• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສືບຕໍ່ປະຕິບັດເປົ້າໝາຍຮັກສາເສດຖະກິດມະຫາພາກໃຫ້ເປັນປົກກະຕິ, ຄວບຄຸມໄພເງິນເຟີ້

ສືບຕໍ່ປະຕິບັດຢ່າງສະເໝີຕົ້ນສະເໝີປາຍການຮັກສາເສດຖະກິດມະຫາພາກໃຫ້ເປັນປົກກະຕິ, ຄວບຄຸມໄພເງິນເຟີ້ຕາມເປົ້າໝາຍທີ່ໄດ້ວາງອອກ, ຊຸກຍູ້ການເຕີບໂຕ ແລະ ຮັບປະກັນບັນດາຄວາມດຸ່ນດ່ຽງໃຫຍ່ຂອງພື້ນຖານເສດຖະກິດ.
ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN)

ຕອນເຊົ້າວັນທີ 21 ກໍລະກົດ, ຢູ່ ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ເປັນປະທານກອງປະຊຸມຂອງກົມການເມືອງ, ຄະນະເລຂາ ປະກອບຄຳເຫັນໃສ່ບົດລາຍງານສະພາບການເສດຖະກິດ - ສັງຄົມໃນ 6 ເດືອນຕົ້ນປີ, ໜ້າທີ່, ມາດຕະການແກ້ໄຂໃນ 6 ເດືອນທ້າຍປີ 2023.

ພາຍຫຼັງຮັບຟັງຄະນະພະນັກງານພັກລັດຖະບານລາຍງານ, ການປະກອບຄຳເຫັນຂອງບັນດາອົງການ, ກົມການເມືອງ, ຄະນະເລຂາໄດ້ປຶກສາຫາລື ແລະ ເປັນເອກະພາບກັນວ່າ: ເສດຖະກິດມະຫາພາກຂອງ ຫວຽດນາມ ໃນ 6 ເດືອນຕົ້ນປີ 2023 ໄດ້ຮັກສາທ່າສະຖຽນລະພາບ; ໄພເງິນເຟີ້ໄດ້ຮັບການຄວບຄຸມ; ບັນດາຄວາມດຸ່ນດ່ຽງໃຫຍ່ໄດ້ຮັບປະກັນ. ການເຕີບໂຕເສດຖະກິດໃນ 6 ເດືອນຕົ້ນປີບັນລຸ 3,72%.

ກົມການເມືອງໄດ້ເຫັນດີໂດຍພື້ນຖານຕໍ່ໜ້າທີ່, ມາດຕະການແກ້ໄຂໃນ 6 ເດືອນທ້າຍປີ, ພ້ອມທັງເນັ້ນໜັກເຖິງບາງເນື້ອໃນ. ລະອຽດແມ່ນ, ສືບຕໍ່ປະຕິບັດຢ່າງສະເໝີຕົ້ນສະເໝີປາຍການຮັກສາເສດຖະກິດມະຫາພາກໃຫ້ເປັນປົກກະຕິ, ຄວບຄຸມໄພເງິນເຟີ້ຕາມເປົ້າໝາຍທີ່ໄດ້ວາງອອກ, ຊຸກຍູ້ການເຕີບໂຕ ແລະ ຮັບປະກັນບັນດາຄວາມດຸ່ນດ່ຽງໃຫຍ່ຂອງພື້ນຖານເສດຖະກິດ. ປະຕິບັດວຽກງານຮັບປະກັນຊີວິດສັງຄົມ, ສະວັດດີການສັງຄົມໃຫ້ເປັນຢ່າງດີ; ຮັກສາເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ; ຍູ້ແຮງການປ້ອງກັນ, ຕ້ານການສໍ້ຫຼາດບັງຫຼວງ, ສິ່ງຫຍ້ໍທໍ້, ປະຕິບັດການປະຢັດ, ຕ້ານການຟູມເຟືອຍຢ່າງແຮງກວ່າ.

(ແຫຼ່ງຄັດຈາກ VOV)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຕອບ​ຄຳ​ຊັກ​ຖາມ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຕອບ​ຄຳ​ຊັກ​ຖາມ

ຕອນ​ບ່າຍ​ວັນ​ທີ 12 ພະ​ຈິກ, ຢູ່ ຮ່າ​ໂນ້ຍ, ໃນ​ຂອບ​ເຂດ​ຂອງກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 2 ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຊຸດ​ທີ 16, ບັນ​ດາ ສ​ສ​ຊ ໄດ້​ຊັກ​ຖາມ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ເລ​ມິນ​ຮຶງ.

Top