫຍາຍທີ່ຕັ້ງ, ບົດບາດເປັນຢ່າງດີ, ປະກອບສ່ວນຢ່າງຕັ້ງໜ້າ ໃຫ້ແກ່ວຽກງານການພົວພັນຕ່າງປະເທດປະຊາຊົນໃນສະພາບການໃໝ.
 (ແຫຼ່ງຄັດຈາກ VOV)


ຫວຽດ​ນາມ ແລະ ເຢຍ​ລະ​ມັນ​ເຊັນຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ການ​ສ້າງ​ຄູ່​ຮ່ວມ​ມື​ພະ​ລັງ​ງານ

ຫວຽດ​ນາມ ແລະ ເຢຍ​ລະ​ມັນ​ເຊັນຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ການ​ສ້າງ​ຄູ່​ຮ່ວມ​ມື​ພະ​ລັງ​ງານ

ບັນດາຂົງເຂດສອງປະເທດໃຫ້ບຸລິມະສິດຮ່ວມມືລວມມີ: ສ້າງນະໂຍບາຍໃຫ້ສົມບູນແບບ, ພັດທະນາພະລັງງານທົດແທນ, ຫັນຂະແໜງໄຟຟ້າເປັນດີຈີຕອນ, ຍົກສູງປະສິດທິຜົນໃນການນຳໃຊ້ພະລັງງານ, ຫັນຕາແໜ່ວງໄຟຟ້າເປັນທັນສະໄໝ.

Top