ຕອນບ່າຍວັນທີ 25 ກຸມພາ, ເວທີປາໄສອະນາຄົດ ອາຊຽນ 2025 (AFF 2025)ໄດ້ໄຂຂຶ້ນຢ່າງສົມກຽດຢູ່ຮ່າໂນ້ຍ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ທ່ານປະທານາທິບໍດີ ຕີມໍແລັດສະເຕ, ທ່ານເລຂາທິການໃຫຍ່ ອາຊຽນ Kao Kim Hourn , ທ່ານຮອງນາຍົກລັດຖະມົນຕີ ລາວ ສະເຫຼີມໄຊ ກົມມະສິດ, ພ້ອມກັບເຈົ້າໜ້າທີ່ລັດຖະບານ, ບັນດາເອກອັກຄະລັດຖະທູດ, ອົງການການຕ່າງປະເທດ, ວິສາຫະກິດ, ບັນດານັກຮຽນຮູ້ແຖວໜ້າພາກພື້ນ ອາຊຽນ, ບັນດາປະເທດຄູ່ຮ່ວມມື ແລະ ສາກົນ ເຂົ້າຮ່ວມເປັນຈຳນວນຫຼາຍ.
ກ່າວຄຳເຫັນໄຂເວທີປາໄສ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກເຖິງການປຶກສາຫາລືກ່ຽວກັບອະນາຄົດ ແລະ ການກຳນົດທິດໃຫ້ແກ່ອະນາຄົດຂອງ ອາຊຽນພວມກາຍເປັນສິ່ງທີ່ຈຳເປັນ ແລະ ຮີບດ່ວນກ່ວາເວລາໃດໝົດ. ໂລກພວມຢື່ນຢູ່ຕໍ່ໜ້າບັນດາບາດລ້ຽວໃຫຍ່, ຮຽກຮ້ອງອາຊຽນຕ້ອງມີຈິນຕະນາການ, ວິທີການສຳຜັດໃໝ່, ມີລັກສະນະທົ່ວໂລກ, ທົ່ວປວງຊົນ, ຮອບດ້ານ, ເພື່ອຜົນປະໂຫຍດທີ່ຍາວນານ. ດ້ວຍພື້ນຖານແມ່ນອາຊຽນທີ່ມີຄວາມເຫັນດີເຫັນພ້ອມ, ສາມັກຄີ, ບັນດາສິ່ງທ້າທາຍໃນປັດຈຸບັນ ແມ່ນໂອກາດເພື່ອໃຫ້ອາຊຽນກ້າວກະໂດດຂັ້ນ, ບືນຕົວຂຶ້ນ. ທ່ານໃຫ້ຮູ້ວ່າ:
ປັດຈຸບັນອາຊຽນແມ່ນຂົວເຊື່ອມຕໍ່ຂອງການ ສົນທະນາ, ການຮ່ວມມືເພື່ອສັນຕິພາບ ແລະ ພັດທະນາໃນພາກພື້ນ, ແມ່ນໃຈກາງຂອງວິວັດການເຊື່ອມຕໍ່ພາກພື້ນ ແລະ ທົ່ວໂລກ. ໃນສະພາບການໃໝ່, ອາຊຽນບໍ່ພຽງແຕ່ຕ້ອງມີຄວາມສາມັກຄີ, ເປັນເອກະພາບ, ຮ່ວມແຮງຮ່ວມໃຈເທົ່ານັ້ນ ຫາກຍັງຕ້ອງມີຈິນຕະນາການບຸກທະລຸ, ຍຸດທະສາດແຫຼມຄົມ, ມີເສັ້ນທາງກ້າວເດີນເປັນໄປໄດ້, ສຸມແຫຼ່ງກຳລັງ ແລະ ມີການກະທຳຢ່າງຂ້ຽວຂາດ.








