• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສືບຕໍ່ສ້າງກົນໄກນະໂຍບາຍໃຫ້ສົມບູນແບບເພື່ອຄົ້ນພົບຜູ້ມີຄວາມເກັ່ງກ້າສາມາດ

ຕອນບ່າຍວັນທີ 26 ທັນວາ, ຢູ່ ຮ່າໂນ້ຍ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ໄດ້ພົບປະ, ຍ້ອງຍໍນັກຮຽນດີເດັ່ນ 33 ຄົນ ທີ່ຍາດໄດ້ລາງວັນ Olympic ແລະ ລາງວັນວິທະຍາສາດເຕັກນິກ ສາກົນປີ 2022.
  ທ່ານປະທານປະເທດ ຫງວຽນຊວນຟຸກ ພົບປະກັບນັກຮຽນດີເດັ່ນ. (ພາບ:TTXVN)  

ກ່າວຄຳເຫັນທີ່ການພົບປະ, ທ່ານປະທານປະເທດ ຫງວຽນຊວນຟຸກ ສະເຫນີໃຫ້ລັດຖະບານ, ບັນດາກະຊວງຂະແຫນງການ, ທ້ອງຖິ່ນຕ່າງໆ ສືບຕໍ່ສ້າງກົນໄກນະໂຍບາຍໃຫ້ສົມບູນແບບ ເພື່ອຄົ້ນພົບ, ບຳລຸງສ້າງ ແລະຖືເປັນສຳຄັນ, ເອົາໃຈໃສ່ເຖິງຜູ້ມີຄວາມເກັ່ງກ້າສາມາດ.

ທ່ານປະທານປະເທດ ປາດຖະຫນາຢາກໃຫ້ພວກນ້ອງນັກຮຽນ ພິເສດແມ່ນພວກນ້ອງຍາດໄດ້ຜົນງານສູງ, ສືບຕໍ່ພະຍາຍາມຮ່ຳຮຽນ, ຝືກຝົນຫລໍ່ຫລອມຄຸນສົມບັດຈັນຍາບັນດີ, ທັກສະທີ່ຈຳເປັນເພື່ອກາຍເປັນພົນລະເມືອງດີເດັ່ນ, ມີຄວາມຮັບຜິດຊອບ, ປະກອບສ່ວນສ້າງສາປະເທດຊາດ.

ປີ 2022, ກະຊວງສຶກສາ ແລະບຳລຸງສ້າງ ໄດ້ສົ່ງ 7 ຄະນະນັກຮຽນເກັ່ງຂອງຫວຽດນາມ ເຂົ້າຮ່ວມ Olympic ສາກົນ. ໝາກຜົນບັນລຸໄດ້ແມ່ນ100% ນັກຮຽນ ຫວຽດນາມເຂົ້າຮ່ວມນັ້ນລ້ວນແຕ່ຍາດໄດ້ລາງວັນ, ຊື່ງລວມມີ: ຫລຽນຄຳ 13 ຫລຽນ, ຫລຽນເງິນ 12 ຫລຽນ, ຫລຽນທອງ 8 ຫລຽນ ແລະ 5 ໃບຍ້ອງຍໍ (ລາງວັນຊົມເຊີຍ).

 

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເຂົ້າຮ່ວມລາຍການສະແດງສິລະປະພິເສດ ຄຳສັ່ງຂອງເພີ່ນ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເຂົ້າຮ່ວມລາຍການສະແດງສິລະປະພິເສດ “ຄຳສັ່ງຂອງເພີ່ນ”

ລາຍການໄດ້ເພື່ອຫວນຄືນປະຫວັດສາດ, ພ້ອມທັງຢືນຢັນຄຸນຄ່າແກ່ນສານ ແລະ ບັນດາການປະກອບສ່ວນສຳຄັນຂອງຄຳພິໄນກຳປະທານ ໂຮ່ຈີມິນ ໃນໄຊຊະນະອັນຍິ່ງໃຫຍ່ຂອງການປະຕິວັດ ຫວຽດນາມ ໃນກວ່າເຄິ່ງສະຕະວັດຜ່ານມາ.

Top