• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສິງ​ກະ​ໂປ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ກັບ​ຫວຽດ​ນາມ​ກວ່າ​ເກົ່າ

ຕອນເຊົ້າວັນທີ 9 ກຸມພາ, ຢູ່ສິງກະໂປ, ທ່ານນາຍົກລັດຖະມົນຕີ ສິງກະໂປ ຫຼີຊຽນຫຼົງ ເປັນປະທານພິທີຕ້ອນຮັບ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈີງ ຢ່າງເປັນທາງການ. ພາຍຫຼັງພິທີຕ້ອນຮັບ, ນາຍົກລັດຖະມົນຕີສອງທ່ານ ໄດ້ດຳເນີນການພົບປະເຈລະຈາ.
  ພິທີຕ້ອນຮັບ (ພາບ: VGP)  

ທ່ານ ຫຼີຊຽນຫຼົງ ເນັ້ນໜັກວ່າ ການຢ້ຽມຢາມໄດ້ປະກອບສ່ວນກຳລັງຢ່າງເຂັ້ມແຂງ ໃຫ້ແກ່ການພົວພັນຄູ່ຮ່ວມມືຍຸດທະສາດອັນດີງາມ ລະຫວ່າງສອງປະເທດ ແລະ ເປັນເຫດການເປີດສາກ ທີ່ສຳຄັນໃຫ້ແກ່ການເຄື່ອນໄຫວ ສະເຫຼີມສະຫຼອງວັນສ້າງຕັ້ງການພົວພັນທາງການທູດ ຄົບຮອບ 50 ປີ (1973-2023). ແລະ ວັນສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ ລະຫວ່າງ ຫວຽດນາມ - ສິງກະໂປ ຄົບຮອບ 10 ປີ (2013-2023). ສ່ວນ ທ່ານຟ້າມມິງຈີງ ໄດ້ສະເໜີໃຫ້ ສິງກະໂປ ເພີ່ມການນຳເຂົ້າຜະລິດຕະພັນກະເສດ, ສິນໃນນ້ຳ, ຜະລິດຕະພັນຕ່ຳແຜ່ນ… ຈາກຫວຽດນາມ; ສ້າງຄວາມສະດວກ ນຳເອົາສິນຄ້າ ຫວຽດນາມ ເຂົ້າລະບົບຈຳໜ່າຍຢູ່ ສິງກະໂປ; ຮ່ວມມືພັດທະນາເຄື່ອງໝາຍການຄ້າ ແລະ ພ້ອມກັນເຂົ້າຮ່ວມໃນລະບົບສະໜອງທົ່ວໂລກຢ່າງເລິກເຊິ່ງກວ່າເກົ່າ.

ນາຍົກລັດຖະມົນຕີສອງທ່ານ ໄດ້ຕີລາຄາສູງ ບັນດາການພັດທະນາຢ່າງຕັ້ງໜ້າໃນການພົວພັນ ຫວຽດນາມ - ສິງກະໂປ, ພິເສດແມ່ນການຮ່ວມມືດ້ານເສດຖະກິດ. ສອງຝ່າຍກໍ່ເປັນເອກະສັນກັນ ຈະຍູ້ແຮງການຮ່ວມມືໃນຂົງເຂດປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ທ່ອງທ່ຽວ, ພົບປະແລກປ່ຽນປະຊາຊົນ, ໃນນັ້ນມີການພິຈາລະນາເປີດສາຍການບິນ ໄປຍັງແຫຼ່ງທ່ອງທ່ຽວຕ່າງໆ ຂອງຫວຽດນາມ ເຊັ່ນ: ດາລາດ, ຍາຈາງ…

ເນື່ອງໃນໂອກາດນີ້, ນາຍົກລັດຖະມົນຕີສອງທ່ານ ໄດ້ເປັນສັກຂີພິຍານ ພິທີແລກປ່ຽນ  ເອກະສານການຮ່ວມມືລະດັບລັດຖະບານ ແລະ ລະຫວ່າງບັນດາອົງການ, ວິສາຫະກິດສອງປະເທດ 4 ສະບັບ.

 

(ແຫຼ່ງຄັດຈາກ VOV)

ໂຮງ​ໝໍ​ກາງ​ສະ​ໜາມຂັ້ນ 2 ເລກ 4 ຫວຽດ​ນາມ ຮັບຫຼຽ​ນ​ກາ​ຮັກ​ສາ​ສັນ​ຕິ​ພາບ ສ​ປ​ຊ

ໂຮງ​ໝໍ​ກາງ​ສະ​ໜາມຂັ້ນ 2 ເລກ 4 ຫວຽດ​ນາມ ຮັບຫຼຽ​ນ​ກາ​ຮັກ​ສາ​ສັນ​ຕິ​ພາບ ສ​ປ​ຊ

ນີ້ແມ່ນການຢັ້ງຢືນ ແລະ ຕີລາຄາສູງຂອງ ສປຊ ຕໍ່ບັນດາຜົນງານ ແລະ ການປະກອບສ່ວນໃນການປະຕິບັດໜ້າທີ່ຢູ່ຄະນະປະຕິບັດງານຂອງ ໂຮງໝໍກາງສະໜາມ ຫວຽດນາມ.

Top